ໃນໄລຍະ 2 ປີເຄິ່ງ ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 369 ຕື້ກີບ ທຽບໃສ່ແຜນ 5 ປີ ເທົ່າກັບ 76%. ໃນນີ້, ລາຍຮັບພູດສູນກາງມາປະຕິບັດຢູ່ທ້ອງຖິ່ນ 19,33 ຕື້ກີບ ເທົ່າກັບ 28%, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 350,66 ຕື້ກີບ ເທົ່າກັບ 84% ແລະ ລາຍຈ່າຍປະຕິບັດໄດ້ 867,69 ຕື້ກີບ ທຽບໃສ່ແຜນ 5 ປີ ເທົ່າກັບ 48%.

ທ່ານ ຄໍາຮູ້ ອ່ອນມະນີ ຫົວ ໜ້າພະແນກການເງິນແຂວງເຊກອງ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 22 ສິງຫາ 2023 ວ່າ: ແຂວງເຊກອງ ປະຕິບັດບັນດານະໂຍບາຍລາຍຮັບຕາມທິດສົ່ງເສີມການລົງທຶນ ແລະ ການດໍາເນີນທຸລະກິດ ເພື່ອຂະຫຍາຍແຫຼ່ງລາຍຮັບ ແລະ ສາມາດຈັດເກັບອາກອນເຂົ້າງົບປະມານ ແນໃສ່ຮັບປະກັນຄວາມສະເໝີພາບ ແລະ ຄວາມຍຸຕິທໍາໃນສັງຄົມ, ສ້າງເງື່ອນໄຂຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃຫ້ມີການຂະຫຍາຍຕົວ, ດໍາເນີນການຜະລິດທຸລະກິດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ພ້ອມນັ້ນ, ກໍໄດ້ປັບປຸງກົນໄກ ແລະ ລະບົບການເກັບລາຍຮັບໃຫ້ກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ ດ້ວຍການນໍາໃຊ້ລະບົບ ( IT ) ແລະ ເຄື່ອງມືທີ່ທັນສະໄໝ, ສ້າງສິ່ງອໍານວຍຄວາມສະດວກ ແລະ ສິ່ງຈູງໃຈໃຫ້ແກ່ຜູ້ປະກອບການເສຍພັນທະເຂົ້າງົບປະມານຢ່າງຄົບຖ້ວນ, ຖືກຕ້ອງຕາມກົດໝາຍ ກໍຄືລະບຽບການເປັນຕົ້ນ ເກັບລາຍຮັບດ້ວຍການນໍາໃຊ້ບັດຜ່ານລະບົບທະນາຄານ ( SmartTax, EasyTax ); ສ້າງກົນໄກການຄຸ້ມຄອງລາຍຈ່າຍງົບປະມານໃຫ້ເປັນລະບົບ ແລະ ຫັນໄປສູ່ທັນສະໄໝ, ປະຕິບັດການເບີກຈ່າຍເງິນເດືອນຜ່ານລະບົບທະນາຄານໃນຂອບເຂດທົ່ວແຂວງ ແລະ ບັນດາເມືອງທີ່ມີເງື່ອນໄຂ, ນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ ( GFIS ) ເຊື່ອມຕໍ່ກັນ ລະຫວ່າງ ສູນກາງ ກັບ ຂະແໜງງົບປະມານ – ຄັງເງິນປະຈໍາແຂວງ ເພື່ອອໍານວຍຄວາມສະດວກໃນການປະກອບເອກະສານ ອະນຸມັດເບີກຈ່າຍງົບປະມານ ແລະ ຕິດຕາມຄຸ້ມຄອງລາຍຈ່າຍງົບປະມານໃນແຕ່ລະໄລຍະ ເຮັດໃຫ້ການປະຕິບັດລາຍຈ່າຍງົບປະມານຖືກຕ້ອງຕາມແຜນການ, ວ່ອງໄວ ແລະ ໂປ່ງໃສ.
ທ່ານ ຄໍາຮູ້ ອ່ອນມະນີ ໃຫ້ຮູ້ຕື່ມວ່າ: ໃນໄລຍະທ້າຍສະໄໝ ສືບຕໍ່ຂະຫຍາຍລະບົບຄຸ້ມຄອງລາຍຮັບແບບທັນສະໄໝ ( TAXRIS ) ໃຫ້ສໍາເລັດໃນຂອບເຂດທົ່ວແຂວງ; ຈັດການຝຶກອົບຮົມປະຖົມນິເທດ ການນໍາໃຊ້ລະບົບດັ່ງກ່າວດ້ວຍຮູບການຕ່າງໆ ໃຫ້ແກ່ພາກທຸລະກິດ ແລະ ລັດບໍລິຫານ ໃຫ້ຮັບຮູ້ເຂົ້າໃຈການນໍາໃຊ້ລະບົບດັ່ງກ່າວ; ປະສານສົມທົບກັບກະຊວງສາຍຕັ້ງ ໃຫ້ສາມາດເຊື່ອມໂຍງຂໍ້ມູນຕິດພັນກັບການເກັບລາຍຮັບຕ່າງໆດ້ວຍລະບົບຄຸ້ມຄອງອາກອນທັນສະໄໝ ( TAXRIS ); ປັບປຸງກົນໄກການຈັດເກັບພາສີທີ່ດິນ ແລະ ຄ່າທໍານຽມທາງຕາມສອງຮູບແບບ ຄື: ຊໍາລະຜ່ານລະບົບທະນາຄານສໍາລັບເຂດທີ່ມີເງື່ອນໄຂຊໍາລະຜ່ານການເງິນບ້ານ ( ຫ້ອງການບ້ານ ) ສໍາລັບເຂດຫ່າງໄກສອກຫຼີກ ຫຼື ເຂດບ່ອນບໍ່ມີເງື່ອນໄຂ; ຍົກສູງຄວາມຮັບຜິດຊອບໃນການຊຸກຍູ້, ຕິດຕາມ, ກວດກາ ບັນດາຖານລາຍຮັບທີ່ນອນໃນຄວາມຮັບຜິດຊອບຂອງຕົນ ເພື່ອອັດທຸກຊ່ອງວ່າງການຮົ່ວໄຫຼຂອງງົບປະມານ; ຍົກລະດັບຄຸ້ມຄອງຊັບສິນແຫ່ງລັດ, ຈັດເກັບລາຍຮັບຕາມຖານທີ່ມີແລ້ວ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ ເພື່ອມອບເຂົ້າງົບປະມານ ໂດຍຜ່ານລະບົບ TAXRIS ໃຫ້ຄົບຖ້ວນ; ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 321,5 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງຕາມແຜນການທີ່ວາງໄວ້.