ເປີດໂຕຫຼັກສູດການຮຽນອອນລາຍ “ ການກຽມ ຄວາມພ້ອມໃນການເປັນຜູ້ສົ່ງອອກໃນ ສປປ ລາວ ”

19

 

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສູນການຄ້າສາກົນ ໄດ້ຈັດງານເປີດໂຕຫຼັກສູດການຮຽນອອນລາຍ “ ຫຼັກສູດ E-Learning Course ” Becoming Export Ready in Lao PDR ” ການກຽມຄວາມພ້ອມໃນການເປັນຜູ້ສົ່ງອອກໃນ ສປປ ລາວ ຂຶ້ນໃນວັນທີ 20 ກັນຍາ 2023 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ເຂົ້າຮ່ວມພິທີມີ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນ ອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີທ່ານ ນາງ ອີນາ ມາຊິວລີໂອນີແຕ ເອກອັກຄະລັດຖະທູດສຳນັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ກົມ, ພະແນກ, ຜູ້ຕາງໜ້າສູນ ITC ໂຄງການ ARISE Plus ປະຈໍາ ສປປ ລາວ ພ້ອມດ້ວຍຕາງໜ້າຈາກພາກທຸລະກິດເຂົ້າຮ່ວມ.


ຫຼັກສູດດັ່ງກ່າວ ມີຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮູ້ ແລະ ທັກສະທີ່ຈໍາເປັນໃນການຄົ້ນຫາຄວາມສັບຊ້ອນຂອງການຄ້າລະຫວ່າງປະເທດ ແລະ ການດໍາເນີນທຸລະກິດສົ່ງອອກໃຫ້ປະສົບຜົນສໍາເລັດ. ພັດທະນາໂດຍ ສູນການຄ້າສາກົນ ( ITC ) ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະຖາບັນອຸດສາຫະກຳ ແລະ ການຄ້າ, ຫຼັກສູດ E-Learning Course ” Becoming Export Ready in Lao PDR ” ແມ່ນເປັນເຄື່ອງມືທີ່ສໍາຄັນໃນການນໍາໃຊ້ ແລະ ສ້າງຄວາມພ້ອມໃຫ້ຜູ້ປະກອບການໃນລາວ ໃຫ້ຮູ້ເຖິງຫຼັກການ ລວມເຖິງບັນດາເອກະສານຂັ້ນຕອນຕ່າງໆໃນການສົ່ງອອກ, ຜູ້ໃຊ້ສາມາດຮຽນຮູ້ດ້ວຍຕົນເອງ, ຫຼັກສູດດັ່ງກ່າວປະກອບມີ 8 ໂມດູນ ທີ່ກວມເອົາອົງປະກອບທີ່ສໍາຄັນທີ່ກ່ຽວຂ້ອງກັບການກາຍເປັນຜູ້ສົ່ງອອກໃນ ສປປ ລາວ ລວມທັງຂັ້ນຕອນການສົ່ງອອກ ແລະ ນຳເຂົ້າ, ການກຳນົດຕະຫຼາດເປົ້າໝາຍ ແລະ ເງື່ອນໄຂດ້ານການຂົນສົ່ງ.


ທ່ານ ທະນົງສິນ ກັນລະຍາ ກ່າວວ່າ: ປັດຈຸບັນນີ້ ການສົ່ງອອກສິນຄ້າ ອອກຈາກ ສປປ ລາວ ມີທັງຂໍ້ສະດວກ ແລະ ຫຍຸ້ງຍາກ ເຊິ່ງຂໍ້ສະດວກກໍແມ່ນພາກທຸລະກິດຂອງລາວເຮົາ ໄດ້ມີການນໍາເອົາສິນຄ້າຈາກ ສປປ ລາວເຮົາ ນໍາໄປຂາຍຢູ່ ອີຢູ ໂດຍໃຊ້ສິດທິພິເສດທາງການຄ້າໃນຂອບຂອງ ອີຢູ ໃຫ້ ສປປ ລາວ. ສ່ວນຢູ່ໃນຂອບການຮ່ວມມື ITC ກໍໄດ້ມີຫຼາຍໂຄງການທີ່ທາງ ສຄອຊ ໄດ້ຮ່ວມມືກັນ, ໃນເບື້ອງຂອງການສົ່ງອອກ ທາງ ITC ໃນການຈັດຕັ້ງປະຕິບັດໂຄງການ ARISE Plus ຈຶ່ງໄດ້ຮ່ວມກັນກັບ ສຄອຊ ແລະ ສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນການພັດທະນາຫຼັກສູດເຂົ້າເປັນໂມດູນໃນການຮຽນ – ການສອນ ໂດຍຜ່ານການເກັບກໍາຂໍ້ມູນຈາກພາກລັດ ກໍຄືບັນດາກະຊວງທີ່ກ່ຽວຂ້ອງ ແລະ ພາກທຸລະກິດທີ່ໄດ້ຈັດຕັ້ງປະຕິບັດຕົວຈິງໃນການສົ່ງອອກສິນຄ້າໄປຕະຫຼາດອາຊຽນ ແລະ ອີຢູ ທີ່ໄດ້ພົບກັບຂໍ້ສະດວກ ຫຼື ຂໍ້ຫຍຸ້ງຍາກຕ່າງໆ ເຂົ້າມາປັບເນື້ອໃນການສ້າງເປັນຫຼັກສູດ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ຜູ້ປະກອບການໄດ້ຮຽນຮູ້ກ່ຽວກັບຂັ້ນຕອນເອກະສານຕ່າງໆທີ່ພວກເຮົາຕ້ອງການສົ່ງສິນຄ້າໄປຍັງຕະຫຼາດອາຊຽນ ແລະ ອີຢູ ນັ້ນຈົນສໍາເລັດເປັນຫຼັກສູດ ເຊິ່ງພວກເຮົາເອີ້ນກັນວ່າ: ຫຼັກສູດການຮຽນອອນລາຍ ການກຽມຄວາມພ້ອມໃນການເປັນຜູ້ສົ່ງອອກຈາກ ສປປ ລາວ E-learning course: Becoming Export Ready in Lao PDR.


ຫຼັກສູດນີ້ຖືກອອກແບບມາເພື່ອຕອບສະໜອງໃຫ້ແກ່ນັກທຸລະກິດໃນ ສປປ ລາວ, ອົງການຈັດຕັ້ງສະໜັບສະໜູນທຸລະກິດ, ພະນັກງານລັດຖະກອນ, ນັກສຶກສາ ແລະ ນັກວິຊາການໃນຂົງເຂດການຄ້າສາກົນ ແຕ່ລະໂມດູນແມ່ນອຸດົມສົມບູນດ້ວຍເນື້ອໃນແບບໂຕ້ຕອບ ລວມທັງວີດີໂອ, info graphics ແລະ ການປະເມີນຜົນ ເພື່ອຮັບປະກັນຄວາມເຂົ້າໃຈລວມຂອງຫົວຂໍ້. ພາຍຫຼັງສໍາເລັດຫຼັກສູດ, ຜູ້ເຂົ້າຮ່ວມຈະໄດ້ຮັບການປະເມີນອັດຕະໂນມັດ ເພື່ອວັດແທກຄວາມເຂົ້າໃຈຂອງເຂົາເຈົ້າກ່ຽວກັບອຸປະກອນການ, ຜູ້ເຂົ້າຮ່ວມທີ່ປະສົບຜົນສໍາເລັດໃນການປະຕິບັດຫຼັກສູດ ແລະ ການປະເມີນຜົນຈະໄດ້ຮັບໃບຢັ້ງຢືນ, ຮັບຮູ້ຜົນສໍາເລັດ ແລະ ຄໍາໝັ້ນສັນຍາ ເພື່ອເສີມຂະຫຍາຍ ຄວາມພ້ອມໃນການສົ່ງອອກ.