ວັນທີ 4 ກັນຍາປີນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຍົກລະດັບເສັ້ນທາງເລກທີ 3611 ແຕ່ທາງແຍກ ບ້ານຫາດດ້າຍ ຫາ ບ້ານໃຫຍ່ເມືອງປາ ເມືອງປາກລາຍ ໃຫ້ການຕ້ອນຮັບ ແລະ ນໍາພາລົງເບິ່ງຕົວຈິງ ໂດຍທ່ານ ຄໍາຝັ້ນ ວົງສະຫວັນ ຮອງເຈົ້າເມືອງປາກລາຍ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ.

ທ່ານ ສົມແພງ ປັນຍາທິລາດ ຕາງໜ້າໃຫ້ ບໍລິສັດ ພິນທອງ ກໍ່ສ້າງຂົວ – ທາງ – ເຄຫາ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ເຊິ່ງເປັນບໍລິສັດທີ່ຮັບເໝົາກໍ່ສ້າງຍົກລະດັບເສັ້ນທາງດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຍົກລະດັບເສັ້ນທາງເລກທີ 3611 ແຕ່ທາງແຍກ ບ້ານຫາດດ້າຍ ຫາ ບ້ານໃຫຍ່ເມືອງປາ ເມືອງປາກລາຍ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນກໍລະກົດ 2021 ເປັນຕົ້ນມາ ຮອດປັດຈຸບັນການກໍ່ສ້າງແມ່ນສໍາເລັດ 45,76%. ໜ້າວຽກປະກອບມີ: ກໍ່ສ້າງຍົກລະດັບວາງທໍ່, ຮ່ອງລະບາຍນໍ້າ ແລະ ປູຢາງ 2 ຊັ້ນ, ເສັ້ນທາງດັ່ງກ່າວມີຄວາມຍາວ 23 ກິໂລແມັດ ໜ້າທາງກວ້າງ 7 ແມັດ ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດ 100% ໃນເດືອນ ກໍລະກົດ ປີ 2026, ມູນຄ່າການກໍ່ສ້າງທັງໝົດ 158 ຕື້ກວ່າກີບ.

ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຍ້ອງຍໍຊົມເຊີຍຕໍ່ບໍລິສັດທີ່ມີຄວາມຕັດສິນໃຈໃນການລົງທຶນ ເພື່ອກໍ່ສ້າງເສັ້ນທາງດັ່ງກ່າວ ເຖິງວ່າສະພາບເສດຖະກິດຈະພົບຄວາມຫຍຸ້ງຍາກກໍຕາມ ແຕ່ບໍລິສັດກໍມີ ຄວາມຕັດສິນໃຈສູງໃນການກໍ່ສ້າງເສັ້ນທາງ, ພ້ອມທັງໄດ້ຮຽກຮ້ອງໃຫ້ບໍລິສັດຈົ່ງສືບຕໍ່ໃນການກໍ່ສ້າງເສັ້ນທາງໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ທັງນີ້ກໍເພື່ອອໍານວຍຄວາມສະດວກໃນການໄປ – ມາ ແລະ ຂົນສົ່ງຜົນຜະລິດກະສິກໍາຂອງປະຊາຊົນໃນຂົງເຂດບ້ານ ໃຫຍ່ເມືອງປາ ແລະ ບັນດາບ້ານໃກ້ຄຽງອອກສູ່ຕະຫຼາດໄດ້ສະດວກ ແລະ ວ່ອງໄວ.
[ ຂ່າວ – ຮູບ: ອຸ່ນເຮືອນ
ໂພທິລັກ ]