ຟູດແພນດ້າ ກຽມຂາຍກິດຈະການບາງສ່ວນໃນອາຊີຕາເວັນອອກສ່ຽງໃຕ້

22 Sep 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດ Delivery Hero ຜູ້ໃຫ້ບໍລິການຈັດສົ່ງອາຫານລາຍໃຫຍ່ຂອງເຢຍລະມັນ ເຊິ່ງເປັນບໍລິສັດແມ່ຂອງ “ ຟູດແພນດ້າ ” ( Foodpanda ) ໃຫ້ບໍລິການຈັດສົ່ງອາຫານຫຼາຍປະເທດໃນອາຊີຕາເວັນອອກສ່ຽງໃຕ້ ເປັນຕົ້ນແມ່ນ ສິງກະໂປ, ມາເລເຊຍ, ຟີລິບປິນ, ມຽນມາ, ກຳປູເຈຍ, ລາວ ແລະ ໄທ ກຽມຂາຍກິດຈະການບາງສ່ວນໃນພາກພື້ນແຫ່ງນີ້.

ລາຍງານລະບຸວ່າ: ເບື້ອງຕົ້ນ Delivery Hero ກຳນົດລາຄາຂາຍກິດຈະການບາງສ່ວນໃນອາຊີຕາເວັນອອກສ່ຽງໃຕ້ ທີ່ປະມານ 323 ລ້ານເອີໂຣ ແຕ່ຍັງບໍ່ມີລາຍງານວ່າ ຜູ້ປະກອບການລາຍໃດໃຫ້ຄວາມສົນໃຈຊື້ກິດຈະການຂອງຟູດແພນດ້າ ຫຼື ສະເໜີລາຄາແຂ່ງຂັນກັນ, ແຕ່ກໍມີລາຍງານແບບບໍ່ເປັນທາງການວ່າ ບໍລິສັດ “ ແກຣັບ ” ( Grab ) ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປ ໃຫ້ຄວາມສົນໃຈຊື້ກິດຈະການດັ່ງກ່າວນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ