ເອດີບີ ປັບຫຼຸດຄາດການ GDP ຂອງປະເທດກຳລັງພັດທະນາໃນອາຊີລົງ

0
178

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານພັດທະນາອາຊີ ( ADB ) ໄດ້ເຜີຍແຜ່ບົດລາຍງານ ໂດຍໄດ້ປັບຫຼຸດການຄາດການເຕີບໂຕດ້ານເສດຖະກິດຂອງບັນດາປະເທດທີ່ກຳລັງພັດທະນາໃນອາຊີລົງເຫຼືອ 4,7% ໃນປີນີ້, ຈາກ 4,8% ໃນການຄາດການຄັ້ງຜ່ານມາ ເນື່ອງຈາກອັດຕາດອກເບ້ຍກຳລັງຢູ່ໃນໄລຍະຂາຂຶ້ນ ບວກກັບຂະແໜງອະສັງຫາລິມະຊັບຂອງຈີນ ມີບັນຫາ. ໃນຂະນະດຽວກັນກໍໄດ້ປັບຫຼຸດຄາດການດ້ານເສດຖະກິດຂອງຈີນ ລົງເຫຼືອ 4,9% ໃນປີນີ້ ຈາກ 5% ຈາກການຄາດການຄັ້ງຜ່ານມາ.

อาจเป็นรูปภาพของ แสงอาทิตย์ลับขอบฟ้า, ถนน, ถนน และ ข้อความ

ເອດີບີ ລະບຸວ່າ: ອຸປະສົງທົ່ວໂລກອ່ອນແອລົງ ໄດ້ສົ່ງຜົນກະທົບຕໍ່ການສົ່ງອອກຫຼຸດລົງ ແຕ່ກິດຈະກຳດ້ານເສດຖະກິດໄດ້ຮັບການສະໜັບສະໜູນຈາກການຟື້ນຕົວຂອງຂະແໜງທ່ອງທ່ຽວ ແລະ ອຸປະສົງພາຍໃນປະເທດທີ່ເຂັ້ມແຂງ.

ເອດີບີ ຍັງລະບຸເຖິງຄວາມສ່ຽງຫຼັກ 3 ປະການທີ່ມີຜົນຕໍ່ທ່າອ່ຽງການຂະຫຍາຍຕົວດ້ານເສດຖະກິດ ໄດ້ແກ່: ຜົນກະທົບຂອງຄວາມອ່ອນແອໃນຂະແໜງອະສັງຫາລິມະຊັບຂອງຈີນ, ການຢຸດສະງັກຂອງຕ່ອງໂສ້ອຸປະທານເປັນໄລຍະໆ ຈາກຄວາມຂັດແຍ່ງລະ ຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ການຄວບຄຸມການສົ່ງອອກ ທ່າມກາງຄວາມສ່ຽງຈາກໄພທຳມະຊາດ ໂດຍສະເພາະແມ່ນໄພແຫ້ງແລ້ງ ແລະ ນ້ຳຖ້ວມ ຈາກປາກົດການ ແອລນີໂຍ ( El nino ).

ຫົວໜ້ານັກເສດຖະສາດຂອງ ADB ລະບຸວ່າ: “ ການພັດທະນາດ້ານເສດຖະກິດໃນອາຊີ ຍັງເຕີບໂຕຢ່າງເຂັ້ມແຂງ ແລະ ແຮງກົດດັນດ້ານເງິນເຟີ້ກໍຫຼຸດລົງ, ທະນາຄານກາງບາງແຫ່ງໃນພາກພື້ນນີ້ ໄດ້ປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງ ເຊິ່ງຈະຊ່ວຍໃຫ້ກະຕຸ້ນການເຕີບໂຕໄດ້ເປັນຢ່າງດີ ”.

ເອດີບີ ຍັງປັບຫຼຸດການເຕີບໂຕຂອງເສດຖະກິດອິນເດຍ ລົງເຫຼືອ 6,3% ຈາກ 6,4% ໃນການຄາດການຄັ້ງຜ່ານມາ ເນື່ອງຈາກການລົງທຶນຂອງພາກລັດໃນອິນເດຍຍັງເຂັ້ມແຂງ ແລະ ຍັງສາມາດຂັບເຄື່ອນການເຕີບໂຕໄດ້ເປັນຢ່າງດີ, ສ່ວນອຸປະສົງພາຍໃນປະເທດກໍຍັງເຂັ້ມແຂງເຊັ່ນດຽວກັນກັບປະເທດອື່ນໆໃນອາຊີ.

LEAVE A REPLY

Please enter your comment!
Please enter your name here