ພາສາອັງກິດ ມີຄວາມສໍາຄັນ ແລະ ຈໍາເປັນຕໍ່ການພັດທະນາປະເທດຊາດ ກໍຄືການພັດທະນາດ້ານເສດຖະກິດສັງຄົມ ເພື່ອສື່ສານລະຫວ່າງບັນດາປະເທດໃນໂລກ, ນອກຈາກນັ້ນສື່ການຮຽນ – ການສອນ ແລະ ແຫຼ່ງຂໍ້ມູນອື່ນໆສ່ວນຫຼາຍແມ່ນຂຽນເປັນພາສາອັງກິດ, ດັ່ງນັ້ນ ລັດຖະບານ ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກີລາ (ສສກ) ຈຶ່ງໄດ້ນໍາເອົາພາສາອັງກິດ ເຊິ່ງຖືວ່າເປັນພາສາຕ່າງປະເທດເຂົ້າໃນຫຼັກສູດສາມັນສຶກສາ, ໃນນັ້ນຊັ້ນປະຖົມສຶກສາແມ່ນເລີ່ມຮຽນແຕ່ຂັ້ນ ປ 3 ຂຶ້ນໄປ.
ສະນັ້ນຄູຂັ້ນ ປ 3, ປ 4 ແລະ ປ 5 ທຸກຄົນຕ້ອງໄດ້ສອນ ເພື່ອພັດທະນາຄວາມຮູ້ທັກສະພື້ນຖານດ້ານການຂຽນ, ການອ່ານ, ການຟັງ ແລະ ການເວົ້າຂອງນັກຮຽນ ເພື່ອເປັນຄວາມຮູ້ພື້ນຖານໃນການຮຽນຕໍ່ໃນໂຮງຮຽນມັດທະຍົມສຶກສາ ແລະ ຂັ້ນສູງຕໍ່ໄປໃນອະນາຄົດ. ແນວໃດກໍຕາມ ການຮຽນ – ການສອນວິຊາພາສາອັງກິດນີ້ເປັນສິ່ງທີ່ທ້າທາຍ ແລະ ສ້າງ ຄວາມກັງວົນໃຫ້ແກ່ຄູສອນໂດຍສະເພາະແມ່ນຄູຜູ້ທີ່ບໍ່ມີ ຄວາມໝັ້ນໃຈໃນພາສາອັງກິດ.
ກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ອອກວີດີໂອສຳລັບການພັດທະນາຄູຕອນໃໝ່ ກ່ຽວກັບ 7 ວິທີການ ເພື່ອສ້າງຄວາມເຊື່ອໝັ້ນໃນການສອນພາສາອັງກິດມີລາຍລະອຽດດັ່ງນີ້:
1. ຝຶກຊ້ອມບົດຮຽນເປັນຄູ່ກັບເພື່ອນຮ່ວມງານ: ເປັນວິທີການທີ່ດີເພື່ອເຮັດໃຫ້ມີຄວາມໝັ້ນໃຈ ແລະ ເປັນການກຽມ ຄວາມພ້ອມໃນການສິດສອນ ຄູຕ້ອງມີການຝຶກຊ້ອມເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອໃຫ້ແນ່ໃຈວ່າຕົນເອງມີຄວາມພ້ອມທີ່ຈະດໍາເນີນການສິດສອນໃນບົດຮຽນດັ່ງກ່າວ.
2. ນໍາໃຊ້ວັດຈະນານຸກົມອອນລາຍ ( Google Translate ) ເພື່ອຊ່ວຍໃຫ້ເຂົ້າໃຈ ຄວາມໝາຍຂອງຄໍາສັບໃນພາສາອັງກິດ ພ້ອມທັງຟັງການອອກສຽງ ເຊິ່ງອຸປະກອນທີ່ຈະນໍາໃຊ້ວັດຈະນານຸກົມອອນລາຍບ ປະກອບມີ: ໂທສະລັບມືຖື ຫຼື ແທັບເລັດທີ່ເຊື່ອມຕໍ່ກັບອິນເຕີເນັດໄດ້. ຄູສາມາດດາວໂຫຼດ Google Translate ຈາກ Play Store ເພື່ອດາວໂຫຼດມານໍາໃຊ້ໄດ້ທັງການຟັງ ແລະ ການຂຽນ.
3. ການຄົ້ນຄວ້າດ້ວຍຕົນເອງ: ການຄົ້ນຄວ້າ ແລະ ອ່ານບົດຮຽນດ້ວຍຕົນເອງ ເພື່ອໃຫ້ແນ່ໃຈວ່າທ່ານມີຄວາມໝັ້ນໃຈໃນການສອນຄໍາສັບໃໝ່, ການອອກສຽງ, ທ່າທາງປະກອບ ພ້ອມທັງຈົດບັນທຶກບັນຫາທີ່ທ່ານພົບພໍ້ ວິທີນີ້ຄູສາມາດນໍາໃຊ້ປຶ້ມຄູ່ມືຄູ, ປຶ້ມສໍາມະນາກອນການຝຶກອົບຮົມຫຼັກສູດ, ວັດຈະນານຸກົມ ແລະ ສື່ທາງອອນລາຍຕ່າງໆ.
4. ຮຽນຮູ້ຄໍາສັ່ງພື້ນຖານໃນຫ້ອງຮຽນ: ເຊິ່ງຄູສາມາດນໍາໃຊ້ຄໍາສັ່ງໃນການສອນແຕ່ລະຄັ້ງເປັນພາສາອັງກິດກັບນັກຮຽນ ຫຼັງການສອນຫຼາຍອາທິດເຫັນວ່າສາມາດນໍາໃຊ້ ແລະ ອອກສຽງຄໍາສັ່ງເຫຼົ່ານັ້ນໄດ້ຢ່າງຖືກຕ້ອງຄ່ອງແຄ້ວ ແລະ ມີຄວາມໝັ້ນໃຈເພີ່ມຂຶ້ນ.
5. ທົບທວນຄືນດ້ວຍການທົດລອງນໍາໃຊ້ເກມ ແລະ ກິດຈະກໍາກ່ອນຈະນໍາໄປສອນຕົວຈິງກັບນັກຮຽນ.
6. ນໍາໃຊ້ສື່ວີດີໂອ ແລະ ຟາຍສຽງ: ຄູສາມາດນໍາໃຊ້ວີດີໂອ ຫຼື ຟາຍສຽງໃນຢູທູບ, ວີດີໂອການພັດທະນາຄູ, ຄັງປັນຍາລາວ ແລະ ຟາຍສຽງໃນຢູທູບ, USB ເພື່ອເບິ່ງວິທີການສອນພ້ອມທັງຝຶກຊ້ອມການອອກສຽງຕ່າງໆ ເພື່ອສ້າງຄວາມໝັ້ນໃຈກ່ອນຂຶ້ນສອນຕົວຈິງ.
7. ການຊ່ວຍເຫຼືອທາງວັອດແອັບ ( WhatsApp ): ຄູສອນສາມາດຫາຄວາມຊ່ວຍເຫຼືອຈາກຄູທ່ານອື່ນ ຫຼື ຜູ້ເຮັດວຽກສຶກສານິເທດຜ່ານທາງກຸ່ມວັອດແອັບ ເພື່ອຊ່ວຍໃຫ້ເຂົ້າໃຈຄວາມໝາຍຂອງຄໍາສັບໃໝ່ ແລະ ວິທີການອອກສຽງ.
ວີດີໂອນີ້ຖ່າຍທຳຢູ່ໃນຫ້ອງຮຽນຕົວຈິງທີ່ແຂວງຫຼວງນ້ຳທາ, ຜະລິດໂດຍທີມງານຂະແໜງສື່ອີເລັກໂຕຣນິກ ແລະ ການສຶກສາທາງໄກ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ( ສວສ ). ລາຍລະອຽດຂອງວີດີໂອສາມາດກົດເຂົ້າໄປເບິ່ງໃນລິ້ງນີ້: https://www.youtube.com/watch?v=F0hopPiXLWY