ເປີດໂຕແອັບ M moneyX ກະເປົາເງິນ ເທິງມືຖືຂອງ ບໍລິສັດ ລາວໂມບາຍມັນນີ

11 Sep 2023

ຄລິກແຊຣ໌ 0 Facebook WhatsApp

 

ທີ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໂຕແອັບໃໝ່ M moneyX Application ຂອງບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເພື່ອເປັນການປ່ຽນຮູບແບບໃໝ່ ຈາກແອັບ M-Money ມາເປັນແອັບ M moneyX ກະເປົາເງິນເທິງມືຖື E-Wallet ທີ່ທັນສະໄໝ ແລະ ໃຫ້ປະສົບການທຸລະກຳການເງິນ ທີ່ສະດວກກວ່າ.
ເຂົ້າຮ່ວມຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ແລະ ທ່ານ ມະໂນລີດ ຊຸມພົນພັກດີ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານ ແຫ່ງ ສປປ ລາວ, ພ້ອມແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 8 ກັນຍາ 2023.


ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ກ່າວວ່າ: ຈຸດປະສົງຂອງການຈັດພິທີເປີດໂຕແອັບໃໝ່ M moneyX Application ຂອງບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ໃນຄັ້ງນີ້ ກໍເພື່ອເປັນການປ່ຽນຮູບແບບໃໝ່ ຈາກແອັບ M-Money ມາເປັນແອັບ M moneyX ກະເປົາເງິນເທິງມືຖື E-Wallet ທີ່ທັນສະໄໝ ແລະ ໃຫ້ປະສົບການທຸລະກຳການເງິນ ທີ່ສະດວກ ກວ່າ ເພື່ອຕອບສະໜອງເພີ່ມ ຄວາມສະດວກໃຫ້ລູກຄ້າໄດ້ຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ ຂ້າພະເຈົ້າເຊື່ອໝັ້ນວ່າ ການພັດທະນາແອັບໃນຄັ້ງນີ້ຈະເຮັດໃຫ້ແອັບ M-Money X ເປັນແອັບ E-Wallet ທີ່ຕອບໂຈດ ແລະ ໃຫ້ປະໂຫຍດສູງສຸດແກ່ຜູ້ໃຊ້ງານ.

ໃນໄລຍະທີ່ຜ່ານມາ ບໍລິສັດລາວໂມບາຍມັນນີ ຫຼື M-Money ກໍໄດ້ມີສ່ວນຮ່ວມຊ່ວຍໃຫ້ບໍລິການໃຫ້ກັບທາງພາກລັດ, ມີການຊ່ວຍເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານບຳນານ ທີ່ຢູ່ຫ່າງໄກຈາກຕົວເມືອງ ຂອງອົງການປະກັນສັງຄົມແຫ່ງຊາດ. ນອກຈາກນັ້ນ M-Money ຍັງໄດ້ຮ່ວມມືກັບອົງການ Oxfarm ປະຈຳປະເທດລາວ ເພື່ອເປັນຊ່ອງທາງການເບີກຈ່າຍເງິນຊ່ວຍເຫຼືອໃນເຂດຊົນນະບົດ ໂດຍຜ່ານແອັບ M-Money ໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງລວມມີຈຳນວນ 5 ແຂວງ, 11 ເມືອງ, 129 ບ້ານ ແລະ 2.200 ຄອບຄົວ ລວມເປັນເງິນຈຳນວນ 250.000 ໂດລາ ຫຼື ທຽບເທົ່າ 4.212 ລ້ານກວ່າກີບ. ແອັບ M-Money ຍັງມີ Function ຂອງບໍລິການຊຳລະ Easy Tax ໃນການຊຳລະພາສີອາກອນ ເພື່ອເພີ່ມຄວາມສະດວກສະບາຍໃນການຊຳລະພາສີອາກອນໃຫ້ຖືກຕ້ອງ ທັນເວລາ ແລະ ຍັງເປັນການມອບພັນທະເຂົ້າງົບປະມານຢ່າງແທ້ຈິງ.

ໃນອະນາຄົດ ພວກເຮົາຍັງຈະມີການເຊື່ອມຕໍ່ບໍລິການໃໝ່ໆ ເຊັ່ນ: Wechat Pay, Visa ແລະ ອື່ນໆ ເພື່ອໃຫ້ກ້າວກະໂດດເປັນແອັບ E-Wallet ທີ່ຕອບໂຈດທຸກການໃຊ້ງານຂອງປະເທດລາວ, ດັ່ງນັ້ນພວກເຮົາຈຶ່ງໄດ້ມີການປ່ຽນຮູບແບບໃໝ່ ຈາກແອັບ M-Money ມາເປັນແອັບ M moneyX ທີ່ໃຫ້ປະສົບການທຸລະກຳການເງິນ ທີ່ສະດວກ ກວ່າ, ທ່ານ ອາລຸນນະເດດ ບານຈິດ ກ່າວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ