ຟີລິບປິນ ກຳນົດເພດານລາຄາເຂົ້າ ຫຼັງລາຄາຂາຍຍ່ອຍເພີ່ມຂຶ້ນ

01 Sep 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີຟິລິບປິນ ໄດ້ອອກຄຳສັ່ງກຳນົດລາຄາເຂົ້າທົ່ວປະເທດ ຫຼັງຈາກລາຄາຂາຍຍ່ອຍທົ່ວປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ລາຄາເຂົ້າຫຼາຍປະເທດໃນອາຊີເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 2 ປີ, ເນື່ອງຈາກຜູ້ນຳເຂົ້າ ເຂົ້າກັງວົນປາກົດການແອວນີໂຍ ຈະເຮັດໃຫ້ພື້ນທີ່ການຜະລິດກະສິກຳປະເຊີນກັບໄພແລ້ງ.
ຄຳສັ່ງຂອງຜູ້ນຳຟີລິບປິນ ໄດ້ກຳນົດລາຄາເຂົ້າທົ່ວໄປຂາຍບໍ່ໃຫ້ເກີນ 41 ເປໂຊຕໍ່ກິໂລກຣາມ, ສ່ວນເຂົ້າສີດີ (well-milled) ຂາຍບໍ່ໃຫ້ເກີນ 45 ເປໂຊຕໍ່ກິໂລກຣາມ ໂດຍມີຜົນນັບແຕ່ວັນທີ 1 ກັນຍາເປັນຕົ້ນໄປ.

ກະຊວງກະສິກຳ ຂອງຟີລິບປິນ ລາຍງານວ່າ ລາຄາເຂົ້າທົ່ວໄປຂາຍຕາມຕະຫຼາດໃນນະຄອນຫຼວງມານີລາຢູ່ທີ່ 42-45 ເປໂຊຕໍ່ກິໂລກຣາມ, ໃນຂະນະທີ່ລາຄາເຂົ້າສີດີ ຢູ່ທີ່ 48-56 ເປໂຊຕໍ່ກິໂລກຣາມ.
ປະທານາທິບໍດີຟີລິບປິນ ກ່າວວ່າ ລັດຖະບານຈຳເປັນຕ້ອງເຂົ້າມາແກ້ໄຂບັນຫາລາຄາເຂົ້າແພງ ແລະ ຮັບປະກັນວ່າ ປະຊາຊົນຟີລິບປິນຈະຊື້ເຂົ້າໄດ້ຕາມປົກກະຕິ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ