ຄຸນຄ່າຂອງເອກະລາດ; ເສລີພາບ

06 Sep 2023

ຄລິກແຊຣ໌ 0 Facebook WhatsApp

ວັນທີ 2 ກັນຍາ ທີ່ແລ້ວນີ້ແມ່ນວັນຊາດ ສສ ຫວຽດນາມ ຄົບຮອບ 78 ປີ. ໃນຖານະເປັນປະເທດເພື່ອນມິດຍຸດທະສາດ ຜູ້ຂຽນຄິດວ່າທ່ານຜູ້ອ່ານຄວນໄດ້ຮູ້ເຖິງຄວາມສຳຄັນຂອງຄຳວ່າ: ເອກະລາດ; ເສລີພາບ ທີ່ຄົນຫວຽດນາມເທີດທູນ ແລະ ພາກພູມໃຈ.
ຜູ້ຂຽນມີໂອກາດໄດ້ອ່ານບົດວິເຄາະພາຍໃຕ້ຫົວຂໍ້: “ ຄຸນຄ່າຂອງເອກະລາດ; ເສລີພາບ..” ທີ່ (VOVWORD) ສະບັບອອນລາຍລົງວັນທີ 2 ກັນຍາ 2023 ເລີຍຍາກໃຫ້ເພື່ອນຜູ້ອ່ານໄດ້ຮູ້ນຳດັ່ງນີ້:

ຖະແຫຼງການປະກາດເອກະລາດ ໂດຍປະທານ ໂຮ່ຈີມິນ ກ່າວຢູ່ສະໜາມຫຼວງ ບາດິ່ງ ໃນວັນທີ 2 ກັນຍາ ກ່ອນນີ້ 78 ປີ, ແມ່ນຄໍາຖະແຫຼງທີ່ສະຫງ່າອົງອາດຕໍ່ກັບໂລກ ກ່ຽວກັບ ປະເທດ ຫວຽດນາມ ເອກະລາດ, ຊາດ ຫວຽດນາມ ເສລີພາບ ເປັນເຈົ້າຊາຕະກໍາຂອງຕົນ. ນັບແຕ່ນັ້ນມາ, ສອງຄໍາວ່າ “ເອກະລາດ”, “ເສລີພາບ” ໄດ້ກາຍເປັນເຂັມຊີ້ທິດໃນຕະຫຼອດວິວັດແຫ່ງການ ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຊາດ ຫວຽດນາມ ໃນ 78 ປີຜ່ານມາ.

ຖະແຫຼງການປະກາດເອກະລາດປີ 1945 ໄດ້ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ລະດູໃບໄມ້ຫຼົ່ນເອກະລາດຄັ້ງທໍາອິດ ຂອງປະເທດຊາດ(2/9/1945)ໄດ້ຈົດຈໍ່ສັດຈະທໍາ: ປະເທດ ຫວຽດນາມ ມີສິດໄດ້ຮັບເສລີພາບ ແລະ ເອກະລາດ. ທົ່ວທັງຊາດ ຫວຽດນາມ ຕັດສິນໃຈນໍາຈິດໃຈ ແລະ ກໍາລັງ, ຊີວິດອິນຊີ ແລະ ຊັບສິນເພື່ອຮັກສາເສລີພາບ ແລະ ເອກະລາດເຫຼົ່ານັ້ນ.

ເອກະລາດ, ເສລີພາບ ແມ່ນຄວາມຄາດຫວັງຂອງທົ່ວທັງຊາດ

ຖະແຫຼງການປະກາດເອກະລາດ ບັນຈຸໄປດ້ວຍເນື້ອໃນຫຼັກແຫຼ່ງແກ່ນສານ, ມີພື້ນຖານນິຕິກໍາທີ່ໝັ້ນແກ່ນ ບໍ່ ພຽງແຕ່ຢັ້ງຢືນອະທິປະໄຕຂອງຊາດ ຫວຽດນາມ ກັບໂລກ ເທົ່ານັ້ນ ຫາກຍັງເປີດຍຸກສະໄໝໃໝ່ຂອງຊາດ ຫວຽດນາມ, ປະຊາຊົນ ຫວຽດນາມ ໃນເສັ້ນທາງສ້າງສາ ແລະ ພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.

ໃນຍຸກສະໄໝ ປະທານໂຮ່ຈີມິນ, ເອກະລາດ ເສລີພາບ ບໍ່ພຽງແຕ່ແມ່ນຄວາມຄາດຫວັງ ຫາກຍັງໄດ້ ກາຍເປັນມາດຖານຊີວິດ, ເປັນອຸດົມການເພື່ອສູ້ຊົນ, ເສຍສະຫຼະ ເຊິ່ງປະທານ ໂຮ່ຈີມິນ, ພັກຄອມມູນິດ ຫວຽດນາມ ແລະ ປະຊາຊົນຢຶດໝັ້ນປະຕິບັດ. ກໍຍ້ອນອຸດົມການເຫຼົ່ານັ້ນ, ມາດຖານຊີວິດເຫຼົ່ານັ້ນ ບວກກັບ ຄວາມເຊື່ອໝັ້ນໄດ້ ດໍາລົງຊີວິດດ້ວຍຄວາມເອກະລາດ, ເສລີພາບ ແລະ ຄວາມຜາສຸກຢູ່ປະເທດຫວຽດນາມ ແຫ່ງສັນຕິພາບ, ເອກະລາດ ແລະ ເອກະພາບນັ້ນ ໄດ້ກາຍເປັນກໍາລັງໜູນ ເພື່ອໃຫ້ປະຊາຊົນຈົ່ງຮັກພັກດີຕໍ່ພັກ, ສ້າງໄຊຊະນະໃນ ການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ສືບຕໍ່ວິວັດທະນາການກ້າວຂຶ້ນສັງຄົມນິຍົມ, ສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ດ້ວຍຖະແຫຼງການປະກາດເອກະລາດ, ປະເທດ ຫວຽດນາມ ໄດ້ຮັບການຟື້ນຟູ ພາຍຫຼັງທີ່ ຖືກເສຍຫາຍ, ເສຍສະຫຼະຊີວິດໃນໄລຍະເວລາຫຼາຍປີ, ສືບຕໍ່ມຸ່ງໄປເຖິງອະນາຄົດທີ່ສົດໃສ, ສູ້ຊົນເພື່ອສັນຕິພາບ, ເອກະລາດ, ເສລີພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ. ທ່ານ ໂດຍດຶກມິງ, ອາຈານສອນຢູ່ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ:

“ຖະແຫຼງການປະກາດເອກະລາດ ແມ່ນບົດກອນລໍາອະມະຕະ, ແມ່ນແສງສະ ຫວ່າງເຍືອງທາງໃຫ້ແກ່ຊາດ ຫວຽດນາມ ນັບແຕ່ອະດີດຕະຫຼອດຮອດປັດຈຸບັນ ແລະ ອະນາຄົດ. ຫວຽດນາມ ມີທີ່ຕັ້ງພູມີສາດທີ່ພິເສດທີ່ສຸດ, ໂດຍ ຕັ້ງຢູ່ແຫຼມອິນດູຈີນ, ບົນເສັ້ນທາງຕັດລະຫວ່າງທາງທິດຕາເວັນອອກກັບຕາເວັນຕົກ, ຈາກມະຫາສະໝຸດອິນເດຍ ໄປ ປາຊີຟິກ, ເປັນປະຕູແລກປ່ຽນການຄ້າອອກສູ່ໂລກ. ໃນວັນນີ້ ແລະ ໃນພາຍພາກໜ້າ, ບັນຫາເອກະລາດ, ອະທິປະໄຕ ຍາມໃດກໍຍັງໄດ້ຮັບການຮັກສາຢ່າງຫມັ້ນແກ່ນ”.

ເອກະລາດ, ເສລີພາບ: ເຂັມຊີ້ທິດເຍືອງທາງເພື່ອສ້າງສາປະເທດຊາດ

ໂດຍເສີມຂະຫຍາຍນ້ຳໃຈຂອງຖະແຫຼງການປະກາດເອກະລາດ, ຈາກປະເທດທຸກຍາກ, ຖືກສົງຄາມມ້າງເພ ທໍາລາຍ, ຫວຽດນາມ ໃນວັນນີ້ ໄດ້ດໍາເນີນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງສໍາເລັດຜົນ. ການເຕີບໂຕ ເສດຖະກິດສະເລ່ຍບັນລຸລະດັບດີ; ຂອບຂະໜາດ ແລະ ກໍາລັງບົ່ມຊ້ອນດ້ານເສດຖະກິດນັບມື້ນັບເພີ່ມຂຶ້ນ, ຄວາມ ກ້າວໜ້າ, ຍຸຕິທໍາສັງຄົມ, ການພັດທະນາວັດທະນະທໍາ ແລະ ກິດຈະການກໍ່ສ້າງຊົນນະບົດໃໝ່ກໍບັນລຸຜົນງານຕັ້ງໜ້າ ຫຼາຍຢ່າງ; ດັດຊະນີພັດທະນາມະນຸດ (HDI) ກໍຄ່ອຍໆໄດ້ຮັບການປັບປຸງ. ທ່ານ ສາດສະດາຈານ. ປອ ວິທະຍາສາດ. ຫວູມິງຢາງ, ໃຫ້ຂໍ້ສັງເກດວ່າ:

“ບັນດາຜົນງານໂດຍການປະຕິວັດນໍາມາໃຫ້ແມ່ນຍິ່ງໃຫຍ່ທີ່ສຸດ. ສິ່ງເຫຼົ່ານັ້ນ ແມ່ນບໍ່ອາດປະຕິເສດໄດ້, ດັ່ງນັ້ນ ພວກເຮົາຈົ່ງເຊື່ອໝັ້ນຕໍ່ເສັ້ນທາງທີ່ພວກເຮົາພວມເດີນຕາມ ແລະ ໝັ້ນໃຈຢ່າງແນວແນ່ວ່າ ສິ່ງສໍາຄັນທີ່ສຸດ ເຊິ່ງພວກ ເຮົາພວມມຸ່ງໄປເຖິງແມ່ນຄວາມຜາສຸກຂອງປະຊາຊົນ, ເພື່ອຄວາມວັດທະນາຖາວອນຂອງປະເທດຊາດ”.

ພາຍໃຕ້ມູນມອງສາກົນ, ເພື່ອນມິດໃນໂລກ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ປະເທດຊາດທີ່ຮັກຫອມ ສັນຕິພາບ, ເປັນມິດສະໜິດສະຫນົມ, ຮັກແພງແຂກຄົນ, ການປ່ຽນແປງ, ບຸກທະລຸຂອງພື້ນຖານເສດຖະກິດ, ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ປະຊາຄົມສາກົນ. ທ່ານເອກອັກຄະລັດຖະທູດ ສ.ກາຊັກສະຖານ ປະຈໍາ ຫວຽດນາມ, Yerlan Baizhanov, ແບ່ງປັນວ່າ:
“ຫວຽດນາມ ແມ່ນປະເທດທີ່ມີມູນເຊື້ອປະຫວັດສາດ, ມູນເຊື້ອແຫ່ງຊາດ, ທ່າອ່ຽງຫຼັກແຫຼ່ງຂອງຊີວິດ ທັນສະໄໝ ຢູ່ຫວຽດນາມ ແມ່ນທ່າອຽງພັດທະນາ. ຂ້າພະເຈົ້າເອງເຫັນວ່າ ຄົນລຸ້ນໜຸ່ມຂອງ ຫວຽດນາມ ຫ້າວຫັນ ຫຼາຍ. ມີເພື່ອນໜຸ່ມຫຼາຍຄົນໄປຮຽນຢູ່ຕ່າງປະເທດມາ, ມີລະດັບພາສາຕ່າງປະເທດດີຫຼາຍ… ແລະ ສໍາຄັນທີ່ສຸດແມ່ນທ່າອ່ຽງໄດ້ເກີດດອກອອກຜົນດີ. ພວກຂ້າພະເຈົ້າໄດ້ເຫັນປະຈັກຕາຜົນງານອັນຕັ້ງໜ້ານີ້. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງມີ ຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າໃນອະນາຄົດ ຫວຽດນາມ ຈະນັບມື້ນັບພັດທະນາຍິ່ງໆຂຶ້ນ”.

ປັດຈຸບັນ, ຫວຽດນາມ ພວມຫັນເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກຄອມມູນິດ ຫວຽດນາມ ໄດ້ ວາງອອກໃຫ້ແກ່ອາຍຸການ 2021 – 2026 ໃຫ້ປາກົດຜົນເປັນຈິງ. ກວ່າ 2 ປີເຄິ່ງທີ່ຜ່ານມາ, ຫວຽດນາມ ໄດ້ຄົງ ຕົວຢ່າງໝັ້ນແກ່ນ ແລະ ສືບຕໍ່ບັນລຸໄດ້ຫຼາຍໝາກຜົນສໍາຄັນ, ຮອບດ້ານພໍສົມຄວນ ແລະ ເປັນໜ້າຊື່ນຊົມໃນວິ ວັດທະນາການຜ່ານຜ່າສິ່ງທ້າທາຍນາໆປະການແບບບໍ່ເຄີຍມີມາກ່ອນ.

ໃນເສັ້ນທາງປະຕິບັດສໍາເລັດເປົ້າໝາຍພັດທະນາຂອງທັງອາຍຸການກອງປະຊຸມ ໃຫຍ່ຄັ້ງທີ XIII ຂອງພັກ, ເຖິງ ວ່າຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ແຕ່ນ້ຳໃຈເອກະລາດ, ເສລີພາບຂອງຖະແຫຼງ ການປະກາດເອກະລາດໃນ 78 ປີກ່ອນ ຈະເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ປະຊາຊົນ ຫວຽດນາມ; ກາຍເປັນກໍາລັງ ຫນູນເພື່ອໃຫ້ ຫວຽດນາມ ບັນລຸໄດ້ເປົ້າໝາຍໃໝ່ໃນເສັ້ນທາງພັດທະນາປະເທດຊາດ…

ນັ້ນແມ່ນຄວາມໝາຍສຳຄັນຄຸນຄ່າຂອງເອກະລາດ; ເສລີພາບ.. ທີ່ປະຊາຊົນຫວຽດນາມ ອ້າຍນ້ອງເທີດທູນ ແລະ ພາກພູມໃຈ.
(ຈົບ)

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ