ທ່ານ ໄຊສົມພັນ ລີເຕັງເບຼຍຈື່ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ – ກວດກາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຫາ 3 ແຍກພູຄຳ ເມືອງອະນຸວົງ ໃນຕອນເຊົ້າວັນທີ 31 ສິງຫາ 2023; ມີປະທານ ບໍລິສັດ ພີເອັດ ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດຜູ້ດຽວ ແລະ ປະທານ ບໍລິສັດ ພີແສສ ທີ່ປຶກສາ ຈຳກັດຜູ້ດຽວ ຕະຫຼອດຮອດພະນັກງານວິຊາການປະຈຳໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງເສັ້ນທາງ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຫາ 3 ແຍກພູຄຳ ແມ່ນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ໃນໄລຍະທາງ 18 ກິໂລແມັດ, ໃນນັ້ນ ສຳເລັດການປູຢາງ 2 ຊັ້ນ 10 ກິໂລແມັດ, ປູຢາງ 1 ຊັ້ນ 4 ກິໂລແມັດ. ນອກນັ້ນ, ຍັງຢູ່ໃນໄລຍະດຳເນີນການກໍ່ສ້າງເກືອບຈະສຳເລັດແລ້ວ.
ປັດຈຸບັນສາມາດຈັດຕັ້ງປະຕິບັດໄດ້ 73,6% ໃນມູນຄ່າການລົງທຶນຕາມສັນຍາ 78 ຕື້ກວ່າກີບ ໂດຍແມ່ນ ບໍລິສັດ ພີເອັດ ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ບໍລິສັດ ພີແສສ ຈຳກັດຜູ້ດຽວ ເປັນວິສະວະກອນທີ່ປຶກສາ ເຊິ່ງການລົງມາກວດກາພາກສະໜາມໃນຄັ້ງນີ້ ແມ່ນເພື່ອກວດກາການຈັດຕັ້ງປະຕິບັດບັນດາໜ້າວຽກພາຍໃນໂຄງການ ແລະ ຍັງເປັນການກວດກາການຈັດຕັ້ງປະຕິບັດປະຈຳປີ. ນອກນີ້, ຍັງເປັນການຕິດຕາມ ແລະ ຊຸກຍູ້ບໍລິສັດ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດວຽກງານໃຫ້ຖ່ວງທັນຕາມເວລາທີ່ກຳນົດໄວ້ ເພາະຫຼັງຈາກໝົດລະດູຝົນແລ້ວ ໃນເດືອນຕຸລາທີ່ຈະມາຮອດນີ້ ຈະໄດ້ຈັດຕັ້ງປະຕິບັດວຽກທີ່ຍັງຄ້າງຄາໃຫ້ສຳເລັດພາຍໃນທ້າຍປີ 2023.

ພາຍຫຼັງການກໍ່ສ້າງທາງເສັ້ນນີ້ສຳເລັດ ຈະເຮັດໃຫ້ການສັນຈອນໄປ – ມາມີຄວາມສະດວກຍິ່ງຂຶ້ນ ແລະ ຮັບປະກັນຄວາມປອດໄພໃນການຄົມມະນາຄົມຂົນສົ່ງ ເນື່ອງຈາກເສັ້ນທາງເກົ່າຂ້ອນຂ້າງຄັບແຄບ ແລະ ເປ່ເພ ຍ້ອນຜ່ານການໃຊ້ງານມາດົນ. ສະນັ້ນທາງເສັ້ນນີ້ຈະເປັນອີກທາງເລືອກໜຶ່ງໃຫ້ແກ່ຜູ້ໃຊ້ລົດ – ໃຊ້ຖະໜົນ ກໍຄືປະຊາຊົນຊາວແຂວງໄຊສົມບູນ ໄດ້ນຳໃຊ້ເຂົ້າໃນການເດີນທາງ ທີ່ມີໄລຍະທາງສັ້ນກວ່າ ແລະ ໃຊ້ເວລາສັນຈອນໜ້ອຍກວ່າເຂົ້າສູ່ແຂວງໄຊສົມບູນ.