ກອງປະຊຸມເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ ໃຫ້ແກ່ການນຳ ແລະ ພະນັກງານຫຼັກແຫຼ່ງຂອງແຂວງວຽງຈັນ ຈັດຂຶ້ນໃນວັນທີ 19 ກັນຍາ 2023 ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຄະນະສະເພາະກິດ 19/ກມສພ ແລະ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ( ຫສນຍ ), ບັນດາທ່ານການນຳ ແລະ ພະນັກງານຫຼັກແຫຼ່ງແຂວງ ວຽງຈັນ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານເຈົ້າແຂວງ ວຽງຈັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຜູ້ເຂົ້າຮ່ວມກອງປະຊຸມ. ຫຼັງຈາກນັ້ນ, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ໄລຍະ 6 ເດືອນຕົ້ນປີ 2023 ໃຫ້ຊາບ ເຫັນວ່າທົ່ວແຂວງ ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນລະດັບ 2,8%, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນ, ລາຍຮັບສະເລ່ຍໃສ່ຫົວຄົນ 12,16 ລ້ານກີບຕໍ່ຄົນ. ປັດຈຸບັນທົ່ວແຂວງ ມີບ້ານວັດທະນະທຳ ກວມ 98,34%, ຄອບຄົວວັດທະນະທຳ ກວມ 74,73%, ຄອບຄົວໄດ້ຊົມໃຊ້ໄຟຟ້າ ກວມ 99%, ຄອບຄົວທຸກຍາກ ຍັງກວມ 4,72%.

ໃນໂອກາດດຽວກັນ, ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະ ກິດ – ການເງິນ ຈາກທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ຄື: (1) ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ ລົງວັນທີ 30 ມິຖຸນາ 2023; (2) ແຈ້ງການກ່ຽວກັບທິດຊີ້ນໍາຂອງກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ສະບັບເລກທີ 48/ຫສພ ລົງວັນທີ 13 ກໍລະກົດ 2023; (3) ຂໍ້ຕົກລົງ ວ່າດ້ວຍການແບ່ງວຽກໃນຄະນະສະເພາະກິດ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 91/ນຍ ລົງວັນທີ 14 ກໍລະກົດ 2023; (4) ແຜນການເຄື່ອນໄຫວວຽກຈຸດສຸມ ສະບັບເລກທີ 01/ນຍ ລົງວັນທີ 18 ກໍລະກົດ 2023 ຂອງຄະນະສະເພາະກິດ ຕາມມະຕິຕົກລົງ ສະບັບເລກທີ 19/ກມສພ ລົງວັນທີ 30 ມິຖຸນາ 2023; (5) ຄໍາສັ່ງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 13/ນຍ ລົງວັນທີ 29 ສິງຫາ 2023.
ພ້ອມກັນນັ້ນ, ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານ ແຫ່ງ ສປປ ລາວ ກໍໄດ້ສືບຕໍ່ເຜີຍແຜ່ນິຕິກຳ ຄື: (1) ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2023; (2) ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ສະບັບເລກທີ 93/ນຍ ລົງວັນທີ 14 ກໍລະກົດ 2023.
ພາຍຫຼັງຮັບຟັງການເຜີຍແຜ່ບັນດານິຕິກໍາດັ່ງກ່າວ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຕໍ່ບັນດານະໂຍບາຍ ກໍຄືເນື້ອໃນເອກະສານທີ່ໄດ້ນຳມາເຜີຍແຜ່, ພ້ອມທັງຍົກໃຫ້ເຫັນສະພາບຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍສະເພາະຈຸດທີ່ຍັງຄົງຄ້າງຢ່າງກົງໄປ – ກົງມາ ໂດຍໄດ້ສະເໜີທາງອອກທີ່ສ້າງສັນ ແລະ ມີເຫດມີຜົນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເປັນຮູບປະທຳຕົວຈິງ, ມີການຫັນປ່ຽນ, ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້.

ໃນຕອນທ້າຍ, ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມສືບຕໍ່ເອົາໃຈໃສ່ບາງບັນຫາ ຄື: (1) ຕໍ່ກັບມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແມ່ນໃຫ້ກໍານົດແຜນການແກ້ໄຂອອກເປັນປະຈໍາວັນ, ປະຈໍາອາທິດ ໂດຍຊຸກຍູ້ການເກັບລາຍຮັບຢູ່ບັນດາດ່ານຊາຍແດນ – ການຄ້າຊາຍແດນ ໃຫ້ໄດ້ຫຼາຍຂຶ້ນ; ປັບປຸງການຄຸ້ມຄອງດ່ານ ໃຫ້ມີຄວາມເປັນເອກະພາບຕາມທິດຫັນເປັນທັນສະໄໝ, ໂປ່ງໃສ, ມີ ຄວາມສະດວກ, ວ່ອງໄວ, ຫຼຸດຜ່ອນຂັ້ນຂອດທີ່ບໍ່ຈໍາເປັນ, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ; ເພີ່ມທະວີການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃຫ້ຫຼາຍ, ດໍາເນີນຂັ້ນຕອນອະນຸມັດໂຄງການໃຫ້ໄວ; ການນໍາເຂົ້າທຶນ ຕ້ອງຜ່ານລະບົບທະນາຄານ ແລະ ແລກປ່ຽນເປັນເງິນກີບ ກ່ອນນໍາໄປນຳໃຊ້; ຄຸ້ມຄອງການເຄື່ອນໄຫວການເງິນຂອງທະນາຄານທຸລະກິດ, ແກ້ໄຂບັນຫາການແລກປ່ຽນເງິນຕານອກລະບົບ, ຮັບປະກັນບໍ່ໃຫ້ມີການປັ່ນປ່ວນເສດຖະກິດ ໂດຍນໍາໃຊ້ມາດຕະການຢ່າງເຂັ້ມງວດ, ເດັດຂາດ ຕໍ່ຜູ້ລະເມີດກົດໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ຫາຜົນປະໂຫຍດແບບບໍ່ຊອບທໍາ ໂດຍບໍ່ມີການຍົກເວັ້ນ; ການນໍາເຂົ້າ – ສົ່ງອອກສິນຄ້າ ຕ້ອງຊໍາລະຜ່ານລະບົບທະນາຄານ, ຂຶ້ນທະບຽນ ແລະ ຄຸ້ມຄອງຜູ້ນໍາເຂົ້າ – ສົ່ງອອກ, ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ແລະ ອື່ນໆ; (2) ສະເໜີໃຫ້ອົງການປົກຄອງແຂວງ ຊີ້ນໍາ, ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດຜັນຂະຫຍາຍບັນດານິຕິກໍາທີ່ໄດ້ເຜີຍແຜ່ຄັ້ງນີ້ ຂອງບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງໃຫ້ຖືກຕ້ອງສອດຄ່ອງກັບແຜນດຳເນີນງານ ແລະ ໜ້າທີ່ລວມຂອງຄະນະສະເພາະກິດ 19/ກມສພ; ດໍາເນີນການກວດກາ, ປະເມີນຜົນເປັນ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດໃຫ້ຄະນະສະເພາະກິດ 19/ກມສພ ເປັນແຕ່ລະໄລຍະ; (3) ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ, ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໃຫ້ຄົ້ນຄວ້າກໍານົດເຂດຈຸດສຸມ, ປະເພດ, ຊະນິດຜະລິດຕະພັນ ເພື່ອສົ່ງເສີມ.
ໃນນັ້ນ ໃຫ້ສຸມໃສ່ຜະລິດຕະພັນທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນທີ່ສາມາດແຂ່ງຂັນ ແລະ ໄດ້ຄຸນນະພາບ ເປັນຕົ້ນ ກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງສໍາເລັດຮູບ, ເຄິ່ງສໍາເລັດຮູບ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ; (4) ໃຫ້ແຂວງ ເອົາໃຈໃສ່ຕໍ່ການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍແຜນພັດທະນາເສດຖະກິດ – ສັງຄົມ ກໍຄືແຜນງົບປະມານ ປະຈໍາປີ 2023 ຂອງແຂວງ ໃນໄລຍະເວລາທີ່ຍັງເຫຼືອ ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້; (5) ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງອິນເຕີເນັດ ແລະ ສື່ສັງຄົມອອນລາຍຢ່າງເຂັ້ມງວດ ບົນພື້ນຖານນິຕິກຳທີ່ກ່ຽວຂ້ອງ.