ການຂີ່ລົດຖີບມີປະໂຫຍດຫຼາຍຢ່າງ ນອກຈາກຈະຊ່ວຍໃຫ້ສຸຂະພາບຮ່າງກາຍແຂງແຮງ ແລະ ປະຢັດນໍ້າມັນແລ້ວ ຍັງຊ່ວຍຫຼຸດມົນລະພິດຕາມຖະໜົນຫົນທາງອີກດ້ວຍ.
1. ສຸຂະພາບແຂງແຮງ
ຊ່ວຍໃຫ້ລະບົບພູມຕ້ານທານແຂງແຮງ ຂີ່ລົດຖີບຢ່າງໜ້ອຍມື້ລະ 30 ນາທີ ເປັນເວລາ 5 ມື້ຕໍ່ອາທິດ ມີໂອກາດເຈັບປ່ວຍໜ້ອຍກວ່າຄົນທີ່ບໍ່ອອກກຳລັງກາຍເລີຍ.
2. ຂັບຖ່າຍໄດ້ງ່າຍຂຶ້ນ
ຊ່ວຍກະຕຸ້ນໃຫ້ອາຫານໄຫຼຜ່ານລຳໄສ້ໄດ້ໄວກວ່າ, ຫຼຸດການດູດນ້ຳໃນໄສ້ໃຫຍ່ເຮັດໃຫ້ຂັບຖ່າຍໄດ້ສະດວກຂຶ້ນ.
3. ຫຼຸດຄວາມຄຽດ
ມີຄວາມມ່ວນຊື່ນກວ່າກີລາບາງປະເພດ ນອກຈາກຈະໄດ້ອອກກຳລັງກາຍຂາແລ້ວ ຍັງໄດ້ຊົມບັນຍາກາດອ້ອມຂ້າງອີກດ້ວຍ.
4. ອາຍຸຍືນຍາວ
ພັດທະນາລະບົບເລືອດ ແລະ ລະບົບຫາຍໃຈ ຊ່ວຍຫຼຸດຄວາມດັນ ແລະ ມີປະສິດທິພາບໃນການຟື້ນຟູຮັກສາຕົນເອງຫຼາຍຂຶ້ນ

5. ຊ່ວຍໃຫ້ນອນຫຼັບ
ຊ່ວຍໃຫ້ຫຼັບສະບາຍກວ່າເກົ່າ ຫຼຸດບັນຫາການນອນບໍ່ຫຼັບ ອີກຢ່າງການອອກໄປຂີ່ລົດຖີບໃນຕອນເຊົ້າຍັງຊ່ວຍໃຫ້ຮ່າງກາຍໄດ້ຮັບແສງແດດອີກ
6. ເພີ່ມປະສິດທິພາບສະໝອງ:
ຊ່ວຍກະຕຸ້ນໃນການສ້າງເຊວສະໝອງໃນສ່ວນ hippocampus ເຊິ່ງເປັນສ່ວນບັນທຶກຄວາມຊົງຈຳ ແລະ ຍັງຊ່ວຍປ້ອງກັນໃນການຫຼົງລືມນຳອີກ
7. ປະຢັດເວລາ
ໂດຍສະເພາະໃນຕົວເມືອງທີ່ແອອັດ ແລະ ໃນໂມງທີ່ຮີບດ່ວນ ເພາະລົດຖີບມີຂະໜາດກະທັດຮັດບັງຄັບງ່າຍ ແລະ ໄປໃນຈຸດແຄບສະດວກ.
8. ມົນລະພິດທາງສຽງ
ເມື່ອທຽບກັບພາຫະນະອື່ນແລ້ວ ລົດຖີບເປັນພາຫະນະທີ່ບໍ່ມີສຽງຖືວ່າເປັນການຫຼຸດມົນລະຜິດທາງສຽງໄດ້ດີ ໂດຍສະເພາະຜູ້ທີ່ຢູ່ໃນຕົວເມືອງ.

9. ຮັກໂລກ:
ສໍາລັບຜູ້ທີ່ຂີ່ລົດຖີບບໍ່ວ່າຈະໄປຫຼີ້ນ ’ ໄປວຽກໃກ້ ຫຼື ໄກ ຖືວ່າກຳລັງຊ່ວຍຮັກໂລກບໍ່ປ່ອຍມົນລະພິດທາງສິ່ງແວດລ້ອມອອກມາ.
10. ປະຢັດນ້ຳມັນ:
ປັດຈຸບັນນ້ຳມັນເຊື້ອໄຟແພງ ເຊື່ອວ່າຫຼາຍຄົນອາດຫັນມາໃຊ້ລົດຖີບແທນ ລົດຈັກ ຫຼື ລົດໃຫຍ່ ທັງເປັນການປະຢັດນໍ້າມັນ ປະຢັດເງິນອີກດ້ວຍ.
[ ຂໍ້ມູນຈາກ:
Nattapong bike ]