ປັບຄ່າແຮງງານຂັ້ນຕໍ່າ ເລີ່ມ 1 ຕຸລານີ້

73

 

ລັດຖະບານໄດ້ແຈ້ງປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຈາກ 1.300.000 ກີບ ມາເປັນ 1.600.000 ກີບຕໍ່ຄົນຕໍ່ເດືອນ ເລີ່ມແຕ່ວັນທີ 1 ຕຸລາ 2023 ເປັນຕົ້ນໄປ.
ຄະນະກໍາມະການແຮງງານແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກຄໍາແນະນໍາເລກທີ 3226/ຮສສ ລົງວັນທີ 1 ກັນຍາ 2023 ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານຢູ່ ສປປ ລາວ ແນໃສ່ເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານທີ່ເຮັດວຽກໃນຫົວ ໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການ ທັງໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກໃນຄົວເຮືອນ ໄດ້ຮັບຄ່າຕອບແທນຈາກການເຮັດວຽກຢ່າງເໝາະສົມ, ຍຸຕິທໍາກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບ, ເປັນການເພີ່ມປະສິດທິພາບໃນການຜະລິດໃຫ້ສູງຂຶ້ນ ແລະ ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວດ້ານເສດຖະ ກິດ – ສັງຄົມ.


ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານຄະນະກໍາມະການແຮງງານແຫ່ງຊາດ ອອກຄໍາແນະນໍາ: ປັບປຸງຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານຢູ່ ສປປ ລາວ ຈາກ 1.300.000 ກີບ ມາເປັນ 1.600.000 ກີບຕໍ່ຄົນຕໍ່ເດືອນ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ຕຸລາ 2023.
ຄ່າແຮງງານຂັ້ນຕໍ່າສຸດ ແມ່ນລະດັບຄ່າແຮງງານຂັ້ນຕໍ່າສຸດ ທີ່ຜູ້ໃຊ້ແຮງງານຕ້ອງເບີກຈ່າຍໃຫ້ຜູ້ອອກແຮງງານທີ່ເຂົ້າສູ່ຕະຫຼາດແຮງງານໃໝ່ ທີ່ບໍ່ມີສີມືແຮງງານ, ບໍ່ທັນຜ່ານການຝຶກງານ, ບໍ່ທັນມີຄວາມຊໍານານງານ, ບໍ່ມີວຸດທິທາງວິຊາຊີບ ເຊິ່ງເຮັດວຽກບໍ່ເກີນຊາວຫົກວັນຕໍ່ເດືອນ, ຫົກວັນຕໍ່ອາທິດ ແລະ ແປດຊົ່ວໂມງຕໍ່ວັນ ໂດຍບໍ່ໃຫ້ຄິດໄລ່ເອົາເງິນອື່ນໆເຂົ້ານໍາ ເປັນຕົ້ນ: ເງິນຜະລິດ, ເງິນເຮັດວຽກເພີ່ມໂມງ, ເງິນບໍາເນັດ, ເງິນອຸດໜູນປີການ, ເງິນຊຸກຍູ້ມາເຮັດວຽກ, ຄ່າອາຫານ, ຄ່າທີ່ພັກ, ຮັບສົ່ງ ແລະ ນະໂຍບາຍອື່ນໆ.


ຜູ້ອອກແຮງງານທີ່ມີວຸດທິທາງວິຊາຊີບ, ວິຊາສະເພາະໃນລະດັບໃດໜຶ່ງ, ມີປະສົບການໃນການເຮັດວຽກມາກ່ອນ ແລະ ຜູ້ທີ່ໄດ້ເຮັດວຽກໃນຫົວໜ່ວຍແຮງງານນັ້ນ ຄົບ 9 ເດືອນ ແມ່ນໃຫ້ຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ ໂດຍກໍານົດໄວ້ໃນກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ ຫຼື ສັນຍາແຮງງານກັບຜູ້ອອກແຮງງານ. ຖ້ານໍາໃຊ້ຜູ້ອອກແຮງງານເຮັດວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບ ຕາມທີ່ກໍານົດໄວ້ໃນກົດໝາຍ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມອີກ ໂດຍບໍ່ໃຫ້ຫຼຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດ ທີ່ກໍານົດໄວ້ໃນແນະນໍາສະບັບນີ້.
ໃຫ້ທຸກຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າຫາກຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານໃດຫາກເບີກຈ່າຍຕໍ່າກວ່າ ຕ້ອງດໍາເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຄໍາແນະນໍາສະບັບນີ້.