ການໃສ່ໃຈເລືອກກິນອາຫານທີ່ດີຕໍ່ສຸຂະພາບ ຄືການທີ່ເຮົາພະຍາຍາມຢ່າງດີທີ່ສຸດ ໃນການເບິ່ງແຍງຮ່າງກາຍຂອງເຮົາ ເຖິງແມ່ນວ່າຄວາມເຈັບເປັນຈະຂຶ້ນຢູ່ກັບຫຼາຍປັດໄຈກໍຕາມ.
ເກືອໃນອາຫານແປຮູບເປັນຕົ້ນແມ່ນ ລູກຊີ້ນມີໂຊດ້ຽມໃນປະລິມານຫຼາຍກວ່າໃນຊີ້ນສັດປົກກະຕິ ເຖິງ 10 ເທົ່າ ຄວນກິນໃຫ້ເໝາະສົມ ຖ້າກິນຫຼາຍເກີນໄປ ອາດເຮັດໃຫ້ມີການສະສົມໃນຮ່າງກາຍ ສົ່ງຜົນເສຍຕໍ່ໄຂ່ຫຼັງໃນໄລຍະຍາວ.
ໃນລູກຊີ້ນປະກອບດ້ວຍສານຕ່າງໆທີ່ສົ່ງຜົນຕໍ່ສຸຂະພາບດັ່ງນີ້:
1. ໂຊດ້ຽມ ( ເກືອ ):
ລູກຊີ້ນເປັນຊີ້ນສັດແປຮູບມີເກືອຫຼາຍກວ່າຊີ້ນສັດປົກກະຕິເຖິງ 10 ເທົ່າ.
2. ສານກັນບູດ:
ຖ້າໃສ່ໃນປະລິມານຫຼາຍອາດສົ່ງຜົນຕໍ່ການເຮັດວຽກຂອງລະບົບທາງເດີນອາຫານໄດ້.
3. ສານບໍແຣັກ:
ເຖິງວ່າຈະມີກົດໝາຍບໍ່ໃຫ້ໃສ່ໃນອາຫານ ແຕ່ຍັງມີການລັກໃສ່ເພື່ອໃຫ້ລູກຊີ້ນມີຄວາມແໜ້ນນຸ້ມແຊບຂຶ້ນກວ່າເກົ່າ
4. ສີປະສົມອາຫານ:
ຖ້າໄດ້ຮັບຫຼາຍເກີນໄປສົ່ງຜົນຕໍ່ການເຮັດວຽກຂອງຕັບ ແລະ ໄຂ່ຫຼັງ.
[ ຂໍ້ມູນຈາກ: ໂຮງໝໍສໍານັກງານແພດກຸງເທບ ]