ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ)ຮ່ວມກັບ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດຈັດກອງປະຊຸມສໍາມະນາ ກ່ຽວກັບ ວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ
ກອງປະຊຸມຈັດຂຶ້ນລະຫວ່າງວັນທີ 21-22 ກັນຍາ 2023ທີ່ ຫ້ອງປະຊຸມ ກະຊວງ ອຄ ເປັນປະທານຂອງ ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ດີໂນ້ຊານຕາເນຍໂລ້ ຫົວໜ້າຫ້ອງການ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ມີພະນັກງານ ແລະ ເຈົ້າໜ້າທີ່ ທີ່ເຂົ້າຮ່ວມໃນງານສໍາມະນາໃນຄັ້ງນີ້.
ທ່ານ ມາຄະ ຈັນທະລາ ກ່າວວ່າ ຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາໃຫ້ຫຼາຍຂື້ນບັນດາທ່ານທີ່ເຂົ້າຮ່ວມສໍາມະນາໃນຄັ້ງນີ້ຈະໄດ້ຮັບຟັງ ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ຈາກພາກສ່ວນ ກົມຊັບສິນທາງປັນຍາ, ກົມການຄ້າພາຍໃນ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຂອງ ອົງການຕຸລາການ, ກົມຕຳຫຼວດເສດຖະກິດ ແລະ ຮັບຟັງການແລກປ່ຽນບົດຮຽນຈາກພາກສ່ວນທະນາຍຄວາມຈາກລາຊາອາຈັກໄທ ຂອງບໍລິສັດທີລລິກີແອນກີບບິນສ໌ ປະຈຳລາວ ໃນການຈໍາແນກສິນຄ້າຂອງແທ້-ປອມ ແລະ ຂັ້ນຕອນການດຳເນີນການແກ້ໄຂການລະເມີດສິດຊັບສິນທາງປັນຍາ.
ນັກສໍາມະນາກອນທຸກໆທ່ານ ສຳລັບວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາປະເທດເຮົາແມ່ນດໍາເນີນການດ້ວຍຄວາມສະໝັກໃຈຂອງຜູ້ປະກອບການ ແລະ ຜູ້ປະກອບການສ່ວນຫຼາຍຈະເລືອກດຳເນີນແກ້ໄຂໃນຂະບວນການທາງດ້ານບໍລິຫານ, ສຳລັບການຍື່ນຄຳຮ້ອງຟ້ອງຕໍ່ສານປະຊາຊົນແມ່ນຍັງມີໜ່ອຍ. ເນື່ອງຈາກວ່າ, ຄວາມຮັບຮູ້ ແລະ ເຂົ້າໃຈໃນວຽກງານແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາຍັງມີຂໍ້ຈໍາກັດ ແລະ ບັນດາພາກສ່ວນຈັດຕັ້ງປະຕິບັດວຽກງານ ການຕັດສິນການເມີດສິດຊັບສິນທາງປັນຍາຕ້ອງມີຄວາມຊໍານານສະເພາະທາງ ແລະ ວຽກງານດັ່ງກ່າວນີ້ກໍມີຄວາມສໍາຄັນເປັນຢ່າງຍິ່ງໃນການພັດທະນາລະບົບການປົກປ້ອງສິດຊັບສິນທາງປັນຍາຢູ່ພາຍໃນປະທດໃຫ້ນັບມື້ນັບມືຄວາມເຂັ້ມແຂງຂຶ້ນ.