ທ່ານ ຫວາງ ຈ່ຽນຕົງ ຮອງອຳນວຍການບໍລິສັດຊີໂນ-ອາກຣີ ໂປຕາສ ໄດ້ລາຍງານສະພາບລວມການເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ດຳເນີນໂຄງການ ໃນໂອກາດທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ບໍລິສັດດັ່ງກ່າວ ເມື່ອວັນທີ 1 ຕຸລາ 2023 ຜ່ານມາວ່າ: ບໍລິສັດດັ່ງກ່າວແມ່ນໄດ້ຈົດທະບຽນສ້າງຕັ້ງໃນເດືອນພຶດສະພາ 2009 ທີ່ນະຄອນຫຼວງວຽງຈັນ ເປັນບໍລິສັດລະດັບສາກົນທີ່ດຳການເນີນຂຸດຄົ້ນ, ປຸງແຕ່ ແລະ ຈໍາໜ່າຍ ເກືອໂປຕາສ.
ໃນປີ 2021 ແມ່ນໄດ້ຜະລິດທົດລອງ ແລະ ກາຍເປັນໂຄງການເກືອໂປຕາສລະດັບ 1 ລ້ານໂຕ່ນທຳອິດໃນຂົງເຂດໃໝ່ຂອງການຜະລິດເກືອໂປຕາສໃນໂລກ. ເຊິ່ງຜະລິດຕະພັນເກືອໂປຕາສຂອງບໍລິສັດຊີໂນ-ອາກຣີ ແມ່ນໄດ້ສົ່ງອອກຈໍາໜ່າຍໃນຫຼາຍປະເທດເຊັ່ນ: ຈີນ, ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ອິນເດຍ, ນິວຊີແລນ ແລະ ຍີ່ປຸ່ນ, ໄດ້ສ້າງອິດທິພົນທີ່ພົ້ນເດັ່ນໃນຕະຫຼາດສາກົນ ໂດຍສະເພາະແມ່ນຕະຫຼາດເອເຊຍຕາເວັນອອກສ່ຽງໃຕ້.
ບໍລິສັດຊີໂນ-ອາກຣີ ໂປຕາສ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ປະຈຸບັນກຳລັງການຜະລິດແມ່ນບັນລຸ 2 ລ້ານໂຕ່ນຕໍ່ປີ, ໃນທ້າຍປີ 2023 ແມ່ນຈະບັນລຸ 3 ລ້ານໂຕ່ນຕໍ່ປີ, ປີ 2025 ຈະບັນລຸ 5 ລ້ານໂຕ່ນຕໍ່ປີ ແລະ ອະນາຄົດຈະບັນລຸ 10 ລ້ານໂຕ່ນຕໍ່ປີ, ເພື່ອຕອບສະໜອງການບໍລິການຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ, ເຊິ່ງໄດ້ຊຸກຍູ້ການສ້າງວຽກເຮັດງານທຳໃຫ້ແກ່ທ້ອງຖິ່ນ, ບໍລິສັດຍັງໄດ້ຈັດຕັ້ງດຳເນີນຫຼາກຫຼາຍກິດຈະກຳ ວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນໃຫ້ບັນລຸຄາດໝາຍ ໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ.
ນອກນີ້ໃນເຂດດັ່ງກ່າວຍັງຈະໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະ ອາຊີໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກຳໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ, ມີເນື້ອທີ່ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາສະຫະລັດ.
ໃນໂອກາດນີ້ ທ່ານຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານທີ່ຮ່ວມຕິດຕາມ ຍັງໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວດຳເນີນທຸລະກິດຂອງໂຄງການ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວໃນທ້ອງຖິ່ນ ລວມເຖິງການປະກອບສ່ວນຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ ເປັນຕົ້ນ: ພັດທະນາດ້ານພື້ນຖານໂຄງລ່າງຕ່າງໆໃຫ້ແກ່ບັນດາບ້ານໃນເຂດໂຄງການ, ການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍ່ຄືແຂວງຄໍາມ່ວນ.
ນອກນີ້ຍັງໄດ້ສະເໜີໃຫ້ບໍລິສັດ ຊ່ວຍຊຸກຍູ້ສົ່ງເສີມໃນການປະກອບສ່ວນສ້າງພື້ນຖານໂຄງລ່າງຂອງແຂວງທີ່ມີຄວາມຈໍາເປັນ ເປັນຕົ້ນ: ການປະກອບສ່ວນປັບປຸງສ້ອມແປງເສັ້ນທາງ, ການຊຸກຍູ້ໃຫ້ບໍລິສັດຂອງລາວ ໄດ້ມີສ່ວນຮ່ວມໃນການພັດທະນາໂຄງການຕ່າງໆຂອງບໍລິສັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາບໍລິສັດຂອງລາວ, ການຊຸກຍູ້ໃຫ້ພໍ່ແມ່ປະຊາຊົນທຳການຜະລິດກະສິກຳ ເພື່ອສະໜອງຜົນຜະລິດໃຫ້ແກ່ໂຮງງານ ລວມເຖິງກິດຈະກຳຕ່າງໆ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນໃນເຂດໂຄງການ ແລະ ເຂດອື່ນໆຂອງແຂວງຄໍາມ່ວນ. ພ້ອມນີ້ຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ເດີນທາງໄປກາບໄຫວ້ ແລະ ຊົມພິພິທະພັນ ຢູ່ອະນຸສອນປະທານໂຮ່ຈິມິນ ຢູ່ບ້ານຊຽງຫວາງ ເມືອງໜອງບົກ.