ໃນຕອນເຊົ້າຂອງວັນທີ 08 ກັນຍາ 2023, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີປະກາດການແຕ່ງຕັ້ງຮອງລັດຖະມົນຕີ, ຫົວໜ້າສະຖາບັນ ແລະ ຮັກສາການຫົວໜ້າກົມ ພ້ອມທັງເຜີຍແຜ່ເອກະສານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍໃຫ້ກຽດເຂົ້າຮ່ວມເປັນທານຂອງທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຮອງລັດຖະມົນຕີ, ຄະນະກົມ/ທຽບເທົ່າ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງເຂົ້າຮ່ວມ.

ໃນພິທີ ທ່ານ ສຸລິຍາ ພົມມີສິດ, ຕາງຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຂຶ້ນດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະບັບເລກທີ: 267/ນຍ, ລົງວັນທີ 29 ສິງຫາ 2023 ໂດຍໄດ້ແຕ່ງຕັ້ງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ເປັນຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຈາກນັ້ນ, ທ່ານ ຄໍາພູ ດວງຖະໜອມ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຕສ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 269/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍໄດ້ແຕ່ງຕັ້ງທ່ານ ປະດັບໄຊ ໄຊຍະໂຄດ ເປັນຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກຕສ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ: 2357/ກຕສ, ລົງວັນທີ 06 ກັນຍາ 2023 ແຕ່ງຕັ້ງ ທ່ານ ສົມພອນ ສີຫາລາດ ເປັນຮັກສາການຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ.

ພ້ອມດຽວກັນນັ້ນ, ທ່ານ ນາງ ສຸພາລັກ ສີລາເພັດ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຍັງໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາການປະເມີນຜົນງານຂອງພະນັກງານ-ລັດຖະກອນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ມອບໃບຍ້ອງຍໍແກ່ພະນັກງານປະຈຳປີ 2022.

ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໂດຍສະເພາະແມ່ນຮອງລັດຖະມົນຕີ ແລະ ຫົວໜ້າໜ້າສະຖາບັນ, ຮັກສາການຫົວໜ້າກົມ ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີຜົນງານຢ່າງຫຼວງຫຼາຍໃນການຊີ້ນໍາ-ນໍາພາ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກອ້າຍນ້ອງພະນັກງານ-ສະມາຊິກພັກ. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ ສືບຕໍ່ຂະຫຍາຍມູນເຊື້ອ ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມແຂງແຮງ, ເພີ່ມທະວີໃຫ້ອົງຄະນະພັກມີເຂັ້ມແຂງ, ໂປ່ງໃສ ແລະ ໜັກແໜ້ນ ແລະ ຮຽກຮ້ອງໃຫ້ສືບຕໍ່ເອົາໃຈໃສ່ວຽກງານດ້ານການເມືອງ-ແນວຄິດ, ເອົາໃຈໃສ່ວຽກວິຊາສະເພາະ, ສືບຕໍ່ເສີມຂະຫຍາຍທ່າແຮງ, ກໍ່ສ້າງຕົນເອງ, ຍົກລະດັບວິຊາສະເພາະສ້າງແນວຄິດການເມືອງໃຫ້ໜັກແໜ້ນ ໂດຍສະເພາະແມ່ນ ການຫັນເປັນດິຈິຕ໋ອນ ແລະ ການຫັນເປັນທັນສະໄໝ ຂອງປະເທດເຮົາ ໃຫ້ປະສົບຜົນສໍາເລັດ ໃຫ້ສົມກັບ ພັກ-ລັດ ໄດ້ມອບພາລະກິດສໍາຄັນໃຫ້ກະຊວງພວກເຮົາເປັນແກນກາງໃນການນໍາພາ ຂະແໜງການໃນການຫັນເປັນທັນສະໄໝ.
