14 ແຂວງກຽມຮັບມືບັນຫາຟ້າລົມຝົນຕົກໜັກ

104

 

ຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງວ່າ ເວລາ 8 ໂມງຂອງວັນທີ 26 ກັນຍາ 2023 ພະຍຸດີເປຼຊັ່ນທີ່ກຳລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງປະເທດຫວຽດນາມ
ໄດ້ອ່ອນກຳລັງລົງ ກາຍເປັນຄວາມກົດດັນອາກາດຕ່ຳທີ່ມີກຳລັງແຮງປົກຄຸມຢູ່ພາກກາງ ລົງຫາ ພາກໃຕ້ຂອງປະເທດລາວ. ຊຶ່ງຈະເຮັດໃຫ້ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ.

May be an image of map and text
ໂດຍສະເພາະແມ່ນຢູ່ ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ອັດຕະປື ແລະແຂວງເຊກອງ.
ດັ່ງນັ້ນຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບປານກາງ ຫາ ໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີ ນ້ຳຖ້ວມຊຸ ແລະ ນ້ຳຖ້ວມອັ່ງ ທີ່ຈະເກີດຂື້ນໄດ້ ໃນໄລະຍະ 1 ຫາ 2 ວັນຕໍ່ໜ້ນີ້. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.