ກົມມາດຖານ ແລະ ວັດແທກ ໄດ້ສຸມໃສ່ການກວດກາຄຸນນະພາບນໍ້າມັນ ນັບແຕ່ຕອນນໍາເຂົ້າຈົນເຖິງການຈຳໜ່າຍຕາມປໍ້າຕ່າງໆ, ທັງນີ້ກໍເພື່ອໃຫ້ສັງຄົມໄດ້ຊົມໃຊ້ນໍ້າມັນຕາມມາດຕະຖານທີ່ກຳນົດ ແລະ ໄດ້ເຕັມບໍລິມາດ.
ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ສໍາພາດຕໍ່ທີມຂ່າວເສດຖະກິດການຄ້າ ກ່ຽວກັບວຽກງານກວດກາຄຸນນະພາບນໍ້າມັນເຊື້ອໄຟ ວ່າ: ການກວດກາຄຸນນະພາບນໍ້າມັນເຊື້ອໄຟຢູ່ລາວເຮົາ ເລີ່ມຈັດຕັ້ງປະຕິບັດຄຸ້ມຄອງ ແລະ ກວດກາຄຸນນະພາບ ແຕ່ປີ 2016 ເປັນຕົ້ນມາ ຈະກວດກາເລີ່ມແຕ່ນໍ້າມັນນໍາເຂົ້າ, ການກວດກາ ແລະ ຄຸ້ມຄອງນໍ້າມັນທີ່ນໍາມາປຸງແຕ່ງຢູ່ ສປປ ລາວ ແລະ ການຈໍາໜ່າຍຢູ່ ສປປ ລາວ.
ການນໍາເຂົ້ານໍ້າມັນເຊື້ອໄຟ ອີງໃສ່ມາດຕະຖານນໍ້າມັນ ເຊັ່ນ: ນໍ້າມັນກາຊວນ, ແອັດຊັງ, ນໍ້າມັນເຕົາ, ນໍ້າມັນກາດຍົນ ແລະ ອື່ນໆ ທັງໝົດມີ 8 ຊະນິດທີ່ໄດ້ຄຸ້ມຄອງ ລວມທັງແກ໊ສຫູງຕົ້ມ. ສະນັ້ນການນໍາເຂົ້ານໍ້າມັນຫຼັກໆແມ່ນນໍາເຂົ້າມາຈາກປະເທດເພື່ອນບ້ານ ເຊັ່ນ: ປະເທດໄທ 90% ແລະ ສສ ຫວຽດນາມ 10%. ເນື່ອງຈາກບ້ານເຮົາບໍ່ມີທະເລຕິດເຮັດໃຫ້ການຂົນສົ່ງ ແລະ ຈໍາໜ່າຍກະແຈກກະຈາຍ ເຮັດໃຫ້ບັນດາເຈົ້າໜ້າທີ່ກວດກາຄຸນນະພາບນໍ້າມັນເຊື້ອໄຟຕ້ອງປະຈໍາຢູ່ດ່ານຮ່ວມກັບຂະແໜງການອື່ນ ເຊິ່ງການລົງຄຸ້ມຄອງກວດການໍ້າມັນເຊື້ອໄຟຈະແຕກຕ່າງຈາກບາງປະເທດທີ່ມີທະເລຕິດກັບ ສາມາດໃຊ້ເຮືອກໍາປັ່ນເຂົ້າມາກວດຢູ່ສູນລວມຈຸດດຽວແລ້ວກະຈາຍອອກໄປຈໍາໜ່າຍກໍຈະສະດວກໃນການຄຸ້ມຄອງ, ກວດກາ ແລະ ໃຊ້ເຈົ້າໜ້າທີ່ໜ້ອຍລົງ.
ສໍາລັບການນໍາເຂົ້ານໍ້າມັນເຊື້ອໄຟ ກົມໄດ້ມີການປະຕິບັດຕາມຫຼັກການ ໂດຍໄດ້ສົມທົບກັບເຈົ້າໜ້າທີ່ພາສີ ແລະ ຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນບໍລິສັດທີ່ໄດ້ຮັບອະນຸຍາດຈາກລັດຖະບານ ເປັນບໍລິສັດທີ່ນໍາເຂົ້ານໍ້າມັນເຊື້ອໄຟ, ມີການກວດກາຄຸນນະພາບນໍ້າມັນເຊື້ອໄຟ ແລະ ດໍາເນີນການຫາຂະແໜງການທີ່ກ່ຽວຂ້ອງ, ການກວດກາດັ່ງກ່າວ ເຫັນໄດ້ວ່າມີການເກັບຕົວຢ່າງຈາກພາກສະໜາມ ສົ່ງເຂົ້າຫ້ອງທົດລອງກວດສອບດ້ານວິທະຍາສາດວິເຄາະ – ວິໄຈ ຖ້າຜົນອອກມາເປັນໄປຕາມມາດຕະຖານແລ້ວ ຈຶ່ງສາມາດດໍາເນີນການເຂົ້າມາແຈ້ງພາສີ ຖ້າບໍ່ຜ່ານມາດຕະຖານຈະບໍ່ອະນຸຍາດໃຫ້ນໍາເຂົ້າ ພ້ອມທັງປະຕິບັດຕາມລະບຽບກົດໝາຍການຄຸ້ມຄອງທີ່ໄດ້ວາງໄວ້.
ສ່ວນການຈໍາໜ່າຍນໍ້າມັນ ກົມມາດຖານ ແລະ ວັດແທກ ໄດ້ລົງຄຸ້ມຄອງຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າໃນທົ່ວປະເທດໃນການຈໍາໜ່າຍລົງແຕ່ລະສະຖານີໃຫ້ການບໍລິການຕາມແຜນແມ່ນຈະລົງກວດໃນທຸກໆ 3 ເດືອນ, 6 ເດືອນ ແລະ 1 ປີ ລົງກວດສອບແຕ່ລະປໍ້າເລື່ອງຄຸນນະພາບ, ບໍລິມາດວ່ານໍ້າມັນທີ່ທຸກຄົນໄປໃສ່ໄດ້ເຕັມຈໍານວນບໍ, ນໍ້າມັນເປັນໄປຕາມຄຸນນະພາບບໍ, ທ່ານ ວຽງທອງ ວົງທະວິໄລ ກ່າວ.
ນອກຈາກນັ້ນ, ພວກເຮົາຍັງໄດ້ກວດສອບຕາມການຮ້ອງຮຽນໂດຍການຕິດຕໍ່ໄປຫາກົມຕາມເບີ 1513 ເປັນສາຍສະເພາະ ໃຫ້ບັນດາຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນ. ເມື່ອມີການຮ້ອງຮຽນມາກໍຈະມີເຈົ້າໜ້າທີ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດສອບໃຫ້ຄວາມເປັນທໍາແກ່ສັງຄົມ ຜ່ານມາກໍໄດ້ພົບຫຼາຍກໍລະນີທີ່ຮ້ອງຮຽນມາ ເປັນຕົ້ນແມ່ນໃສ່ນໍ້າມັນແລ້ວເຂັມບໍ່ຂຶ້ນ, ໃສ່ແລ້ວລົດແລ່ນບໍ່ໄດ້, ໃສ່ແລ້ວເຄື່ອງລົດດັບ, ການໃຊ້ໄຟຟ້າໃນເຮືອນໃຊ້ໜ້ອຍແຕ່ເສຍຫຼາຍ, ຊິງຊັ່ງຊື້ – ຂາຍຕາມທ້ອງຕະຫຼາດບໍ່ມີຄວາມເປັນທໍາ… ເປັນຕົ້ນ. ຖ້າທ່ານພົບກໍລະນີເຫຼົ່ານີ້ໃຫ້ໂທມາຮ້ອງຮຽນຕາມເບີສາຍດ່ວນ 1513 ຈະມີໜ່ວຍງານໂມບາຍແລັບສະເພາະ ເຂົ້າໄປກວດສອບໃຫ້ໂດຍບໍ່ໄດ້ເສຍຄ່າຮ້ອງຮຽນ ຫຼື ກວດກາໃດໆ.
ສໍາລັບທິດທາງໃນຕໍ່ໜ້າຂອງກົມມາດຖານ ແລະ ວັດແທກ ກໍຈະພະຍາຍາມສູ້ຊົນ ເພື່ອສ້າງບຸກຄະລາກອນ, ບັນດານິຕິກໍາ, ການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມໃນວຽກງານກວດກາຜະລິດຕະພາບສິນຄ້າທີ່ນໍາເຂົ້າສິນຄ້າມາຈໍາໜ່າຍໃນ ສປປ ລາວ ໃຫ້ຢູ່ໃນເກນມາດຖານ ແລະ ເຕັກນິກຂອງ ສປປ ລາວ.