ເວັບໄຊ investing.com ລາຍງານວ່າ: ການເກີນດຸນການຄ້າຂອງປະເທດອົດສະຕຣາລີ ຫຼຸດລົງເກີນຄາດໃນເດືອນກໍລະກົດຜ່ານມາ ເນື່ອງຈາກຄວາມຕ້ອງການຂອງຕະຫຼາດຈີນຫຼຸດລົງ ສົ່ງຜົນກະທົບຕໍ່ການສົ່ງອອກໂລຫະ ແລະ ສິນຄ້າໂພກກະພັນທີ່ສຳຄັນຂອງອົດສະຕຣາລີ. ຂະນະທີ່ການນໍາເຂົ້າ ຟື້ນຕົວຈາກການຫຼຸດລົງໃນເດືອນກ່ອນໜ້າ.
ຂໍ້ມູນຫຼ້າສຸດຈາກສຳນັກງານສະຖິຕິແຫ່ງອົດສະຕຣາລີ ( ABS ) ລະບຸວ່າ: ການເກີນດຸນການຄ້າຂອງອົດສະຕຣາລີ ຫຼຸດລົງເຫຼືອ 8,04 ຕື້ໂດລາອົດສະ ຕຣາລີ ( 5,13 ຕື້ໂດລາສະຫະລັດ ) ໃນເດືອນກໍລະກົດປີ 2023 ຈາກ 11,32 ຕື້ໂດລາອົດສະ ຕຣາລີ ເມື່ອເດືອນກ່ອນໜ້ານີ້ ເຊິ່ງດັດຊະນີແມ່ນອ່ອນແອເກີນທີ່ຄາດການໄວ້ວ່າຈະເກີນດຸນ 10 ຕື້ໂດລາອົດສະຕຣາລີ ແລະ ຢູ່ຕໍ່າກວ່າລະດັບຕໍ່າສຸດ ນັບແຕ່ເດືອນກຸມພາ 2022.
ຕົວເລກດັ່ງກ່າວ ແມ່ນໄດ້ຮັບການດຶງລົງໂດຍການສົ່ງອອກທີ່ຫຼຸດລົງ 2% ຈາກເດືອນກ່ອນ ເຊິ່ງແມ່ນການຂົນສົ່ງແຮ່ໂລຫະ, ຖ່ານຫີນ ແລະ ເຊື້ອເພີງທີ່ຫຼຸດລົງ.
ຂະນະທີ່ຄວາມຕ້ອງການສິນຄ້າໂພກກະພັນໃນຈີນຫຼຸດລົງ ສົ່ງຜົນກະທົບຕໍ່ລາຄາໂລຫະໃນເດືອນດັ່ງກ່າວ ແລະ ສົ່ງຜົນໃຫ້ຜູ້ສົ່ງອອກຂອງອົດສະຕຣາລີ ບັນທຶກອັດຕາກຳໄລຈາກການຂົນສົ່ງຫຼຸດລົງ, ການນໍາເຂົ້າຂອງຈີນ ກໍຫຼຸດລົງຕະຫຼອດເດືອນກໍລະກົດເຊັ່ນກັນ ເນື່ອງຈາກຄູ່ຄ້າລາຍໃຫຍ່ທີ່ສຸດຂອງອົດສະຕຣາລີ ຕ້ອງດີ້ນຮົນກັບການຊະລໍຕົວຂອງການເຕີບໂຕທາງເສດຖະກິດ ພາຍຫຼັງໂຄວິດ – 19.
ການຟື້ນຕົວຂອງການທ່ອງທ່ຽວ ແລະ ການສົ່ງອອກສິນຄ້າອື່ນ ບໍ່ສາມາດມາທົດແທນໄດ້ ເນື່ອງຈາກການສົ່ງອອກໂລຫະ ແລະ ເຊື້ອເພີງ ຖືເປັນຜົນຜະລິດສ່ວນໃຫຍ່ຂອງອົດສະຕຣາລີ.
ນອກນີ້, ຍັງສ້າງແຮງກົດດັນຕໍ່ດຸນການຄ້າອີກດ້ວຍ ເນື່ອງຈາກການນໍາເຂົ້າຂອງອົດສະຕຣາລີ ເພີ່ມຂຶ້ນ 3% ໃນເດືອນກໍລະກົດ 2023 ຟື້ນຕົວຈາກການຫຼຸດລົງ 4% ໃນເດືອນກ່ອນໜ້າ ເນື່ອງຈາກການຂົນສົ່ງຕັ້ງແຕ່ສິນຄ້າຈໍາເປັນ ໄປຈົນເຖິງສິນຄ້າອຸດສາຫະກຳ ເພີ່ມຂຶ້ນຢ່າງວ່ອງໄວ.