ທ່າມກາງສະພາບເສດຖະກິດທີ່ຍັງສືບຕໍ່ສັບສົນ ແລະ ບັນຫາການອ່ອນຄ່າຂອງເງິນກີບທີ່ສົ່ງຜົນກະທົບຮ້າຍແຮງຕໍ່ການດໍາລົງຊີວິດຂອງປະຊາຊົນລາຍຮັບຕໍ່າ ຕະຫຼອດຮອດຜູ້ປະກອບການຫຼາຍຂະແໜງລ້ວນໄດ້ຮັບຜົນພວງຕໍ່ສະພາບການດັ່ງກ່າວ ນັກທຸລະກິດຫຼາຍທ່ານກໍມີຄວາມຄິດເຫັນ ແລະ ເປັນຫ່ວງ.
ທ່ານ ພູວົງ ພະມີສິດ ປະທານ ບໍລິສັດ ຄໍາພູວົງ, ເຈົ້າຂອງສວນພຶກສາ ໄດ້ໃຫ້ ຄວາມຄິດເຫັນວ່າ: ສະພາບເສດຖະກິດໃນປັດຈຸບັນ ຍ່ອມສົ່ງຜົນກະທົບຢ່າງກວ້າງ ຂວາງ ແຕ່ກໍເຊື່ອໝັ້ນວ່າ ລັດຖະບານ ຈະສາມາດນໍາພາປະເທດຊາດຫຼຸດພົ້ນວິກິດນີ້ໄດ້ໃນອີກບໍ່ດົນ ແລະ ຢາກຮຽກຮ້ອງໃຫ້ນັກທຸລະກິດ ກໍຄືປະຊາຊົນລາວຕ້ອງມີນໍ້າໃຈຊ່ວຍເຫຼືອ, ມີການເສຍສະຫຼະປະກອບສ່ວນຊ່ວຍກັນ ສໍາຄັນແມ່ນນັກທຸລະກິດຄວນມີສ່ວນຮ່ວມແກ້ໄຂ ຄິດວ່າຈະບໍ່ຫຍຸ້ງຍາກຮ້າຍແຮງເມືອໜ້າພໍເທົ່າໃດ ຫາກທຸກຄົນມີສ່ວນຮ່ວມ ແລະ ເສຍສະຫຼະ ເພື່ອຊາດ ເພື່ອສ່ວນລວມແທ້.
ທ່ານ ນາງ ລັດສະໝີ ເວດສະພົງ ຜູ້ອໍານວຍການ ບໍລິສັດ ແມ່ຂອງລາວຂາອອກ – ຂາເຂົ້າ ຈຳກັດຜູ້ດຽວ, ປະທານກຸ່ມສົ່ງເສີມຜະລິດຕະພັນລາວ ໃຫ້ທັດສະນະວ່າ: ພວກເຮົາຄວນຫັນມາເບິ່ງທ່າແຮງ ແລະ ໂອກາດພາຍໃນປະເທດ; ເຮັດແນວໃດໃຫ້ກຸ້ມຢູ່ມີກິນ; ທໍາການຜະລິດແບບຄົວເຮືອນ ( ປູກ – ລ້ຽງ ) ຫຼຸດຜ່ອນການໃຊ້ຈ່າຍກ້າວໄປສູ່ກຸ້ມຕົນເອງ, ສ້າງພູມຄຸ້ມກັນດ້ານເສດຖະກິດ. ພ້ອມດຽວກັນນັ້ນ, ຄວນສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ຊົມໃຊ້ສິນຄ້າພາຍໃນ; ດ້ານຜູ້ປະກອບການເອງ ກໍຄວນຫັນກັບຄືນມາເບິ່ງການຜະລິດທີ່ຊົມໃຊ້ວັດຖຸດິບພາຍໃນເປັນຫຼັກ ຫຼຸດຜ່ອນການນໍາເຂົ້າທີ່ນໍາມາໃຫ້ເກີດມູນຄ່າສູງ.
ທ່ານ ກ້ອງຟ້າ ພູມມະສັກ ອະດີດພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ສຳປະທານພັດທະນາເຂດທ່ອງທ່ຽວແຄມຂອງ ບ້ານສີຖານເໜືອ ເມືອງສີໂຄດຕະບອງ ມີຄໍາເຫັນວ່າ: ພວກເຮົາທຸກໆຄົນທົ່ວສັງຄົມ ຕ້ອງຕັດສິນໃຈປະຕິບັດ 7 ບາດຄ້ອນເສດຖະກິດໃຫ້ໄດ້ ໂດຍກ່ອນອື່ນໝົດ (1). ຕ້ອງປັບແນວຄິດອັນຫຼ້າຫຼັງ ທີ່ເປັນແນວຄິດຍົກຍ້ອງຊົມໃຊ້ສິນຄ້ານອກນໍາເຂົ້າ ວ່າດີໝົດ ທີ່ມັນທຳລາຍເສດຖະກິດການເງິນລາວມາດົນນານແລ້ວ; (2) ພວກເຮົາຕ້ອງມີແນວຄິດໃໝ່ອັນກ້າວໜ້າ ຕ້ານໄພເງິນກີບເຟີ້ ໂດຍອວ່າຍໜ້າຍົກສູງຄ່ານິຍົມຊົມໃຊ້ຜະລິດຢູ່ລາວ; (3) ຕ້ອງຮັກສາ ແລະ ເຊີດຊູຄຸນຄ່າຂອງເງິນກີບດ້ວຍການຊື້ – ຂາຍເປັນເງິນກີບ; (4) ການໃຊ້ຍານພາຫະນະຕ້ອງຄໍານຶງຄ່າໃຊ້ຈ່າຍ ( ລວມທັງການນໍາເຂົ້າໃໝ່ ); (5) ຫຼຸດຜ່ອນການໃຊ້ຈ່າຍອື່ນໆທີ່ບໍ່ຈໍາເປັນ ໂດຍສະເພາະການຈັດງານລ້ຽງ, ສະຫຼອງ, ຊຸມແຊວຕ່າງໆ; (6) ນໍາໃຊ້ອາກອນພັດທະນາ ໂດຍການເກັບດ້ວຍລະບົບທັນສະໄໝຕ້ານການຮົ່ວໄຫຼ ແລະ (7) ເກັບກໍາສິນຄ້ານໍາເຂົ້າ – ສົ່ງອອກ; ເພີ່ມພາສີສິນຄ້ານໍາເຂົ້າທີ່ພາຍໃນຜະລິດໄດ້, ຫຼຸດພາສີອາກອນສິນຄ້າພາຍໃນ; ຕ້ານການນໍາເຂົ້າ – ສົ່ງອອກແບບຜິດກົດໝາຍ ສົ່ງເສີມການຜະລິດສິນຄ້າເປົ້າໝາຍຢ່າງແຂງແຮງ ຕໍ່ເນື່ອງ ແລະ ຍາວນານ.