ພິທີເຊັນສັນຍາໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຈັ້ງ ຊ່ວງທີ 3 ແຕ່ກ້ອງຂົວຖະໜົນໄຊຊະນະ ຫາ ກ້ອງໂຮງໝໍທະຫານກອງພັນໃຫຍ່ 101 ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ກັບ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ບໍລິສັດຮັບເໝົາກໍ່ສ້າງ ແລະ ບໍລິສັດ ເຄຊີ ຄອນຊາວຕິງຄອຣ໌ບ ຈໍາກັດຜູ້ດຽວ ບໍລິສັດທີ່ປຶກສາ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ກັນຍາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ.

ເຂົ້າຮ່ວມພິທີໃນຄັ້ງນີ້ ມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະນຳຂອງແຂວງ, ພະແນກການ, ອົງການ ຕະຫຼອດຮອດບໍລິສັດຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຈັ້ງ ຊ່ວງທີ 3 ແຕ່ກ້ອງຂົວຖະໜົນໄຊຊະນະ ຫາ ກ້ອງໂຮງໝໍທະຫານກອງພັນໃຫຍ່ 101 ແມ່ນເປັນໂຄງການສືບຕໍ່ຈາກໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຈັ້ງ ຊ່ວງທີ 1 ແລະ ຊ່ວງທີ 2 ເຊິ່ງມີຄວາມຍາວ 2.214 ແມັດ ມີມູນຄ່າການກໍ່ສ້າງ 38 ຕື້ກວ່າກີບ ແລະ ມູນຄ່າວ່າຈ້າງວິສະວະກອນທີ່ປຶກສາ 1.224 ລ້ານກີບ ກໍານົດໄລຍະເວລາປະຕິບັດໂຄງການທັງໝົດ 24 ເດືອນ.

ໂຄງການດັ່ງກ່າວ, ແມ່ນມີຈຸດປະສົງເພື່ອປ້ອງກັນຕາຝັ່ງ ຕາມແຄມນໍ້າຈັ້ງ ບໍ່ໃຫ້ເຊາະເຈື່ອນ ເນື່ອງຈາກສາຍນໍ້າຈັ້ງ ເປັນສາຍນໍ້າທີ່ໄຫຼຜ່ານເທສະບານແຂວງ, ສະນັ້ນການກໍ່ສ້າງດັ່ງກ່າວຈະຊ່ວຍເຮັດໃຫ້ແຂວງໄຊສົມບູນ ມີທິວທັດທີ່ສວຍງາມທັງຍັງອໍານວຍຄວາມສະດວກໃຫ້ແກ່ປະຊາຊົນໃນການສັນຈອນໄປ – ມາ ແລະ ຍັງສາມາດກາຍເປັນສະຖານທີ່ທ່ອງທ່ຽວໃຫ້ແຂວງນໍາອີກ.
ໜ້າອົງການປົກຄອງແຂວງ ລົງນາມໂດຍ ທ່ານ ໄຊສົມພັນ ລີເຕັ້ງເບຼ່ຍຈື້ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ກັບ ທ່ານ ຜາຍ ສີສະເກດ ຮອງປະທານບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ແລະ ທ່ານ ກົງຈັກ ວີຊາເທບ ອໍານວຍການບໍລິສັດ ເຄຊີ ຄອນຊາວຕິງຄອຣ໌ບ ຈໍາກັດຜູ້ດຽວ.