ອິດສະຫຼະພາບທາງການເງິນ

30 Aug 2023

ຄລິກແຊຣ໌ 0 Facebook WhatsApp

ອິດສະຫຼະພາບທາງການເງິນ ບໍ່ໄດ້ໝາຍເຖິງການມີເງິນຫຼາຍ ຫຼື ມີກະແສເງິນສົດໄຫຼເຂົ້າກະເປົາຢ່າງຕໍ່ເນື່ອງ ຈົນໃຊ້ບໍ່ໝົດ ຫຼື ມີເງິນໃຊ້ໂດຍບໍ່ຕ້ອງເຮັດວຽກ. ແຕ່ໃນຄວາມຈິງແລ້ວ ອິດສະຫຼະພາບທາງການເງິນ ໝາຍເຖິງການມີຊີວິດຢູ່ຢ່າງພໍພຽງ, ມີອິດສະຫຼະພາບໃນການເລືອກທີ່ຈະເຮັດ ແລະ ເປັນໃນສິ່ງທີ່ຕົວເອງຕ້ອງການໂດຍບໍ່ມີ “ ເງິນ ” ມາເປັນຕົວຊີ້ວັດໃນການຕັດສິນໃຈ. ເຮົາຍັງເວົ້າໄດ້ອີກຢ່າງໜຶ່ງວ່າ ອິດສະຫຼະພາບທາງການເງິນຄືການມີຫຼັກປະກັນທາງການເງິນທີ່ພຽງພໍຈະໃຊ້ຊີວິດຢ່າງສະບາຍ ໂດຍບໍ່ຕ້ອງເພິ່ງພາອາໄສໃຜຫຼາຍເກີນໄປ ແລະ ບໍ່ຕ້ອງກັງວົນເລື່ອງເງິນຄໍາວ່າຈະບໍ່ພໍໃຊ້ຈ່າຍເພື່ອການດຳລົງຊີວິດທີ່ດີ.

ແຕ່ທ່ານຢ່າລືມວ່າ ເຖິງແມ່ນທ່ານຈະຫາເງິນມາໄດ້ຫຼາຍຊ່ຳໃດ, ຫາກໃຊ້ໝົດ ຄວາມຮັ່ງມີຂອງທ່ານກໍຈະໝົດໄປນຳເຊັ່ນກັນ. ມັນບໍ່ສຳຄັນວ່າທ່ານຈະຫາເງິນມາໄດ້ຫຼາຍເທົ່າໃດ ສິ່ງທີ່ສຳຄັນຄືທ່ານໃຊ້ເງິນຫຼາຍເທົ່າໃດ.

ຖ້າຫາກວ່າເຮົາຈະກ້າວໄປຫາເສັ້ນທາງອິດສະຫຼະພາບທາງການເງິນໄດ້ນັ້ນ ຄວນປະຕິບັດຄືດັ່ງນີ້:

1 ມີເປົ້າໝາຍທີ່ຊັດເຈນ: ບາງຄົນມີເງິນ 1 ລ້ານ ກໍຢາກມີ 10 ລ້ານ ເມື່ອມີ 10 ລ້ານ ກໍຢາກມີ 100 ລ້ານ ແລະ ນັ້ນກໍເປັນຄວາມຕ້ອງການທີ່ບໍ່ມີວັນສິ້ນສຸດ ຈົນກວ່າເຮົາສາມາດບອກຕົວເອງໄດ້ວ່າ “ ພໍ ”. ການຕັ້ງເປົ້າໝາຍນັ້ນຄວນຕັ້ງວ່າ ເຮົາມີເທົ່າໃດຈຶ່ງຈະເອີ້ນວ່າພໍ ດ້ວຍການວາງແຜນທາງການເງິນທີ່ດີ ເຊັ່ນ ມີການເຮັດງົບປະມານທາງການເງິນທີ່ດີ, ຕັ້ງເປົ້າໝາຍວ່າຢາກໃຊ້ຊີວິດແບບໃດ ມີລາຍຈ່າຍທີ່ຈຳເປັນຕ້ອງໄດ້ຈ່າຍຫຼາຍປານໃດ.

2. ປະຢັດ ແລະ ບໍ່ຟຸ່ມເຟືອຍ: ຜູ້ທີ່ມີອິດສະຫຼະພາບທາງການເງິນ ເຖິງແມ່ນວ່າເຂົາເຈົ້າຈະໃຊ້ຊີວິດແບບຫຼູຫຼາ ແຕ່ເຂົາເຈົ້າກໍມີວິໄນທາງການເງິນບໍ່ຟຸ່ມເຟືອຍ ແລະ ບໍ່ໃຊ້ຈ່າຍເກີນຕຢວ ໂດຍສະເພາະໄລຍະເລີ່ມຕົ້ນໃນການສ້າງເສດຖະກິດຄອບຄົວ ເຂົາເຈົ້າກໍມີການນຳເງິນໄປລົງທຶນເພື່ອໃຫ້ມັນເກີດດອກອອກຜົນ.

3 ອິດສະຫຼະພາບທາງການເງິນຂອງແຕ່ລະຄົນບໍ່ເທົ່າກັນ: ອິດສະຫຼະພາບທາງການເງິນຂອງແຕ່ລະຄົນຂຶ້ນກັບລາຍຈ່າຍທີ່ພຽງພໍຕໍ່ກັບການດຳລົງຊີວິດຂອງບຸກຄົນນັ້ນ ເຊັ່ນວ່າຫາກບຸກຄົນນັ້ນຫາກມີແບບແຜນການດຳລົງຊີວິດທີ່ຈຳເປັນໃນການໃຊ້ເງິນ 10.000.000 ກີບຕໍ່ປີ ລາຍໄດ້ທີ່ຈະເຮັດໃຫ້ມີອິດສະຫຼະພາບທາງການເງິນຄື 10.000.000 ກີບຕໍ່ປີ.

ເຮົາສາມາດສະຫຼຸບໄດ້ວ່າ ການມີອິດສະຫຼະພາບທາງການເງິນນັ້ນເຮົາຕ້ອງຮູ້ວິທີວາງແຜນຊີວິດຕັ້ງແຕ່ເລີ່ມຕົ້ນ ໂດຍສະເພາະແມ່ນໄລຍະເລີ່ມເຮັດວຽກ, ພະຍາຍາມຄວບຄຸມລາຍຈ່າຍກັບລາຍຮັບໃຫ້ສົມດຸນກັນ ແລະ ຕ້ອງມີເຫຼືອໄວ້ອອມ, ພະຍາຍາມບໍ່ສ້າງໜີ້ ຫຼື ຜ່ອນສິ່ງຂອງທີ່ຟຸ່ມເຟືອຍ, ຮູ້ຈັກເກັບອອມ ແລະ ນໍາເງິນໄປລົງທຶນຢ່າງເໝາະສົມ ເພື່ອເຮັດໃຫ້ມັນເກີດດອກອອກຜົນ ພຽງເທົ່ານີ້ເຮົາຈະບໍ່ມີພັນທະທາງການເງິນ ນັ້ນກໍໝາຍເຖິງ “ ອິດສະຫຼະພາບທາງການເງິນ ”.

ໂດຍ: ຕລຊລ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ