ເດືອນສິງຫາ ເງິນກີບອ່ອນຄ່າແຮງຂຶ້ນເມື່ອທຽບກັບເງິນບາດ ແລະໂດລາສະຫະລັດ ຍູ້ໃຫ້ລາຄາຄໍາ ທະລຸຫຼັກ 20 ກວ່າລ້ານກີບຕໍ່ 1 ບາດ ສ່ວນລາຄານໍ້າມັນກໍປັບຂຶ້ນປິດເດືອນ.
ລາຄາຄໍາຮູບປະພັນ (ລາຄາຂາຍ) ໄລຍະຕົ້ນປີ 2020 ຢູ່ທີ່ 7.079.000 ກີບ/ບາດ (4/1/2020) ມາຮອດຕົ້ນປີ 2021 ເພີ່ມຂຶ້ນເປັນ 9.629.000 ກີບ/ບາດ (5/1/2021) ຈາກນັ້ນຕົ້ນປີ 2022 ກໍຢູ່ທີ່ 10.529.000 ກີບ/ບາດ (5/1/2022) ແລະ ຕົ້ນປີ 2023 ແມ່ນຢູ່ທີ່ 16 ລ້ານກວ່າກີບ/ບາດ ກ່ອນຈະຈຸລະດັບ 19 ລ້ານກີບ/ບາດ ໃນກາງເດືອນມິຖຸນາ (15 ມິຖຸນາ ) ແລະ ໃນທີ່ສຸດກໍຮອດຫຼັກ 20 ລ້ານກວ່າກີບໃນກາງເດືອນສິງຫາ.

ສ່ວນອັດຕາແລກປ່ຽນ (ກີບກັບໂດລາ) ຕາມແຫຼ່ງຂໍ້ມູນຈາກເວັບໄຊ https://www.bcel.com.la ເຫັນໄດ້ວ່າ: ໄລຍະຕົ້ນປີ 2023 ອັດຕາແລກປ່ຽນຢູ່ທີ່ 17.342 ກີບ/ໂດລາ (3 ມັງກອນ ) ຕໍ່ມາໃນເດືອນກຸມພາ ກໍຢູ່ໃນລະຫວ່າງ 16.916 ກີບ ຫາ 16.951 ກີບ/ໂດລາ; ສ່ວນເດືອນມີນາ ກໍມາຈຸລະດັບ 17 ພັນກວ່າກີບໃນທ້າຍເດືອນ.
ຕໍ່ມາເດືອນເມສາ 17 ພັນ ກວ່າກີບ/ໂດລາສະຫະລັດ (ບໍ່ລົງຈາກ 17 ພັນ). ກ້າວສູ່ເດືອນພຶດສະພາ ອັດຕາແລກປ່ຽນ (ອັດຕາຂາຍ) ກໍເກີດການປ່ຽນແປງຢ່າງເປັນທີ່ກັງວົນ ນັບແຕ່ຕົ້ນຈົນຮອດທ້າຍເດືອນ (ຕໍ່າສຸດທີ່ລະດັບ17.849 ກີບ/ໂດລາ). ຮອດເດືອນມິຖຸນາ ກໍຈຸລະດັບ 18.028 ກີບ/ໂດລາ (ວັນທີ 1 ມິຖຸນາ) ແລ້ວສືບຕໍ່ອ່ອນຄ່າລົງສູ່ລະດັບ 19.159ກີບຕໍ່1ໂດລາສະຫະລັດ ປິດທ້າຍເດືອນ. ກ້າວສູ່ເດືອນກໍລະກົດ ໄລຍະ 10 ມື້ທໍາອິດເລີ່ມຈາກ 19.149 ກີບ/ໂດລາ ແລະ ສືບຕໍ່ອ່ອນຄ່າແຮງສູ່ລະດັບ19.418 ກີບ/ໂດລາ; ຕົກມາຮອດວັນທີ 1 ສິງຫາ ອັດຕາແລກປ່ຽນຢູ່ທີ່ 19.437 ກີບ/ໂດລາ ແລະຍັງອ່ອນຄ່າຕໍ່ເນື່ອງ ປິດທ້າຍເດືອນທີ່ 19.709 ກີບ/ໂດລາສະຫະລັດ.

ຂະນະທີ່ລາຄານໍ້າມັນ ຖືວ່າມີການປັບຂຶ້ນໃນລະດັບສູງສຸດຂອງປີ ໂດຍຫຼ້າສຸດໃນວັນທີ 30 ສິງຫາ 2023 ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0869/ກຄພນ ເລື່ອງ: ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ສົ່ງຜົນໃຫ້ລານໍ້າມັນປັບສູງຂຶ້ນຕື່ມເປັນປະຫວັດການ. ສໍາລັບນະຄອນຫຼວງວຽງຈັນ ລາຄານໍ້າມັນແອັດຊັງພິເສດ 31.040 ກີບ/ລິດ; ແອັດຊັງທໍາມະດາ 23.210 ກີບ/ລິດ ແລະ ນໍ້າມັນກາຊວນ 20.860 ກີບ/ລິດ.
ທຽບໃສ່ລາຄານໍ້າມັນໃນໄລຍະຕົ້ນປີ 2023 (ນະຄອນຫຼວງວຽງຈັນ) ແອັດຊັງພິເສດ 25.170 ກີບ/ລິດ; ແອັດຊັງທໍາມະດາ 20.290 ກີບ/ລິດ ແລະ ນໍ້າມັນກາຊວນ 19.090 ກີບ/ລິດ.