ສສກ ເລັ່ງແກ້ໄຂ ຮອງຮັບບັນຫາ ນັກສຶກສາເຂົ້າຮຽນ

21 Sep 2023

ຄລິກແຊຣ໌ 0 Facebook WhatsApp

 

ປັດຈຸບັນ ບັນຫານັກຮຽນເສັງເຂົ້າ ມຊ ຫຼື ສະຖາບັນຕ່າງໆມີຈໍານວນຫຼຸດລົງ ຖືເປັນບັນຫາອັນສໍາຄັນທີ່ຈະຕ້ອງເລັ່ງແກ້ໄຂ ເຊິ່ງທາງກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ໄດ້ມີແຜນເພື່ອຮອງຮັບບັນຫານີ້ ເປັນຕົ້ນແມ່ນການປັບປຸງຫຼັກສູດການຮຽນ – ການສອນ, ການຍົກລະດັບຄວາມຮູ້ຂອງຜູ້ສອນ ແລະ ການສ້າງສະພາບແວດລ້ອມອໍານວຍຄວາມສະດວກໃນສະຖານການສຶກສາ.


ທ່ານ ຮສ. ປອ. ຫຼ້າວັນ ວົງຄໍາສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ໃຫ້ສໍາພາດວ່າ: ກົມການສຶກສາຊັ້ນສູງເປັນເສນາທິການໃຫ້ກະຊວງສຶກສາທິການ ໃນການຄຸ້ມຄອງມະຫາພາກຂອງວຽກງານການສຶກສາຊັ້ນສູງທົ່ວປະເທດ ປັດຈຸບັນມີ 4 ມະຫາວິທະຍາໄລ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ. ນອກຈາກນັ້ນ, ກໍມີບັນດາສະຖານການສຶກສາຊັ້ນສູງ, ມະຫາວິທະຍາໄລໃນຂອບເຂດທົ່ວປະເທດທີ່ພວກເຮົາໄດ້ຄຸ້ມຄອງຫຼັກສູດໃນປັດຈຸບັນ, ພ້ອມດຽວກັນນັ້ນກໍຍັງມີສະຖາບັນພາກເອກະຊົນເຂົ້າຮ່ວມນໍາ ເຊິ່ງຫຼັກສູດທີ່ພວກເຮົາຄຸ້ມຄອງໃນປັດຈຸບັນນີ້ເລີ່ມແຕ່ອະນຸປະລິນຍາ, ປະລິນຍາໂທ ແລະ ປະລິນຍາເອກ.

ສົກຮຽນ 2023 – 2024 ນີ້ ພວກເຮົາໄດ້ສໍາເລັດການສອບເສັງເອົານັກສຶກສາເຂົ້າຮຽນໃນສາຍການສຶກສາຊັ້ນສູງ ມີບາງວິຊາບໍ່ມີຄົນມາສະໝັກຮຽນເລີຍກໍມີ ນີ້ຖືເປັນສິ່ງທ້າທາຍໃນວຽກງານການສຶກສາຂອງພວກເຮົາປັດຈຸບັນ. ຕໍ່ບັນຫາດັ່ງກ່າວພວກເຮົາກໍໄດ້ມີການປຶກສາຫາລືກັບບັນດາມະຫາວິທະຍາໄລ, ບັນດາສະຖານການສຶກສາຊັ້ນສູງ ເພື່ອປັບປຸງຫຼັກສູດ, ວິທີການສອນ, ຫາວິຊາໃໝ່ມາສອນ ເພື່ອສອດຄ່ອງກັບການປະກອບອາຊີບໃນປັດຈຸບັນ, ສ້າງສະພາບແວດລ້ອມທີ່ດີ ໂດຍສະເພາະແມ່ນການເພີ່ມສິ່ງອໍານວຍຄວາມສະດວກເປັນສິ່ງດຶງດູດໃຈໃຫ້ຄົນຢາກມາຮຽນ. ພ້ອມດຽວກັນນັ້ນ, ກໍຈະສ້າງນັກບໍລິຫານລະດັບມະຫາວິທະຍາໄລໃຫ້ເປັນມືອາຊີບຫຼາຍຂຶ້ນ ໂດຍໄດ້ເລີ່ມມີການປຶກສາຫາລືກັບມະຫາວິທະຍາໄລແຫ່ງຊາດ.

ປັດຈຸບັນມີຈໍານວນນັກສຶກສາມາສອບເຂົ້າຮຽນໃນສະຖານການສຶກສາຊັ້ນສູງໜ້ອຍລົງ ບໍ່ໄດ້ຕາມແຜນທີ່ກໍານົດໄວ້. ມີບາງສາຂາທີ່ມີຄົນຢາກຮຽນຫຼາຍຈົນເກີນ ແຕ່ບາງສາຂາບໍ່ມີຄົນມາຮຽນເລີຍ ຕົວຢ່າງ: ປັດຈຸບັນສາຂາທີ່ນໍາໃຊ້ໄດ້ຈິງຄືເປັນສາຂາໄອທີເຕັກໂນໂລຊີຕ່າງໆ ຫຼື ສາຂາອັກສອນສາດ ເປັນຕົ້ນແມ່ນພາສາຈີນ, ອັງກິດ. ສ່ວນສາຂາທີ່ມີຄົນມາຮຽນໜ້ອຍໃນປັດຈຸບັນນີ້ ແມ່ນສາຂາທີ່ຈົບມາແລ້ວຈໍາເປັນຕ້ອງເຮັດວຽກກັບລັດ ແຕ່ຍ້ອນວ່າຕົວເລກຂອງລັດຫຼຸດຈໍານວນລົງ ອາດຈະເປັນເຫດຜົນໜຶ່ງທີ່ເຂົາເຈົ້າບໍ່ຢາກໄປສະໝັກ ເພາະຖ້າຮຽນຈົບມາແລ້ວບໍ່ຮູ້ຈະໄປປະກອບອາຊີບແນວໃດ ເປັນສາເຫດເຮັດໃຫ້ບາງຕົວເລກບໍ່ສະໝໍ່າສະເໝີກັນ.
ປັດຈຸບັນນີ້ ອີງຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະ ກີລາ ສົມທົບກັບບັນດາສະຖາບັນການສຶກສາຊັ້ນສູງຈະຕ້ອງໄດ້ສ້າງແຕ່ລະສາຂາວິຊາໃຫ້ມີ ຄວາມສົມດຸນກັນ ໂດຍສະເພາະແມ່ນລັດຈະຕ້ອງມີສ່ວນຮ່ວມກະຕຸ້ນໃຫ້ຄົນມາຮຽນໃນສາຂານັ້ນ ໂດຍສະເພາະໃນປັດຈຸບັນນີ້ ນະໂຍບາຍຂອງສາຍການສຶກສາຊັ້ນສູງ ຈະເນັ້ນໃຫ້ຄົນໄປຮຽນສາຍວິທະຍາສາດ, ເຕັກໂນໂລ ຊີ, ຄະນິດສາດ ໃຫ້ຫຼາຍຂຶ້ນ ເພື່ອຮອງຮັບກັບການຂະຫຍາຍຕົວຂອງ AI ໃນປັດຈຸບັນ ເຮົາຕ້ອງເຂົ້າໃຈວ່າ ປັດຈຸບັນນີ້ເອໄອເລີ່ມມີອິດທິພົນຕໍ່ສັງຄົມເຮົາຫຼາຍ ຖ້າເຮົາຂາດປັນຍາປະດິດຈະຢູ່ກັບສັງຄົມນີ້ຍາກເຮົາຕ້ອງປັບຕົວເອງໃຫ້ເຂົ້າກັບສິ່ງນີ້ໃຫ້ໄດ້.

ການວາງແຜນກະກຽມຫຼັກສູດໃນສົກຮຽນນີ້ ພວກເຮົາໄດ້ອອກແຈ້ງການໃຫ້ທຸກມະຫາວິທະຍາໄລ ຈະຕ້ອງໄດ້ມີການປັບປຸງຫຼັກສູດ ເປັນຫຼັກສູດທີ່ສາມາດປະກອບອາຊີບໄດ້ ບໍ່ສະເພາະແຕ່ຫຼັກສູດທີ່ຈະໄດ້ເຮັດວຽກນໍາລັດ ໝາຍຄວາມວ່າວິຊາທີ່ຈະເອົາໄປນອນໃນຫຼັກສູດຈະຕ້ອງເປັນວິຊາຫາກິນຂອງຜູ້ທີ່ຈະມາຮຽນ ເມື່ອຈົບໄປສາມາດເຮັດວຽກປະຈໍາ ຫຼື ສາມາດປະກອບອາຊີບໄດ້ເລີຍ. ພ້ອມດຽວກັນນັ້ນ, ແນະນໍາໃຫ້ສະຖາບັນການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລໃຫ້ຄູ – ອາຈານຕ້ອງມີການພັດທະນາຕົນເອງ ເພາະປັດຈຸບັນນັກສຶກສາອາດຈະຮູ້ຫຼາຍກວ່າອາຈານອີກ ເພາະເຂົາເຈົ້າຮຽນຮູ້ຈາກສະມາດໂຟນໄດ້; ສະນັ້ນ ຄູ – ອາຈານ ຕ້ອງພັດທະນາຕົນເອງໄປເລື້ອຍໆ ນີ້ຄືສິ່ງທ້າທາຍຂອງບັນດາອາຈານຢູ່ໃນຍຸກເອໄອ. ປັດຈຸບັນນີ້ເດັດຂາດວ່າ ທຸກສະຖາບັນການສຶກສາຊັ້ນສູງຕ້ອງມີກິດຈະກໍາໃຫ້ຄູ ແລະ ນັກຮຽນມີສ່ວນຮ່ວມນໍາກັນ ຮຽນທິດສະດີແລ້ວຕ້ອງລົງມືປະຕິບັດຕົວຈິງໄປພ້ອມ ໃຫ້ເປັນແຕ່ຕອນຮຽນນັ້ນເລີຍ ເຊິ່ງເປັນແຜນທີ່ເຮົາຈະຕ້ອງໄດ້ເຮັດແຕ່ຕອນນີ້ ໄປຈົນເຖິງອະນາຄົດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ