ເຊັນສັນຍາ ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ແຂວງເຊກອງ

11 Sep 2023

ຄລິກແຊຣ໌ 0 Facebook WhatsApp

 

ຕາມຂ່າວຈາກ ຂປລ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ເພື່ອສືບຕໍ່ພັດທະນາໂຄງການໄຟຟ້າພະລັງງານລົມ 1.000 ເມກາວັດ ( ໂຄງການເຊກອງວິນຟາມ “ Sekong Wind Farm ”) ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ ແຂວງເຊກອງ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ອິມແພັກ ເອເນີຈີ ເອເຊຍ ຈຳກັດ ຈັດຂຶ້ນໃນວັນທີ 8 ກັນຍາ 2023 ຜ່ານມາ.
ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ພາຣາໄດ ສືບມາ ປະທານກຳມະການ ບໍລິສັດ ອິມແພັກເອັນເນີຈີ ເອເຊຍ ລີມີເຕັດ ( Impact Energy Asia Limited ) ແລະ ເຊັນເປັນພິຍານໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ແລະ ທ່ານ ໂຊກສະຫວັນ ເພັດລາສີ ຜູ້ຕາງໜ້າ ບໍລິສັດ ເອັສເອັມພີ ຈຳກັດຜູ້ດຽວ.


ໂຄງການໄຟຟ້າພະລັງງານລົມຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ ປະກອບມີສອງໂຄງການ ຄື: ໂຄງການມອນຊູນວິນຟາມ ( Monsoon Wind Farm ) ຂະໜາດ 600 ເມກາວັດ ແລະ ໂຄງການ Sekong Wind Farm ຂະໜາດ 1.000 ເມກາວັດ ຢູ່ໃນຂອບເຂດດຽວກັນ, ປັດຈຸບັນໂຄງການມອນຊູນວິນຟາມ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ຄາດວ່າຈະສຳເລັດ ແລະ ດໍາເນີນການຜະລິດກະແສໄຟຟ້າໄດ້ ໃນປີ 2025.

ປັດຈຸບັນ ໄດ້ມີການລົງນາມໃນສັນຍາ ວ່າດ້ວຍການຊື້ – ຂາຍໄຟຟ້າ ຮ່ວມກັບ ການໄຟຟ້າແຫ່ງ ສສ ຫວຽດນາມ ແລ້ວ. ພາຍຫຼັງສຳເລັດ ໂຄງການ Monsoon Wind Farm ໃນປີ 2025 ແລ້ວ, ຈະສືບຕໍ່ຈັດຕັ້ງປະຕິບັດ ໂຄງການ “ Sekong Wind Farm ” ຂະໜາດ 1.000 ເມກາວັດ ຄາດວ່າການກໍ່ສ້າງຈະສຳເລັດ ໃນປີ 2028.


ໂຄງການໄຟຟ້າພະລັງງານລົມຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ ກໍຄືໂຄງການ Sekong Wind Farm ແລະ ໂຄງການ Monsoon Wind Farm ຈະມີກໍາລັງການຜະລິດຕິດຕັ້ງ ລວມທັງໝົດ 1.600 ເມກາວັດ, ເປັນໂຄງການທີ່ມີບົດບາດສຳຄັນໃນການຕໍ່ສູ້ກັບສະພາວະໂລກຮ້ອນ, ສາມາດຫຼຸດຜ່ອນອາຍແກ໊ສຄາບອນໄດອອກໄຊດ໌ ຈຳນວນ 90 ລ້ານໂຕນ ຕະຫຼອດອາຍຸຂອງໂຄງການ. ພ້ອມນັ້ນ, ຍັງເປັນການສົ່ງເສີມບົດບາດ ຄວາມສໍາຄັນຂອງ ສປປ ລາວ ທີ່ກຳນົດວິໄສທັດຫຼັກໃນການພັດທະນາປະເທດໃຫ້ກ້າວໄປສູ່ການເປັນ “ ໝໍ້ໄຟແຫ່ງອາຊີ ” ອີກດ້ວຍ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ