ແກ້ບັນຫາເຄັ່ງຮ້ອນດ້ານເສດຖະກິດ ໜຶ່ງວຽກຈຸດສຸມຂອງລັດຖະບານໃນເດືອນກັນຍາ

07 Sep 2023

ຄລິກແຊຣ໌ 0 Facebook WhatsApp

ຄືດັ່ງທີ່ທຸກຄົນຮູ້ກັນດີ ປະຈຸບັນລາວເຮົາພວມຜະເຊີນກັບບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະລັດຖະບານແມ່ນໄດ້ເອົາບັນຫາດັ່ງກ່າວເປັນວຽກຈຸດສຸມທີ່ຕ້ອງແກ້ໃຫ້ໄວ ພ້ອມທັງສືບຕໍ່ເກັບລາຍຮັບງົບປະມານ ໂດຍເນັ້ນນໍາໃຊ້ເຄື່ອງມືທັນສະໄໝ ເພື່ອຄຸ້ມຄອງແຫຼ່ງລາຍຮັບ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບ ຕິດພັນກັບການປະຢັດ ແລະ ຕ້ານການຟຸມເຟືອຍ.

May be an image of 8 people
ອີງຕາມບົດຖະແຫຼງຂ່າວຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນສິງຫາ ໃນວັນທີ 25 ສິງຫາ 2023 ໜຶ່ງໃນແຜນວຽກຈຸດສຸມໃນເດືອນກັນຍາ ລັດຖະບານ ຈະໄດ້ສຸມໃສ່ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ ໂດຍສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະ ສືບຕໍ່ປະຕິບັດແຜນເຄື່ອນໄຫວວຽກຈຸດສຸມ ຂອງຄະນະສະເພາະກິດ ແລະ ບັນດາເນື້ອໃນນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດໃນແຕ່ລະຄັ້ງ.

อาจเป็นรูปภาพของ ธรรมชาติ, ท้องฟ้า และ ต้นปาล์ม
ພ້ອມສືບຕໍ່ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນ ກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບ ກໍລະນີໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ຫຼື ລະເມີດສັນຍາ ແລະ ກົດໝາຍກ່ຽວຂ້ອງ ແມ່ນຈະໄດ້ກ້າວໄປສູ່ການຍົກເລີກຢ່າງເດັດຂາດ. ສຳລັບໂຄງການທົດລອງ ແມ່ນຈະໄດ້ສືບຕໍ່ໂຈະການອະນຸມັດໃໝ່, ສ່ວນໂຄງການຈະສືບຕໍ່ທີ່ເຫັນວ່າມີປະລິມານແຮ່ພຽງພໍກັບການລົງທຶນຕໍ່ໄປ ແມ່ນຫັນໄປສູ່ການປະຕິບັດຕາມກົດໝາຍ ແລະ ລະບຽບການ, ແຕ່ຕ້ອງຮັບປະກັນຜົນປະໂຫຍດຂອງລັດເປັນທີ່ຕັ້ງສຳຄັນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

อาจเป็นรูปภาพของ ท้องฟ้า, ถนน และ ถนน
ຄຽງຄູ່ກັນນັ້ນ, ຈະສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານບັນລຸຕາມແຜນ ທີ່ສະພາແຫ່ງຊາດຮັບຮອງ, ໃນນັ້ນ ສຸມໃສ່ ເລັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບ ແລະ ເຄື່ອງມືທັນສະໄໝ ໃຫ້ຫຼາຍກວ່າເກົ່າ ແລະ ເລັ່ງເຊື່ອມຖານຂໍ້ມູນກັບຂະແໜງການເສດຖະກິດ ເພື່ອຄຸ້ມຄອງແຫຼ່ງລາຍຮັບໃຫ້ສຳເລັດ; ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ.

อาจเป็นรูปภาพของ 10 คน และ กลางแจ้ง
ເນັ້ນໃຫ້ຂົງເຂດ ທະນາຄານ ເອົາໃຈໃສ່ເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 10/ນຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ ແລະ ຮີບຮ້ອນອອກຄໍາແນະນໍາລະອຽດ ຕໍ່ບາງເນື້ອໃນ ທີ່ສັງຄົມໃຫ້ຄວາມສົນໃຈ ເຊັ່ນ: ການຄອບຄອງ, ການນຳໃຊ້, ການແລກປ່ຽນເງິນຕາ ແລະ ອື່ນໆ, ພ້ອມທັງສືບຕໍ່ເຜີຍແຜ່ ແລະ ໃຫ້ມີການອະທິບາຍຜ່ານສື່ຕ່າງໆ ດ້ວຍຫຼາຍຮູບການ ແລະ ເປັນປົກ ກະຕິ, ພ້ອມນັ້ນ ກໍຈັດຕັ້ງປະຕິບັດ ຂໍ້ຕົກລົງ 93/ນຍ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໂດຍສະເພາະ ການຄັດເລືອກເອົາໂຄງການບູລິມະສິດ ທີ່ມີຕະຫຼາດຮອງຮັບ ແລະ ມີໜໍ່ແໜງການຜະລິດທີ່ດີແລ້ວ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ