ສໍານັກຂ່າວຕ່າງປະເທດລາຍງານວ່າ ສໍານັກງານອາຫານແຫ່ງຊາດອິນໂດເນເຊຍ ( NFA ) ເປີດເຜີຍວ່າ: ລັດຖະບານອິນໂດເນເຊຍ ກຽມນຳເຂົ້າ ເຂົ້າຈາກ ສປ ຈີນ ຈໍານວນ 1 ລ້ານໂຕນ ເພື່ອເພີ່ມປະລິມານຄັງແຮເຂົ້າພາຍໃນປະເທດ. ນອກຈາກນີ້, ຍັງມີແຜນນໍາເຂົ້າ ເຂົ້າຈາກກຳປູເຈຍອີກປະມານ 10.000 ໂຕນໃນປີນີ້.
ບໍລິສັດ Bulog ເຊິ່ງເປັນຜູ້ນໍາເຂົ້າ ເຂົ້າທີ່ໄດ້ຮັບການມອບໝາຍຈາກລັດຖະບານອິນໂດເນເຊຍ ຕັ້ງເປົ້າຈະນໍາເຂົ້າ ເຂົ້າ ປະມານ 2,3 ລ້ານໂຕນໃນປີນີ້ ເພື່ອບັນເທົາຜົນກະທົບຈາກປາກົດການແອວນີໂຍ ເຮັດໃຫ້ບາງພື້ນທີ່ຂອງອິນໂດເນເຊຍ ປະເຊີນກັບໄພແຫ້ງແລ້ງ ແລະ ຄາດວ່າຈະເຮັດໃຫ້ຜົນຜະລິດເຂົ້າຂອງອິນໂດເນເຊຍ ຫຼຸດລົງ 5 – 7% ເມື່ອທຽບກັບປີຜ່ານມາ ທີ່ສາມາດຜະລິດເຂົ້າໄດ້ 31,54 ລ້ານໂຕນ.
ທັງນີ້, ສຳນັກງານສະຖິຕິແຫ່ງຊາດອິນໂດເນເຊຍ ເປີດເຜີຍວ່າ: ໃນໄລຍະ 8 ເດືອນຕົ້ນປີ 2023 ອິນໂດເນເຊຍ ໄດ້ນຳເຂົ້າ ເຂົ້າປະມານ 1,59 ລ້ານໂຕນ ເພີ່ມຂຶ້ນ 237.146 ໂຕນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍນຳເຂົ້າ ເຂົ້າຈາກໄທ 802.000 ໂຕນ, ຫວຽດນາມ 674.000 ໂຕນ, ອິນເດຍ 66 ພັນໂຕນ ແລະ ປາກິດສະຖານ 45 ພັນໂຕນ.