ສິງກະໂປ ຕັ້ງເປົ້າປີໜ້າ ຜູ້ເດີນທາງຜ່ານສະໜາມບິນຊາງງີ ບໍ່ຈຳເປັນຕ້ອງໃຊ້ Passport

15

ສຳນັກຂ່າວບລູມເບີກ ລາຍງານວ່າ: ໃນອະນາຄົດອັນໃກ້ນີ້ ຜູ້ໂດຍສານບາງລາຍທີ່ເດີນທາງອອກຈາກສະໜາມບິນຊາງງີ ( Changi Airport ) ຂອງສິງກະໂປ ໂດຍບໍ່ຕ້ອງໃຊ້ໜັງສືເດີນທາງ ( Passport ) ເນື່ອງຈາກສິງກະໂປ ໄດ້ປັບປຸງກົດໝາຍເຂົ້າ – ອອກເມືອງ ທີ່ອະນຸຍາດໃຫ້ຜູ້ໂດຍສານຢືນຢັນຕົວຕົນຜ່ານຂໍ້ມູນອັດຕະລັກບຸກຄົນແບບຄົບວົງຈອນ ແທນການໃຊ້ໜັງສືເດີນທາງ ໂດຍລະບົບດັ່ງກ່າວຈະສະແກນໃບໜ້າ, ລາຍນິ້ວມື ລວມທັງຕາ.

ທ່ານ ນາງ ໂຈເຊຟິນ ທີໂອ ລັດຖະມົນຕີກະຊວງການຕິດຕໍ່ສື່ສານຂອງສິງກະໂປ ໄດ້ລາຍງານຕໍ່ກອງປະຊຸມລັດຖະສະພາ ເມື່ອບໍ່ດົນມານີ້ວ່າ: ສິງກະໂປ ຈະຢືນຢັນຕົວຕົນຂອງຜູ້ໂດຍສານ ຜ່ານລະບົບຂໍ້ມູນອັດຕະລັກຂອງບຸກຄົນຕາມຈຸດຕ່າງໆ ນັບແຕ່ຈຸດໂຫຼດກະເປົາ ຕະຫຼອດຮອດການກວດຄົນເຂົ້າ – ອອກເມືອງ ແລະ ການຂຶ້ນເຮືອບິນ ໂດຍຄາດວ່າ ຈະເລີ່ມໃນໄລຍະເຄິ່ງທຳອິດຂອງປີໜ້າ “ ວິທີການດັ່ງກ່າວ ຈະຊ່ວຍອຳນວຍ ຄວາມສະດວກໃຫ້ແກ່ຜູ້ໂດຍສານ ໂດຍບໍ່ຈຳເປັນຕ້ອງສະແດງໜັງສືເດີນທາງຊ້ຳໆ ໃນຂັ້ນຕອນສະແດງຕົວຕົນຕ່າງໆ ”.

ໃນຂະນະດຽວກັນ ສິງກະໂປ ຄາດການວ່າ: ຕົວເລກນັກທ່ອງທ່ຽວຈະກັບມາສູ່ລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ໃນປີ 2024 ແລະ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນສິງກະໂປ ກຳລັງກໍ່ສ້າງອາຄານຮອງຮັບຜູ້ໂດຍສານຫຼັງທີ 5 ໃນສະໜາມບິນຊາງງີ, ໃນຂະນະດຽວກັນກໍຄາດວ່າ ລົດໄຟຄວາມໄວສູງທີ່ເຊື່ອມຕໍ່ລະຫວ່າງ ສິງກະໂປ ກັບ ມາເລເຊຍ ກໍຈະກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ໃນອີກບໍ່ພໍເທົ່າໃດປີຂ້າງໜ້ານີ້.