ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜ່ານຮ່າງເນື້ອໃນແຜນແມ່ບົດຜະລິດຕະພາບແຫ່ງຊາດ ( National Productivity Master Plan ) ຂຶ້ນໃນວັນທີ 25 ສິງຫາ 2023 ທີ່ຫ້ອງປະຊຸມຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ການປະຊຸມແມ່ນເພື່ອຜ່ານຮ່າງເນື້ອໃນແຜນແມ່ບົດຜະລິດຕະພາບແຫ່ງຊາດ ສະບັບທຳອິດຂອງ ສປປ ລາວ, ການສ້າງແຜນແມ່ບົດດັ່ງກ່າວ ແມ່ນເປັນການຜັນຂະຫຍາຍຕາມແນວທາງນະໂຍບາຍຂອງພັກ, ຍຸດທະສາດ ແລະ ແຜນພັດທະນາ ແລະ ກົດໝາຍຂອງລັດ ກ່ຽວກັບວຽກງານຜະລິດຕະພາບໃຫ້ເກີດຜົນເປັນຈິງ ດ້ວຍການຍົກລະດັບພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອເປັນຕົວຂັບເຄື່ອນທີ່ເປັນທ່າແຮງບົ່ມຊ້ອນໃຫ້ແກ່ການເພີ່ມຜະລິດຕະພາບແຫ່ງຊາດ ໃຫ້ກາຍເປັນປັດໄຈກະຕຸກຊຸກຍູ້ອັນຍາວນານຕໍ່ການເຕີບໂຕເສດຖະກິດຕາມທິດການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງ ເພື່ອໃຫ້ເກີດປະສິດທິພາບດ້ານການຜະລິດ ແລະ ການນຳໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດໃຫ້ກຸ້ມຄ່າ, ປະຢັດ ແລະ ບໍ່ບົກແຫ້ງ. ພ້ອມກັນນີ້, ກໍເປັນການຍົກລະດັບຜະລິດຕະພາບແຮງງານຂອງລາວໃຫ້ບັນລຸລະດັບສະເລ່ຍຂອງອາຊຽນ ຄືປະມານ 12,9 ໂດລາສະຫະລັດຕໍ່ຊົ່ວໂມງ ພາຍໃນປີ 2025 ແລະ ເທົ່າກັບລະດັບຜະລິດຕະພາບສະເລ່ຍຂອງບັນດາເສດຖະກິດທີ່ເປັນສະມາຊິກອົງການຜະລິດຕະພາບແຫ່ງອາຊີ ຄືປະມານ 18,8 ໂດລາສະຫະລັດຕໍ່ຊົ່ວໂມງ ໃນປີ 2030 ຕາມລໍາດັບ.

ການສ້າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ຂອງ ສປປ ລາວ ຄະນະແມ່ນໄດ້ຮັບການຊ່ວຍດ້ານຊ່ຽວຊານຈາກສະຖາບັນ ເພື່ອການພັດທະນາຂອງ ສ.ເກົາຫຼີ ( Korea Development Institute ຫຼື KDI ) ພາຍໃຕ້ການສະໜັບສະໜູນຂອງອົງການ APO ໂດຍໄດ້ເລີ່ມຄົ້ນ ຄວ້າສ້າງແຕ່ປີ 2020 ແຕ່ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ຈຶ່ງເຮັດໃຫ້ບາງກິດຈະກຳບໍ່ສຳເລັດຕາມແຜນ ໂດຍສະເພາະແມ່ນການຈັດຈ້າງຊ່ຽວຊານຕ່າງປະເທດມາຊ່ວຍໃນການຮ່າງບົດດັ່ງກ່າວ, ພ້ອມນີ້ກໍເພື່ອໃຫ້ແຜນແມ່ບົດດັ່ງກ່າວ ມີເນື້ອໃນລະອຽດ, ຮັດກຸມສົມບູນ ແລະ ແທດເໝາະກັບສະພາບຕົວຈິງຢູ່ ສປປ ລາວ ຈຶ່ງໄດ້ໃຊ້ເວລາສຶກສາຄົ້ນຄວ້າ, ສະດົມຄໍາຄິດເຫັນຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ໃຊ້ເວລາຫຼາຍສົມຄວນໃນການສ້າງແຜນແມ່ບົດດັ່ງກ່າວ.
ປັດຈຸບັນເນື້ອໃນຮ່າງແຜນແມ່ບົດດັ່ງກ່າວ ແມ່ນມີຄວາມລະອຽດສົມບູນພໍສົມຄວນ ເຊິ່ງມີເນື້ອໃນທັງໝົດ IV ພາກຄື: ພາກທີ I: ພາກສະເໜີ; ພາກທີ II: ສະພາບການພັດທະນາຜະລິດຕະພາບແຫ່ງຊາດ ຂອງ ສປປ ລາວ; ພາກທີ III: ແຜນແມ່ບົດຜະລິດຕະພາບແຫ່ງຊາດ 2023 – 2030; ພາກມີ IV: ມາດຕະການ, ວິທີການ ແລະ ກົນໄກການຈັດຕັ້ງປະຕິບັດ ເຊິ່ງຈະໄດ້ສະເໜີເຂົ້າຜ່ານກອງປະຊຸມລັດຖະບານປະຈຳເດືອນກັນຍາ 2023 ນີ້ ເພື່ອຮັບຮອງ ແລະ ປະກາດໃຊ້.