10 ສິນຄ້າສົ່ງອອກ ໃນ 7 ເດືອນຕົ້ນປີ

30 Aug 2023

ຄລິກແຊຣ໌ 0 Facebook WhatsApp

 

ປັດຈຸບັນຜະລິດຕະພັນສິນຄ້າສົ່ງອອກຂອງລາວ ໃນແບບສໍາເລັດຮູບຍັງມີໜ້ອຍ ແຕ່ແນວໃດກໍຕາມກໍຍັງມີຫຼາຍລາຍການສິນຄ້າທີ່ຄົງຮັກສາມາດຕະຖານ ແລະ ສາມາດສົ່ງອອກປົກກະຕິ ເຊິ່ງມີທັງສິນຄ້າທີ່ປະຊາຊົນຜະລິດ – ປູກເອງ ແລະ ຜະລິດຕະພັນທີ່ເປັນການລົງທຶນຂອງຕ່າງປະເທດ.

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ຮູ້ວ່າ: ສິນຄ້າສົ່ງຕົ້ນຕໍແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2023 ມີດັ່ງນີ້: ເດືອນມັງກອນ: ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາສະຫະລັດ; ໃນນີ້ ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ມັນຕົ້ນ, ຄຳປະສົມ ແລະ ຄຳແທ່ງ, ແຮ່ທອງ, ເກືອກາ ລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເຫຍື່ອໄມ້ ແລະ ເສດເຈ້ຍ, ນ້ຳຕານ ແລະ ແຮ່ເຫຼັກ.


ເດືອນກຸມພາ: ມູນຄ່າການສົ່ງອອກ ປະມານ 505 ລ້ານໂດລາສະຫະລັດ; ໃນນີ້ ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ມັນຕົ້ນ, ຄຳປະສົມ ແລະ ຄຳແທ່ງ, ແຮ່ທອງ, ເກືອກາ ລີ, ເຫຍື່ອໄມ້ ແລະ ເສດເຈ້ຍ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ນໍ້າຕານ, ເຄື່ອງນຸ່ງຫົ່ມ, ໝາກກ້ວຍ ແລະ ແຮ່ເຫຼັກ.
ເດືອນມີນາ: ມູນຄ່າການສົ່ງອອກ ປະມານ 630 ລ້ານໂດລາສະຫະລັດ; ໃນນີ້ ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ຄຳປະສົມ – ຄຳແທ່ງ, ມັນຕົ້ນ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ເຫຼັກ, ແຮ່ທອງ, ເຫຍື່ອໄມ້ ແລະ ເສດເຈ້ຍ, ເກືອກາລີ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງດື່ມ.
ເດືອນເມສາ: ມູນຄ່າການສົ່ງອອກ ມີປະມານ 465 ລ້ານໂດລາສະຫະລັດ; ໃນນີ້ ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ຄຳປະສົມ – ຄຳແທ່ງ, ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ແຮ່ເຫຼັກ, ເຫຍື່ອໄມ້ ແລະ ເສດເຈ້ຍ, ມັນຕົ້ນ, ໝາກກ້ວຍ, ເຄື່ອງດື່ມ ແລະ ຢາງພາລາ.


ເດືອນພຶດສະພາ: ມູນຄ່າການສົ່ງອອກ ມີປະມານ 520 ລ້ານໂດລາສະຫະລັດ; ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ຄຳປະສົມ ແລະ ຄຳແທ່ງ, ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ເຫຼັກ, ແຮ່ທອງ, ເຫຍື່ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ, ເຄື່ອງນຸ່ງຫົ່ມ, ນໍ້າຕານ ແລະ ໝາກກ້ວຍ.
ເດືອນມິຖຸນາ: ມູນຄ່າການສົ່ງອອກ ປະມານ 458 ລ້ານໂດລາສະຫະລັດ; ໃນນີ້ ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ເກືອກາລີ, ຄຳປະສົມ ແລະ ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ນໍ້າຕານ, ແຮ່ເຫຼັກ, ເຄື່ອງດື່ມ, ເຫຍື່ອໄມ້ ແລະ ເສດເຈ້ຍ, ເຄື່ອງນຸ່ງຫົ່ມ ແລະ ຢາງພາລາ.
ເດືອນກໍລະກົດ: ມູນຄ່າການສົ່ງອອກ ປະມານ 429 ລ້ານໂດລາສະຫະລັດ; ໃນນີ້ ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ແຮ່ເຫຼັກ, ຄໍາປະສົມ – ຄຳແທ່ງ, ເຫຍື່ອໄມ້ ແລະ ເສດເຈ້ຍ, ນໍ້າຕານ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ… ) ແລະ ເກີບ.
ໃນໄລຍະ 7 ເດືອນ ລວມມູນຄ່າການສົ່ງອອກ ( ບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ ) ປະມານ 3.468 ລ້ານໂດລາສະຫະລັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ