ໃນວັນທີ 5 ກັນຍາ 2023 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຜະລິດຂອງປະຊາຊົນບ້ານໃຫຍ່ເມືອງປາ ເມືອງປາກລາຍ ໃຫ້ການຕ້ອນຮັບມີ ທ່ານ ຄໍາຝັ້ນ ວົງສະຫວັນ ຮອງເຈົ້າເມືອງປາກລາຍ, ມີພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ມີອໍານາດການປົກຄອງ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ທ່ານ ຫຼົງຈະ ນາຍບ້ານ ໃຫຍ່ເມືອງປາ ໄດ້ຂຶ້ນລາຍງານສະພາບການພັດທະນາ ແລະ ຂະບວນການຜະລິດຂອງປະຊາຊົນໂດຍສັງເຂບວ່າ: ບ້ານໃຫຍ່ເມືອງປາ ມີຄອບຄົວທັງໝົດ 597 ຄອບຄົວ, ພົນລະເມືອງ 3.541 ຄົນ ຍິງ 1.759 ຄົນ, ອາຊີບຕົ້ນຕໍຂອງປະຊາຊົນສ່ວນຫຼາຍແມ່ນປູກຝັງ ແລະ ລ້ຽງສັດ ເຊັ່ນ: ມີຄອບຄົວເຮັດກະສິກໍາ 555 ຄອບຄົວ, ພະນັກງານ 25 ຄອບຄົວ, ຄ້າ – ຂາຍ ແລະ ບໍລິການອື່ນໆ 27 ຄອບຄົວ.

ໃນໄລຍະ 8 ເດືອນຜ່ານມາ ແມ່ນໄດ້ຊຸກຍູ້ສົ່ງເສີມພໍ່ແມ່ປະຊາຊົນພາຍໃນບ້ານທໍາການຜະລິດລະດູປີ ເຊັ່ນ: ປູກເຂົ້ານາປີມີເນື້ອທີ່ 429 ກວ່າເຮັກຕາ, ປູກເຂົ້າເນີນສູງ 96 ກວ່າເຮັກຕາ, ປູກມັນຕົ້ນ 454 ກວ່າເຮັກຕາ, ປູກຢາງພາລາ 35 ເຮັກຕາ, ນອກນີ້ຍັງໄດ້ລ້ຽງສັດໃຫຍ່ປະເພດ ງົວ – ຄວາຍ ຕິດພັນກັບການປູກຫຍ້າ ເຊິ່ງທົ່ວບ້ານມີງົວ – ຄວາຍທັງໝົດ 4 ພັນກວ່າໂຕ. ປັດຈຸບັນແມ່ນໄດ້ຕິດຕາມ ແລະ ຊຸກຍູ້ປະຊາຊົນໃນການເກັບກູ້ມັນຕົ້ນ ແລະ ກະກຽມດິນເພື່ອປູກຮອບທີ 2.
ໃນໄລຍະ 8 ເດືອນປີນີ້ ບ້ານໃຫຍ່ເມືອງປາ ສາມາດເກັດລາຍຮັບໄດ້ 64 ລ້ານ ກວ່າກີບ ເທົ່າກັບ 77,38% ຂອງແຜນການປີ. ນອກນີ້ຍັງໄດ້ຊຸກຍູ້ສົ່ງເສີມ ແລະ ປຸກລະດົມເດັກໃນເກນອາຍຸໃຫ້ໄດ້ເຂົ້າຮຽນ ແລະ ສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບ ມ 7 ໃຫ້ໄດ້ເຂົ້າຮຽນວິຊາຊີບ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍໄດ້ຍ້ອງຍໍຊົມເຊີຍມາຍັງອົງການປົກຄອງບ້ານ ແລະ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ປະຊາຊົນ ແລະ ລູກຫຼານ, ຕັ້ງໜ້າແກ້ໄຂບັນຫາປາກົດການຫຍໍ້ທໍ້ທີ່ມັກເກີດຂຶ້ນພາຍໃນບ້ານ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ຂີ້ລັກງັດແງະ ພ້ອມທັງກໍາໃຫ້ໄດ້ເປົ້າໝາຍຜູ້ເສບ ແລະ ຜູ້ຂາຍຢາເສບຕິດ, ເອົາໃຈໃສ່ບົວລະບັດພືດລະດູຝົນ, ເຝົ້າລະວັງການລະບາດຂອງພະຍາດສັດ, ພືດ ແລະ ພະຍາດຕາມລະດູການ, ເອົາໃຈໃສ່ປົກປັກຮັກສາປ່າໄມ້ ແລະ ຊຸກຍູ້ສົ່ງເສີມໃຫ້ລູກ – ຫຼານໄດ້ເຂົ້າຮຽນເປັນປົກກະຕິ.
[ ຂ່າວ – ຮູບ: ອຸ່ນເຮືອນ
ໂພທິລັກ ]