ປະຈໍາເດືອນມາໜ້ອຍ ຄືພາວະທີ່ມີເລືອດປະຈຳເດືອນໄຫຼອອກມາໜ້ອຍກວ່າປົກກະຕິ ເກີດຂຶ້ນໄດ້ຈາກຫຼາຍສາເຫດ ອາດເກີດຂຶ້ນເທື່ອດຽວ ແລະ ອາດບໍ່ແມ່ນສັນຍານອັນຕະລາຍສະເໝີໄປ ບໍ່ຕ້ອງຫາຢາຂັບເລືອດ ຫຼື ຢາພື້ນເມືອງມາກິນກໍໄດ້.
ໂດຍທົ່ວໄປ ຮອບເດືອນຂອງແມ່ຍິງຢູ່ໃນໄລຍະ 21 – 35 ວັນ ແລະ ມີໄລຍະເວລາທີ່ປະຈຳເດືອນມາແຕ່ລະເທື່ອປະມານ 3 – 5 ວັນ, ແຕ່ບາງຄົນອາດມີປະຈຳເດືອນມາປະມານ 2 – 7 ວັນ ເຊິ່ງກໍເປັນປົກກະຕິ ໂດຍເລືອດທີ່ໄຫຼອອກມານັ້ນ ອາດມີປະລິມານຫຼາຍ, ປານກາງ ຫຼື ໜ້ອຍແຕກຕ່າງກັນ.
ສາເຫດທີ່ເຮົດໃຫ້ປະຈຳເດືອນມາໜ້ອຍໃນກໍລະນີ ຫາກເຄີຍມີເລືອດປະຈຳເດືອນໄຫຼປົກກະຕິ ຫຼື ປະຈຳເດືອນມາຫຼາຍຢ່າງສະໝ່ຳສະເໝີມາກ່ອນ ອາດເປັນສັນຍານອັນຕະລາຍໄດ້ ແລະ ອາດເກີດຈາກຫຼາຍສາເຫດ ດັ່ງຕໍ່ໄປນີ້:
1. ການຕົກໄຂ່: ເຖິງວ່າການຕົກໄຂ່ຈະເປັນຂະບວນການປົກກະຕິທີ່ເຮັດໃຫ້ແມ່ຍິງໃນໄວຈະເລີນພັນມີປະຈຳເດືອນ ແຕ່ໃນບາງກໍລະນີກໍອາດເຮັດໃຫ້ມີເລືອດໄຫຼອອກມາຈາກຊ່ອງຄອດໃນໄລຍະກາງຮອບປະຈຳເດືອນ ຫຼື ໃນໄລຍະຕົກໄຂ່ໄດ້ ເຊິ່ງອາດເຮັດໃຫ້ເຂົ້າໃຈຜິດວ່າເປັນປະຈຳເດືອນປົກກະຕິທີ່ມາໜ້ອຍ.
2. ຖືພາ
ຜູ້ທີ່ຖືພາອາດມີເລືອດຈາກຊ່ອງຄອດແບບກະປິດກະປ່ອຍ ເຊິ່ງອາດເປັນເລືອດລ້າງໜ້າເດັກ ທີ່ເກີດຫຼັງການປະຕິສົນທິເນື່ອງຈາກຕົວອ່ອນເຄື່ອນໄປຍຶດເກາະຝັງຕົວທີ່ຜະໜັງມົດລູກ ໂດຍຈະມີເລືອດອອກພຽງ 1 – 2 ມື້ເທົ່ານັ້ນ ເຮັດໃຫ້ເຂົ້າໃຈຜິດວ່າເປັນເລືອດປະຈຳເດືອນໄດ້.
2. ການໃຫ້ນົມລູກ
ໃນໄລຍະໃຫ້ນົມລູກ ຮໍໂມນທີ່ຊ່ວຍສ້າງການຜະລິດນ້ຳນົມຈະຢັບຢັ້ງການຫຼັ່ງຮໍໂມນເພດ ເຮັດໃຫ້ໄຂ່ຕົກຊ້າ ແລະ ເກີດພາວະປະຈຳເດືອນຂາດ ໂດຍຈະໃຊ້ເວລາຫຼາຍເດືອນກວ່າຈະກັບມາມີປະຈຳເດືອນຕາມປົກກະຕິ.
3. ຄຸມກຳເນີດ ການຄຸມກຳເນີດປະເພດຕ່າງໆ ເຊັ່ນ: ຢາຄຸມຊະນິດເມັດ, ຢາສັກຄຸມກຳເນີດ, ໃສ່ຫ່ວງ, ອາດມີຜົນຢັບຢັ້ງຂະບວນການຕົກໄຂ່ໃນເພດຍິງ ເຮັດໃຫ້ຜະໜັງມົດລູກບາງລົງ ເປັນເຫດໃຫ້ປະຈຳເດືອນມາໜ້ອຍ ຫຼື ເກີດພາວະປະຈຳເດືອນຂາດໄດ້.
4. ຊ່ວງໄວ: ໄວໜຸ່ມເປັນທຳອິດຂອງການມີປະຈຳເດືອນ ຮ່າງກາຍທີ່ຍັງຈະເລີນເຕີບໂຕບໍ່ເຕັມທີ່ອາດມີຜົນຕໍ່ຮໍໂມນທີ່ຄວບຄຸມການເກີດປະຈຳເດືອນ.
5. ແມ່ຍິງທີ່ໄວກຳລັງຈະໝົດປະຈຳເດືອນ
ເນື່ອງຈາກລະດັບຮໍໂມນທີ່ເລີ່ມຫຼຸດລົງ ຈຶ່ງເກີດການຕົກໄຂ່ໜ້ອຍລົງ ເຮັດໃຫ້ປະຈຳເດືອນມາໜ້ອຍຈົນປະຈຳເດືອນຈະໝົດໄປໃນທີ່ສຸດຫຼັງຜ່ານໄວນີ້.
6. ຄວາມຄຽດ
ເມື່ອເກີດພາວະຄຽດສະໝອງຈະປັບປ່ຽນຮໍໂມນທີ່ຄວບຄຸມຮອບເດືອນ ສົ່ງຜົນໃຫ້ປະຈຳເດືອນມາໜ້ອຍ ຫຼື ບໍ່ມາເລີຍ ແຕ່ຈະກັບມາມີປະຈຳເດືອນຕາມປົກກະຕິຫຼັງຈາກຫາຍດີຈາກພາວະຄຽດແລ້ວ.
7. ນ້ຳໜັກຕົວ
ນ້ຳໜັກຕົວ ແລະ ໄຂມັນໃນຮ່າງກາຍອາດສົ່ງຜົນໃຫ້ປະຈຳເດືອນມາບໍ່ປົກກະຕິໄດ້
8. ອອກກຳລັງກາຍຫຼາຍເກີນໄປ
ຫາກຫຼິ້ນກີລາທີ່ຕ້ອງໃຊ້ແຮງຫຼາຍ ຫຼື ອອກກຳລັງກາຍຢ່າງໜັກຕິດຕໍ່ກັນດົນຫຼາຍຊົ່ວໂມງ ອາດພົບພາວະປະຈຳເດືອນມາໜ້ອຍ.
9. ພຶດຕິກຳການກິນຜິດປົກກະຕິ ເຊັ່ນ: ພະຍາດຕິດຄວາມຈ່ອຍ ( Anorex) ແລະ ການຈົກຄໍ ( Bulimia ) ເພາະພະຍາດການກິນຜິດປົກກະຕິເຫຼົ່ານີ້ສົ່ງຜົນໃຫ້ນ້ຳໜັກຕົວຫຼຸດ ເຊິ່ງອາດເຮັດໃຫ້ຮໍໂມນທີ່ຄວບຄຸມຮອບເດືອນປ່ຽນແປງໄປເປັນເຫດໃຫ້ປະຈຳເດືອນມາໜ້ອຍ.
10. PCOS ຫຼື ກຸ່ມອາການຖົງນ້ຳຈຳນວນຫຼາຍໃນຮັງໄຂ່ ຄົນເຈັບທີ່ມີພາວະນີ້ອາດມີປະຈຳເດືອນມາບໍ່ປົກກະຕິ ຫຼື ປະຈຳເດືອນຂາດໄດ້ ເນື່ອງຈາກພາວະ PCOS ສົ່ງຜົນໃຫ້ຮໍໂມນໃນຮ່າງກາຍປ່ຽນແປງ ແລະ ລົບກວນການຕົກໄຂ່.
11. ພະຍາດໄທຣອຍ
ລະດັບຮໍໂມນໄທຣອຍທີ່ຫຼາຍ ຫຼື ໜ້ອຍເກີນໄປ ອາດເຮັດໃຫ້ປະຈຳເດືອນມາບໍ່ປົກກະຕິ ຫຼື ອາດເກີດພາວະປະຈຳເດືອນຂາດຕິດຕໍ່ກັນຫຼາຍເດືອນ.
12. ເນື້ອເຍື່ອມົດລູກເກີດຜິດບ່ອນ
ປະຈຳເດືອນທີ່ມາບໍ່ປົກກະຕິອາດເກີດຈາກພາວະເນື້ອເຍື່ອຜົ້ງມົດລູກແຊກໂຕເຂົ້າໄປໃນກ້າມຊີ້ນຜະໜັງມົດລູກເຊິ່ງອາດເຮັດໃຫ້ຄົນເຈັບມີປະຈຳເດືອນມາຫຼາຍ ຫຼື ໜ້ອຍກວ່າປົກກະຕິ.
13. ການຕິດເຊື້ອໃນທ້ອງນ້ອຍ
ອາດເກີດຈາກການມີເພດສຳພັນໂດຍບໍ່ປ້ອງກັນ ຫຼື ການສະສົມຂອງເຊື້ອພະຍາດຈົນເກີດການຕິດເຊື້ອລາມໄປຫາອະໄວຍະວະຕ່າງໆ ຕັ້ງແຕ່ຊ່ອງຄອດ, ປາກມົດລູກ, ມົດລູກ, ທໍ່ສົ່ງໄຂ່ ໄປຈົນເຖິງຮັງໄຂ່ ເຮັດໃຫ້ເກີດພາວະມີເລືອດອອກ ທີ່ອາດເຂົ້າໃຈວ່າເປັນເລືອດປະຈຳເດືອນໄດ້.
14. ຄວາມເຈັບປ່ວຍອື່ນໆ ບາງພະຍາດ ຫຼື ບາງພາວະອາດເຮັດໃຫ້ມີເລືອດໄຫຼອອກຈາກຊ່ອງຄອດ ຈົນເຮັດໃຫ້ເຂົ້າໃຈຜິດວ່າເປັນເລືອດປະຈຳເດືອນໄດ້ ເຊັ່ນ: ກ້ອນເບົ້າມົດລູກ, ພາວະຖືພານອກມົດລູກ, ການຫຼຸລູກ, ພະຍາດເບົາຫວານ ແລະ ພະຍາດມະເຮັງທີ່ເກີດກັບອະໄວຍະວະໃນລະບົບສືບພັນ.