ການກໍ່ສ້າງ ແລະ ຍົກຍ້າຍເທສະບານແຂວງ ຜົ້ງສາລີ ຄືບໜ້າ 82,24%

04 Sep 2023

ຄລິກແຊຣ໌ 0 Facebook WhatsApp

 

ກອງປະຊຸມຄະນະກໍາມະການຊີ້ນໍາໂຄງການກໍ່ສ້າງ ແລະ ຍົກຍ້າຍເທສະບານ ແຂວງຜົ້ງສາລີ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ສິງຫາ 2023 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າ ແຂວງຜົ້ງສາລີ.

ມີທ່ານຮອງເຈົ້າແຂວງຜົ້ງສາລີ, ບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ – ຮອງກົມຈາກກະຊວງທີ່ກ່ຽວຂ້ອງ, ປະທານບໍລິສັດຜູ້ຮັບເໝົາ, ຜູ້ຕາງໜ້າບໍລິສັດ ທີ່ປຶກສາໂຄງການ, ຜູ້ຕາງໜ້າ ບໍລິສັດ ໂນຮິນໂກ ສປ ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ວິຊາການຈາກໂຄງການກໍ່ສ້າງ ແລະ ຍົກຍ້າຍເທສະບານແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.


ໃນກອງປະຊຸມ ທ່ານ ກອງແກ້ວ ຂັນຕະພົມ ຫົວໜ້າຄະນະຮັບຜິດຊອບໂຄງການພັດທະນາເທສະບານແຂວງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຍົກຍ້າຍເທສະບານແຂວງຜົ້ງສາລີ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ໂຄງການດັ່ງກ່າວພາຍຫຼັງໄດ້ຮັບການອະນຸມັດຈາກລັດຖະບານໃນປີ 2009, ແຂວງກໍໄດ້ເປັນເຈົ້າການຂຶ້ນແຜນລົງທຶນຂອງລັດເລີ່ມແຕ່ປີ 2010 ຫາ 2011 ເປັນຕົ້ນມາ ໂດຍໄດ້ແຍກເປັນບ້ວງພັດທະນາຕົວເມືອງໃໝ່ ເມືອງບຸນເໜືອ ໂດຍຜ່ານການຮັບຮອງຈາກສະພາແຫ່ງຊາດ ເປັນມູນຄ່າ 610,35 ຕື້ກີບ; ໃນນີ້ ໄດ້ຈັດຕັ້ງປະຕິບັດຜ່ານມາ ລວມມູນຄ່າທັງໝົດມີ 235,8 ຕື້ກີບ, ຊໍາລະຮອດປີ 2022 ຈໍານວນທັງໝົດ 184,5 ຕື້ກີບ, ມູນຄ່າຄ້າງຊໍາລະຈໍານວນທັງໝົດ ມີ 51,3 ຕື້ກີບ.

ສຳລັບການຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2017 ເປັນຕົ້ນມາ ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຍົກຍ້າຍເທສະບານແຂວງ ໄດ້ຮັບການອະນຸມັດຈາກລັດຖະບານໃນປີ 2009 ແຕ່ເນື່ອງຈາກບໍ່ມີແຫຼ່ງທຶນຈັດຕັ້ງປະຕິບັດ ຈຶ່ງແກ່ຍາວມາຮອດປີ 2017 ເຊິ່ງຄວາມຕ້ອງການທຶນທັງໝົດແມ່ນ 500 ລ້ານໂດລາ. ລັດຖະບານອະນຸມັດໃຫ້ 200 ລ້ານໂດລາ ດ້ວຍທຶນກູ້ຢືມຈາກ ບໍລິສັດ ໂນລິນໂກ ສປ ຈີນ ຈັດຕັ້ງປະຕິບັດດ້ວຍຮູບແບບ EPC ຜູ້ຮັບເໝົາເປັນຜູ້ລົງທຶນສໍາຫຼວດ – ອອກແບບ ແລະ ກໍ່ສ້າງເອງ ເຊິ່ງກະຊວງການເງິນຕາງໜ້າລັດຖະບານເຊັນສັນຍາເງິນກູ້ກັບ ບໍລິສັດ ນໍລີນໂກ ແລະ ແຂວງຜົ້ງສາລີ ເປັນຜູ້ເຊັນສັນຍາການຄ້າ ກັບ ບໍລິສັດ ນໍລິນໂກ ລວມມີ 11 ກິດຈະກໍາຫຼັກ ຄື:


1. ກໍ່ສ້າງຖະໜົນຫົນທາງພາຍໃນເທສະບານແຂວງ.
2. ກໍ່ສ້າງຫ້ອງການສໍານັກງານຂອງໜ່ວຍງານລັດ ແລະ ສູນປະຊຸມ.
3. ກໍ່ສ້າງເຮືອນພັກການນໍາ ແລະ ຫ້ອງພັກພະນັກງານທຸກຂັ້ນ.
4. ກໍ່ສ້າງ ແລະ ຂະຫຍາຍນໍ້າປະປາ.
5. ກໍ່ສ້າງ ແລະ ຂະຫຍາຍຕາຂ່າຍໄຟຟ້າ.
6. ກໍ່ສ້າງລະບົບກໍາຈັດຂີ້ເຫຍື້ອ.
7. ສ້ອມແປງທາງຈາກຕົວເມືອງຜົ້ງສາລີ ຫາ ບຸນເໜືອ.
8. ກໍ່ສ້າງສະໜາມກີລາ.
9. ຈັດຊື້ພາຫະນະສໍາລັບຮັກສາ ແລະ ຄຸ້ມຄອງເທສະບານ.
10. ສວນສາທາລະນະ ແລະ ສິ່ງອໍານວຍຄວາມສະດວກ.
11. ປັບປຸງ ແລະ ຍົກລະດັບເສັ້ນທາງແຕ່ບຸນເໜືອ ຫາ ປ່າຄາ, ກໍ່ສ້າງປະຕູດ່ານ, ຫ້ອງການດ່ານ.

ມາຮອດປັດຈຸບັນການຈັດຕັ້ງປະຕິບັດບັນດາກິດຈະການຕ່າງໆ ຕາມສັນຍາການຄ້າ 11 ໜ້າວຽກ ມູນຄ່າລວມທັງໜົດ 200 ລ້ານໂດລລາສະຫະລັດ; ໃນນີ້ ມີບ້ວງເງິນບໍລິຫານຄຸ້ມຄອງໂຄງການ 0,4 % ເປັນມູນຄ່າ 800.000 ໂດລາສະຫະລັດ ແລະ ມີບ້ວງເງິນທີ່ປຶກສາໂຄງການ 2% ເປັນມູນຄ່າຈໍານວນ 4 ລ້ານໂດລາສະຫະລັດ ຮອດປັດຈຸບັນໄດ້ລົງກວດກາປະເມີນຄືນມີຄວາມຄືບໜ້າຕົວຈິງ 82,24% ເປັນມູນຄ່າ 164,4 ລ້ານໂດລາສະຫະລັດ.


ຈາກນັ້ນ, ທ່ານ ອູ່ຄຳ ຕຸລາພັນ ຫົວໜ້າຫ້ອງວ່າການແຂວງ ກໍໄດ້ທົບທວນຄືນເນື້ອໃນບົດບັນທຶກຂອງກອງປະຊຸມໃນຄັ້ງວັນທີ 1 ພະຈິກ 2022. ຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ບົດລາຍງານ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະທີ່ຜ່ານມາ ໂດຍຍົກໃຫ້ເຫັນສະພາບການຂໍ້ຫຍຸ້ງຍາກ, ໄພເງິນເຟີ້, ການຈັດຕັ້ງປະຕິບັດວຽກງານບໍ່ໄປຕາມປົກກະຕິ, ມີຄວາມຫຼ້າຊ້າ ແລະ ອື່ນໆ ເພື່ອພ້ອມກັນຊອກຫາວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເປັນເອກະພາບ ແລະ ສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ຄຳຜອຍ ວັນນະສານ ໄດ້ມີຄຳເຫັນໂອ້ລົມຊີ້ນໍາຕໍ່ການຈັດຕັ້ງປະຕິບັດວຽກງານ ເຊິ່ງກ່ອນອື່ນທ່ານກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳໂຄງການຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະຮັບຜິດຊອບໂຄງການ, ພ້ອມກັນນັ້ນທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາ ເປັນຕົ້ນແມ່ນ: ໃຫ້ສືບຕໍ່ຈັດຕັ້ງປະຕິບັດໂຄງການຕາມສັນຍາ, ຕາມແຜນຜັງຕົວເມືອງ, ແຜນຜັງເຕັກນິກ, ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສືບຕໍ່ປະສານງານ ກັບ ຄະນະຊີ້ນຳໂຄງການຂັ້ນສູນກາງ, ແຂວງ ແລະ ຄະນະຮັບຜິດຊອບໃຫ້ກົມກຽວ ແລະ ແທດເຖິງກວ່າເກົ່າ ເພື່ອແກ້ໄຂບັນຫາຕ່າງໆໃນການກໍ່ສ້າງທີ່ຫຼ້າຊ້າໃຫ້ທັນການ, ສືບຕໍ່ແບ່ງວຽກຕາມພາລະບົດບາດ ແລະ ມອບຄວາມຮັບຜິດຊອບພາຍໃນຄະນະໂຄງການຢ່າງລະອຽດ, ສືບຕໍ່ເພີ່ມທະວີການປະສານງານລະຫວ່າງສາຍຕັ້ງ, ສາຍຂວາງຂັ້ນສູນກາງ, ທ້ອງຖິ່ນ ແລະ ບໍລິສັດ ຜູ້ຮັບເໝົາກໍ່ສ້າງຢ່າງກົມກຽວ,ແທດເຖິງ ແລະ ວາງແຜນການກໍ່ສ້າງໃຫ້ລະອຽດດີຂຶ້ນກວ່າເກົ່າ, ໃຫ້ ບໍລິສັດ ໂນຮິນໂກ ຜູ້ຈັດຕັ້ງປະຕິບັດໂຄງການ ສືບຕໍ່ຈັດຕັ້ງປະຕິບັດໂຄງການຕາມສັນຍາ ແລະ ແຜນການວາງໄວ້ ແລະ ເຫັນດີຕໍ່ສັນຍາການຄ້າ ຮອດວັນທີ 31 ມີນາ 2024 ສໍາລັບອາຄານສໍານັກງານແມ່ນໃຫ້ຈັດຕັ້ງປະຕິບັດສໍາເລັດ 100%.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ