ກອງປະຊຸມປະຖົມມະລືກ ກ່ຽວກັບການປະເມີນ ລະບົບຈັດຊື້ – ຈັດຈ້າງ

15 Sep 2023

ຄລິກແຊຣ໌ 0 Facebook WhatsApp

 

ກອງປະຊຸມປະຖົມມະລືກ ກ່ຽວກັບການຈັດຊື້ – ຈັດຈ້າງຂອງລັດຖະບານ ສປປ ລາວ ໃນວັນທີ 12 ກັນຍາ 2023 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ທ່ານ ອາເມີ ກາຣີ ຕາງໜ້າຜູ້ອໍານວຍການຫ້ອງການທະນາຄານພັດທະນາອາຊີ ປະຈໍາລາວ ແລະ ທ່ານ ນາງ ວຽງສະໃໝ ສຣິດທິຣາດ ເຈົ້າໜ້າທີ່ອາວຸໂສ ປະຈໍາທະນາຄານໂລກ ປະຈໍາລາວ, ມີບັນດາກົມອ້ອມຂ້າງກະຊວງການເງິນ ພ້ອມດ້ວຍອົງການຈັດຕັ້ງສາກົນ, ທະນາຄານ ແລະ ກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເພື່ອປັບປຸງປະສິດທິພາບຂອງລະບົບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ MAPS ແລະ ໃຫ້ຜົນໄດ້ຮັບທີ່ດີທີ່ສຸດໃນການນຳໃຊ້ງົບປະມານແຫ່ງລັດ ແລະ ສະໜອງບໍລິການແກ່ຊຸມຊົນ ໃນຂະນະທີ່ຮັກສາໄວ້ເຊິ່ງມາດຕະຖານສູງ ໂດຍອີງໃສ່ 4 ເສົາຄໍ້າ ຄື:
1. ຂອບກົດໝາຍ ແລະ ນະໂຍບາຍທີ່ຄຸ້ມຄອງການຈັດຊື້ໃນປະເທດ.
2. ຂອບຂອງສະຖາບັນ ແລະ ຄວາມສາມາດໃນການຄຸ້ມຄອງ.
3. ການທໍາງານຂອງລະບົບ ແລະ ການແຂ່ງຂັນໃນຕະຫຼາດແຫ່ງຊາດ.
4. ຄວາມຮັບຜິດຊອບ, ຄວາມຊື່ສັດ ແລະ ຄວາມໂປ່ງໃສຂອງລະບົບການຈັດຊື້ – ຈັດຈ້າງ.
ແຕ່ລະເສົາຄ້ຳປະເມີນຕາມຕົວຊີ້ວັດ ແລະ ຕົວຊີ້ວັດຍ່ອຍ. ລະບົບຕົວຊີ້ວັດປະກອບມີ 14 ຕົວຊີ້ວັດ ແລະ 55 ຕົວຊີ້ວັດຍ່ອຍ ເຊິ່ງລວມມີເງື່ອນໄຂສໍາລັບການປຽບທຽບລະບົບກັບຫຼັກການທີ່ລະບຸໄວ້. ຕົວຊີ້ວັດແມ່ນສະແດງອອກໃນແບບຄຸນນະພາບ ຫຼື ປະລິມານຕາມຄວາມເໝາະສົມ.


ທ່ານ ຈາວ ເດີ ອາວເມດາ ຫົວໜ້າທີມປະເມີນ ພ້ອມດ້ວຍຄະນະ ໄດ້ແນະນໍາກ່ຽວກັບວິທີປະເມີນຜົນ ລະບົບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ໂດຍສະເພາະຕົວຊີ້ວັດ 8. ລະບົບການຈັດຊື້ພາກລັດມີຄວາມເຂັ້ມແຂງໃນການພັດທະນາ ແລະ ປັບປຸງ; ຕົວຊີ້ວັດຍ່ອຍ 9 (C) ການປະຕິບັດການຄຸ້ມຄອງສັນຍາ; ຕົວຊີ້ວັດຍ່ອຍ 11 (A) ສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ພາກສ່ວນສາທາລະນະໄດ້ມີຄຳເຫັນ ແລະ ຕິດຕາມຕົວຊີ້ວັດນີ້ປະເມີນ; ຕົວຊີ້ວັດຍ່ອຍ 11 (C) ການມີສ່ວນຮ່ວມໂດຍກົງຂອງສັງຄົມພົນລະເຮືອນ ແລະ ຕົວຊີ້ວັດຍ່ອຍ 14 (E) ພາກສ່ວນກ່ຽວຂ້ອງສະໜັບສະໜູນຄວາມສັດຊື່ໃນການຈັດຊື້ – ຈັດຈ້າງ.

ນອກນັ້ນ, ຍັງໃຫ້ຮູ້ເຖິງວິທີການປະເມີນລະບົບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ( MAPS ) ສໍາລັບການປະເມີນການຈັດຊື້ – ຈັດຈ້າງດ້ວຍທຶນລັດຂອງລັດວິສາຫະກິດ; ວິທີການປະເມີນລະບົບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ( MAPS ) ສໍາລັບການປະເມີນການທົບທວນຂະບວນການຕັດສິນໃຈ ແລະ ການແກ້ໄຂບັນຫາ; ວິທີການປະເມີນລະບົບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ( MAPS ) ສໍາລັບການປະເມີນ ການປະຕິບັດງານຂອງການຈັດຊື້ – ຈັດຈ້າງ ແລະ ການປະຕິບັດໃນຕະຫຼາດຂອງຜູ້ຄຸ້ມຄອງສັນຍາ; ວິທີການປະເມີນລະບົບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ( MAPS ) ສໍາລັບການປະເມີນການກວດສອບ ແລະ ໜ້າທີ່ກວດກາ; ວິທີການປະເມີນລະບົບການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ( MAPS ) ສໍາລັບການປະເມີນການສົ່ງເສີມຈັນຍາບັນ ແລະ ຕ້ານການສໍ້ລາດບັງຫຼວງໃນວຽກງານຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ ແລະ ວິທີການປະເມີນທີ່ກ່ຽວຂ້ອງ.

ການປະເມີນແບບ MAPS LAOS ນຳພາໂດຍກະຊວງການເງິນ ( ພະແນກຄຸ້ມຄອງການຈັດຊື້ – ຈັດຈ້າງ ແລະ ລາຄາ, ກົມຄຸ້ມຄອງຊັບສິນແຫ່ງລັດ ) ມີຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດຊ່ວຍເຫຼືອດ້ານວິຊາການ ແລະ ຍັງມີຕົວແທນຈາກຫຼາຍພາກສ່ວນທີ່ມີບົດບາດສຳຄັນໃນການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ; ທະນາຄານພັດທະນາອາຊີ ( ADB ) ແລະ ທະນາຄານໂລກ ( WB ) ແລະ ທີ່ປຶກສາສາກົນ ແລະ ແຫ່ງຊາດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ