ເບສບອລທີມຊາດລາວ ສ້າງປະຫວັດສາດຊະນະຄັ້ງທໍາອິດລະດັບນາໆຊາດ ຜ່ານເຂົ້າຮອບໃນເອຊຽນເກມ

0
179

ໄປເບິ່ງ ວິນາທີປະຫວັດສາດຂອງກີລາເບສບອລ ທີມຊາດລາວ (Baseball) ສາມາດຊະນະນັດທໍາອິດໃນລາຍການໃຫຍ່ໆລະດັບນາໆຊາດຢ່າງ ເອຊຽນ ເກມ ຄັ້ງທີ 19 ທີ່ ສປ ຈີນ ເຊິ່ງງານມະຫາກໍາກີລາທີ່ໃຫຍ່ທີ່ສຸດໃນທະວີບອາຊີ ສາມາດເອົາຊະນະ ທີມຊາດສິງກະໂປ ໄປຫວຸດຫວິດ 8-7 ເມື່ອວັນທີ 27 ກັນຍາ 2023

ໃນເອຊຽນເກມ ຄັ້ງນີ້ ທີມຊາດລາວ, ໄທ ແລະ ສິງກະໂປ ຕ້ອງແຂ່ງຂັນໃນຮອບຄັດເລືອກ ເພື່ອຄັດເອົາອັນດັບ 1 ແລະ 2 ຜ່ານເຂົ້າຮອບແບ່ງກຸ່ມ ຜ່ານການແຂ່ງຂັນຮອບແບ່ງກຸ່ມປາກົດວ່າ: ທີມຊາດເບສບອລລາວ ລົງແຂ່ງຂັນນັດທີ 2 ໂດຍນັດທໍາອິດເສຍໃຫ້ທີມຊາດໄທ 1-4 ແລະ ໃນວັນທີ 27 ກັນຍາ ທີ່ຜ່ານມາ ພົບກັບທີຊາດ ສິງກະໂປ ຜົນປາກົດວ່າຕະຫລອດການແຂ່ງຂັນ ສູ້ກັນໄດ້ສູສີ ແຕ່ເປັນທາມຊາດລາວ ມີສະມາຖິໃນເກມດີກວ່າ ຕີໄດ້ແມ້ນກວ່າ ສາມາດເອົາຊະນະໄປໄດ້ 8-7 ແລະ ຄູ່ສຸດທ້າຍ ໄທ ຖະຫຼົ່ມ ສິງກະໂປ ໄປຂາດລອຍ 17-0

ສະຫຼຸບຜົນຮອບຄັດເລືອກ
ອັນດັບ 1 ທີມຊາດໄທ
ອັນດັບ 2 ທີມຊາດລາວ
ອັນດັບ 3 ທີມຊາດສິງກະໂປ

ໂດຍທີມຊາດໄທ ແລະ ທີມຊາດລາວ ສາມາດເຂົ້າຮ່ວມແຂ່ງຂັນໃນຮອບຕໍ່ໄປກໍຮອບແບ່ງກຸ່ມເລີ່ມແຂ່ງຂັນວັນທີ 1 ຕຸລາ 2023 ມີດັ່ງນີ້:
-ກຸ່ມ A: ຍີ່ປຸ່ນ, ສປ ຈີນ, ຟິລິບປິນ ແລະ ສປປ ລາວ
-ກຸ່ມ B: ສ ເກົາຫຼີ, ໄຕຫວັນ, ຮົງກົງ ແລະ ໄທ

LEAVE A REPLY

Please enter your comment!
Please enter your name here