ຫາກເວົ້າເຖິງການພັດທະນາແລ້ວໃນໂລກດຽວນີ້ ຕ່າງກໍພາກັນເວົ້າເຖິງການພັດທະນາແບບຍືນຍົງ ຫຼື ວ່າເວົ້າຫຍໍ້ເຂົ້າແມ່ນເສດຖະກິດສີຂຽວ ຢູ່ເວທີ ສປຊ ກໍເວົ້າເລື່ອງນີ້, ເວທີອາຊຽນກໍເວົ້າເຊັ່ນກັນ. ຜູ້ຂຽນໄປເຫັນບົດວິເຄາະໃນຫົວຂໍ້: “..ອາຊຽນຊຸກຍູ້ເສດຖະກິດສີຂຽວ..” ທີ່ລົງພິມໃນ VOVWORLD ສະບັບອອນລາຍລົງວັນທີ 10 ກັນຍາ 2023 ກໍເລີຍຢາກນຳມາໃຫ້ເພື່ອນຜູ້ອ່ານໄດ້ຮັບຮູ້ດັ່ງນີ້:
ປີ 2021, ບັນດາການນໍາອາຊຽນ ໄດ້ອອກຖະແຫຼງການກ່ຽວກັບພື້ນຖານເສດຖະກິດສີຂຽວ, ໃນນັ້ນຢັ້ງຢືນຄໍາໝັ້ນສັນຍານໍາພາການຮ່ວມມືພາກພື້ນໃນຂົງເຂດນີ້. ຄໍານິຍາມພື້ນຖານເສດຖະກິດສີຂຽວອາຊຽນ ລວມມີການນໍາໃຊ້, ບໍລິຫານ, ຄຸ້ມຄອງ, ອະນຸລັກຮັກສາທະເລ ແລະ ມະຫາສະໝຸດ ກໍຄືບັນດາແຫຼ່ງຊັບພະຍາກອນທໍາມະຊາດ ແລະ ລະບົບນິເວດທາງທະເລ ແລະ ແຄມທະເລ ເພື່ອຮັບໃຊ້ການເຕີບໂຕເສດຖະກິດໃນບັນດາຂົງເຂດຄື ການຫາປາ, ປູກລ້ຽງສິນໃນນ້ຳ, ການຂົນສົ່ງທາງທະເລ, ພະລັງງານທົດແທນ, ການທ່ອງທ່ຽວ, ການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄວ້າ ແລະ ພັດທະນາ, ປັບປຸງສະຫວັດດີການຂອງປະຊາຊົນ ແລະ ຊຸກຍູ້ ຄວາມສະເໝີພາບທາງສັງຄົມ.
ຢູ່ເວທີປາໄສເສດຖະກິດສີຂຽວອາຊຽນ ທີ່ດໍາເນີນເມື່ອຕົ້ນເດືອນກໍລະກົດ ປີ 2023 ຢູ່ປະເທດອິນໂດເນເຊຍ ໄດ້ຮຽກຮ້ອງບັນດາປະເທດອາຊຽນ ນໍາໃຊ້ສໍາພັນທະມິດດ້ານການເງິນປະສົມທົ່ວໂລກ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເສດຖະກິດສີຂຽວຂອງພາກພື້ນ ໂດຍແມ່ນຂໍ້ລິເລີ່ມຂອງອິນໂດເນເຊຍ ປະກາດຢູ່ກອງປະຊຸມສຸດຍອດ G20 ປີ 2022 ຢູ່ ບາຫຼີ, ສໍາພັນທະມິດດ້ານການເງິນປະສົມທົ່ວໂລກ ອາດຈະຊ່ວຍອາຊຽນ ເຕົ້າໂຮມບັນດານັກລົງທຶນ, ນັກຊ່ຽວຊານແຖວໜ້າໃນບັນດາຂົງເຂດເສດຖະກິດສີຂຽວຄືການທ່ອງທ່ຽວທໍາມະຊາດ, ການຄຸ້ມຄອງການປ່ອຍສິ່ງເສດເຫຼືອອອກສູ່ທະເລ ແລະ ແຄມທະເລ, ການຫາປາແບບຍືນຍົງ. ກ່າວຄໍາເຫັນເວທີປາໄສ, ທ່ານລັດຖະມົນຕີກະຊວງແຜນການ ແລະ ພັດທະນາແຫ່ງຊາດ ອິນໂດເນເຊຍ Suharso Monoarfa ແບ່ງປັນວ່າ:
ດ້ວຍບົດບາດເປັນປະທານອາຊຽນ 2023, ອິນໂດເນເຊຍ ໃຫ້ຄໍາໝັ້ນສັນຍາ ຍົກອອກຂອບເຂດພັດທະນາເສດຖະກິດສີຂຽວໃຫ້ແກ່ອາຊຽນ, ສ້າງພື້ນຖານສ້າງຄວາມຮັບຮູ້ລວມ ແລະ ບັນດາແຜນການຊຸກຍູ້ຍຸດທະສາດນີ້ ຄືແມ່ນໜຶ່ງໃນບັນດາບຸລິມະສິດພັດທະນາເສດຖະກິດພາກພື້ນໃນປັດຈຸບັນ, ຍຸດທະສາດນີ້ ມີຄວາມຈໍາເປັນໃນສະພາບການທີ່ລາຍຮັບຍັງມີຄວາມແຕກໂຕນກັນລະຫວ່າງບັນດາປະເທດອາຊຽນ, ຂ້າພະເຈົ້າເຊື່ອໝັ້ນວ່າ ອາຊຽນ ອາດຈະສວມບົດບາດນໍາໜ້າໃນທ່າອ່ຽງເສດຖະກິດສີຂຽວທົ່ວໂລກ, ເສີມຂະຫຍາຍບັນດາທ່າແຮງທີ່ມີຢູ່ແລ້ວ, ພິເສດແມ່ນກ່ຽວກັບທະເລ, ມະຫາສະໝຸດ ແລະ ແຫຼ່ງນໍ້າ, ເລີ່ມດໍາເນີນບັນດາຂໍ້ລິເລີ່ມນະວັດຕະກໍາ, ແບ່ງປັນວິໄສທັດ ກ່ຽວກັບຄວາມວັດທະນາຖາວອນຂອງອາຊຽນ.
ໃນພາກພື້ນ, ຫວຽດນາມ ແມ່ນປະເທດແຄມທະເລ ດ້ວຍຝັ່ງທະເລ ຍາວກວ່າ 3.250 ກິໂລແມັດ ລຽບແຕ່ເໜືອຮອດໃຕ້, ໃກ້ກັບບັນດາເສັ້ນທາງທະເລສາກົນ ແລະ ພາກພື້ນ, ດັ່ງນັ້ນຈຶ່ງມີຫຼາຍເງື່ອນໄຂສະດວກ ເພື່ອພັດທະນາເສດຖະກິດສີຂຽວ ເມື່ອແບ່ງປັນທີ່ເວທີປາໄສ, ທ່ານ ຫງວຽນແອັງດຶກ ພະນັກງານຮັບຜິດຊອບດ້ານເສດຖະກິດ, ກະຊວງອຸດສາຫະກໍາ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໄປຄຽງຄູ່ກັນບັນດາຄວາມສາມາດບົ່ມຊ້ອນດ້ານທໍາມະຊາດແລ້ວ, ຫວຽດນາມ ກໍພວມສ້າງບັນດາເງື່ອນໄຂສະດວກເທື່ອລະກ້າວ ເພື່ອຫັນປ່ຽນພື້ນຖານເສດຖະກິດທີ່ມີຄວັນ ( ເສດຖະກິດສີເທົາ ) ມາເປັນເສດຖະກິດທີ່ເປັນມິດກັບສິ່ງແວດລ້ອມ ( ເສດຖະກິດສີຂຽວ ).
ໃນຂະນະນັ້ນ, ກໍາປູເຈຍ ໂດຍແມ່ນປະເທດປະທານອາຊຽນ 2022 ເຊື່ອໝັ້ນວ່າ ເສດຖະກິດສີຂຽວ ແມ່ນກຸນແຈຂອງການເຕີບໂຕຢູ່ອາຊຽນ, ທ່ານເອກອັກຄະລັດຖະທູດກໍາປູເຈຍ ປະຈໍາອາຊຽນ, Heng Salth ໃຫ້ຮູ້ວ່າການພັດທະນາທ່າກໍາປັ່ນທະເລ ແລະ ທາງທະເລແມ່ນໜຶ່ງໃນບັນດາ ຄວາມມານະພະຍາຍາມປັບປຸງການເຂົ້າຮ່ວມຂອງກໍາປູເຈຍ ເຂົ້າໃນລະບົບສະໜອງທົ່ວໂລກ ໂດຍແບ່ງປັນກ່ຽວກັບຜົນກະທົບຂອງເສດຖະກິດສີຂຽວ ກໍຄືບັນດາມາດຕະການຊຸກຍູ້ການພັດທະນາເສດຖະກິດສີຂຽວ ໃຫ້ແກ່ພາກພື້ນອາຊຽນ, ທ່ານ Heng Salth ໃຫ້ຮູ້ວ່າ:
ກໍາປູເຈຍ ຖືວ່າເສດຖະກິດສີຂຽວພວມມີຜົນກະທົບບໍ່ໜ້ອຍຕໍ່ສິ່ງແວດລ້ອມ, ວິໄສທັດລວມອາຊຽນ ຮອດປີ 2025 ສະແດງໃຫ້ເຫັນວ່າ ການພັດທະນາເສດຖະກິດແບບຍືນຍົງຕ້ອງປະຕິບັດໄປພ້ອມໆກັນ, ຕ້ອງມີຄວາມຮັບຜິດຊອບຂອງບັນດາພາກສ່ວນໃນສັງຄົມເພື່ອສ້າງປະສິດທິຜົນສູງສຸດ, ລັດຖະບານ, ບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ພົນລະເມືອງ ອາຊຽນ ຕ້ອງພ້ອມກັນເຫັນໄດ້ປະສິດທິຜົນຂອງການພັດທະນາແບບຍືນຍົງ. ການຮ່ວມມືກັບບັນດາຄູ່ຮ່ວມມືສາກົນ ກໍສວມບົດບາດສໍາຄັນທີ່ສຸດເພື່ອສ້າງຜົນປະໂຫຍດລວມ.
ຕົວເລກຢູ່ເວທີປາໄສເສດຖະກິດສີຂຽວອາຊຽນ 2023 ສະແດງໃຫ້ເຫັນວ່າ ມີກວ່າ 66% ເນື້ອທີ່ເຂດອາຊີຕາເວັນອອກສ່ຽງໃຕ້ ແມ່ນທະເລ ແລະ ມະຫາສະໝຸດ, ບັນດາເຂດທະເລຂອງອາຊຽນ ປະກອບສ່ວນ 15% ຂອງຂະແໜງ ການປະມົງທົ່ວໂລກ, ສ້າງວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານປະມານ 625 ລ້ານຄົນ ໃນບັນດາອາຊີບທີ່ກ່ຽວຂ້ອງ, ເພາະສະນັ້ນ, ອາດເວົ້າໄດ້ວ່າ ການຊຸກຍູ້ເສດຖະກິດສີຂຽວຢູ່ບັນດາຂົງເຂດຄື ການທ່ອງທ່ຽວທໍາມະຊາດ, ຄວບຄຸມສິ່ງເສດເຫຼືອອອກສູ່ມະຫາສະໝຸດ, ການຫາປາແບບຍືນຍົງ ຈະແມ່ນກາລະໂອກາດທີ່ໃຫຍ່ຫຼວງ ເພື່ອຊຸກຍູ້ການເຕີບໂຕຢູ່ແຕ່ລະປະເທດສະມາຊິກອາຊຽນ. ສິ່ງນີ້ກໍປະກອບສ່ວນຍົກສູງຖານະບົດບາດ ແລະ ທີ່ຕັ້ງຂອງອາຂຽນ ແລະ ເສີມຂະຫຍາຍບົດບາດເປັນສູນເຕີບໂຕທົ່ວໂລກຂອງ ອາຊຽນ ກໍຄືຫົວຂໍ້ປີເປັນປະທານອາຊຽນ 2023 ຂອງອິນໂດເນເຊຍ: “ ຂອບຂະໜາດ: ອາ ຊຽນ – ຈຸດສຸມຂອງການເຕີບໂຕ ”…
ເສດຖະກິດສີຂຽວແມ່ນໜຶ່ງໃນການພັດທະນາແບບຍືນຍົງ ແລະ ຖືວ່າກຳລັງໜູນການເຕີບໂຕເສດຖະກິດກວມລວມຂອງອາຊຽນ.
( ຈົບ )