ຕ່າງຊາດຖີ້ມຂີ້ເຫຍື້ອຊະຊາຍທາງ 450 ປີ ຄົນລາວບອກຫົວຢອກເຢີ້ຍເສີຍ

01 Sep 2023

ຄລິກແຊຣ໌ 0 Facebook WhatsApp

ບັນຫາຖີ້ມຂີ້ເຫຍື້ອຊະຊາຍ 2 ປີຫຼັງຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນກວດກາຢ່າງເຄັ່ງຄັດ ທັງກ່າວເຕືອນ ແລະປັບໃໝເຫັນມາແລ້ວຫຼາຍລາຍ ແລ້ວປະຈຸບັນເດເປັນແນວມາດຕະການປັບໃໝຍັງມີຢູ່ບໍ? ບ້ານເມືອງຈະສະອາດຂຶ້ນຢູ່ກັບຄົນທີ່ອາໄສຢູ່ຮ່ວມແຮງຮ່ວມໃຈກັນຮັກສາຄວາມສະອາດ.

No photo description available.

ພົນລະເມືອງດີຊ່ວຍເປັນຫູເປັນຕາແຈ້ງວ່າເວລາ 16:00 ໂມງແລງຂອງວັນທີ 29/8/2023ຢູ່ທາງ450 ປີ ມີກຸ່ມຊາວຕ່າງປະເທດຂັບມາແລ້ວຂີ້ເຫຍື້ອຖິ້ມໃສ່ແຄມທາງ 450 ປີ ຫລັງຈາກນັ້ນກໍຂັບລົດຫນີ ທັງໆທີ່ປະຊາຊົນບໍລິເວນນັ້ນແນະນໍາ ແລະ ບອກເຕືອນວ່າຫ້າມຖິ້ມຂີ້ແຖວນີ້ເດີ ແຕ່ກຸ່ມຊາວຕ່າງປະເທດ“ຫົວເຢາະເຢີ້ຍມິ່ນປະຫມາດ“

No description available.

ພຶດຕິກໍາແບບນີ້ເອີ້ນວ່າ“ແນວຄິດຊົ່ວ ແລະ ເປັນແນວຄິດບໍ່ພັດທະນາ,ບໍ່ເຄົາລົບ ແລະ ບໍ່ໃຫ້ກຽດຊາດອື່ນພ້ອມທັງຜິດກົດຫມາຍຂອງ ສປປ ລາວ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ