ໂຄງການກໍ່ສ້າງ, ບູລະນະ ແລະ ພັດທະນາຄ້າຍເກົ່າທະຫານຝຣັ່ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລວມມູນຄ່າການລົງທຶນ 5 ຕື້ກີບ ມາຮອດປັດຈຸບັນຄືບໜ້າ 70%, ໃນທ້າຍເດືອນຕຸລາ 2023 ນີ້ ແມ່ນຈະເປີດບໍລິການຮ້ານອາຫານກ່ອນ ສ່ວນການບໍລິການອື່ນໆແມ່ນທະຍອຍເປີດໄປຕາມລຳດັບ.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍການນຳຂອງແຂວງ ແລະ ພະແນກການທີ່ກ່ຽວຂ້ອງໄດ້ລົງຕິດຕາມ, ກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງ, ບູລະນະ ແລະ ພັດທະນາຄ້າຍເກົ່າທະຫານຝຣັ່ງ ເມື່ອວັນທີ 18 ກັນຍາ.
ປັດຈຸບັນການກໍ່ສ້າງຄືບໜ້າ 70% ໂດຍແມ່ນບໍລິສັດແດນສະຫວັນບໍລິການ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ເພື່ອໃຫ້ກາຍເປັນສະຖານແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໂດດເດັ່ນຂອງແຂວງບໍ່ແກ້ວ ທີ່ມີສິ່ງເອື້ອອຳນວຍຄວາມສະດວກດ້ານຕ່າງໆ ໄວ້ຄອຍບໍລິການ ເປັນຕົ້ນແມ່ນ: ຮ້ານກາເຟ, ຮ້ານອາຫານ, ຈຸດພັກຜ່ອນຊົມວິວ, ສູນວາງສະແດງສິນຄ້າ ODOP ແລະ ສິລະປະວັດທະນະທຳ, ຮ້ານຄ້າວາງສະແດງເຄື່ອງທີ່ລະນຶກ, ເຄື່ອງຫັດຖະກຳທົ່ວໄປ ແລະ ໃນທ້າຍເດືອນຕຸລາ 2023 ນີ້ແມ່ນຈະເປີດບໍລິການຮ້ານອາຫານກ່ອນ ສ່ວນການບໍລິການອື່ນໆແມ່ນທະຍອຍເປີດໄປຕາມລຳດັບ ລວມມູນຄ່າການລົງທຶນແມ່ນ 5 ຕື້ກີບ.

ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະ ໄດ້ສືບຕໍ່ໄປເບິ່ງ ຄວາມຄືບໜ້າຂອງໂຄງການກໍ່ສ້າງສູນວັດທະນະທຳເດັກ ແຂວງບໍ່ແກ້ວ ຢູ່ສວນສາທາລະນະໜອງຖານ ເຫັນວ່າການກໍ່ສ້າງສຳເລັດໄປແລ້ວ 50% ຄາດວ່າໂຄງການກໍ່ສ້າງແມ່ນຈະໃຫ້ສໍາເລັດພາຍໃນ 14 ເດືອນ ໃຫ້ໄດ້ເປີດການນໍາໃຊ້ຢ່າງເປັນທາງການ, ໂຄງການກໍ່ສ້າງສູນວັດທະນະທຳເດັກແຂວງ ມີຂະໜາດ 28 x 27 ແມັດ, ເປັນອາຄານຊັ້ນເຄິ່ງ ລວມມູນຄ່າການກໍ່ສ້າງທັງໝົດ 10 ຕື້ດົງ ໂດຍມີທຶນຊ່ວຍເຫຼືອລ້າຈາກ ສສ ຫວຽດນາມ ຈໍານວນ 5 ຕື້ດົງ ແລະ ທຶນຂອງແຂວງບໍ່ແກ້ວ ສົມທົບ 5 ຕື້ດົງ.