ກອງປະຊຸມລັດຖະບານປະຈຳເດືອນສິງຫາ ໄດ້ຊີ້ນຳທະນາຄານ ແຫ່ງ ສປປ ລາວ, ບັນດາຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເຂັ້ມງວດ ໂດຍສະເພາະການຊໍາລະສະສາງຕ່າງໆໃຫ້ຜ່ານລະບົບທະນາຄານ ເປັນຕົ້ນການນຳເຂົ້າ – ສົ່ງອອກສິນຄ້າ, ການຊື້ – ຂາຍພາຫະນະ ແລະ ອື່ນໆ; ສ້າງເງື່ອນໄຂໃຫ້ພາກທຸລະກິດທີ່ລັດສົ່ງເສີມ ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ, ທັງເຂັ້ມງວດການສະໜອງທຶນໃຫ້ຖືກເປົ້າໝາຍ.
ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ສິງຫາ ແລະ ອັດລົງໃນວັນທີ 25 ສິງຫາ 2023 ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 8 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນ.

ໃນວາລະທີ 3: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2023 ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນຢູ່ທ້ອງຖິ່ນ ເລກທີ 93/ນຍ ລົງວັນທີ 14 ກໍລະກົດ 2023 ລວມທັງການສະເໜີບັນຊີໂຄງການຕົວຈິງ ທີ່ຈະປະຕິບັດຮັບນະໂຍບາຍຕາມໂຄງການບຸລິມະສິດຂອງຂະແໜງການ.
ກອງປະຊຸມ ໄດ້ຊີ້ນຳທະນາຄານ ແຫ່ງ ສປປ ລາວ, ບັນດາຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເຂັ້ມງວດ ໂດຍສະເພາະການຊໍາລະສະສາງຕ່າງໆ ໃຫ້ຜ່ານລະບົບທະນາຄານ ເປັນຕົ້ນ ການນຳເຂົ້າ – ສົ່ງອອກສິນຄ້າ, ການຊື້ – ຂາຍພາຫະນະ, ການໂອນກຳມະສິດທີ່ດິນ ແລະ ອື່ນໆ; ພ້ອມທັງສ້າງເງື່ອນໄຂໃຫ້ພາກທຸລະກິດທີ່ລັດສົ່ງເສີມ ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ, ທັງເຂັ້ມງວດການສະໜອງທຶນໃຫ້ຖືກເປົ້າໝາຍຕາມນະໂຍບາຍທີ່ກຳນົດໄວ້.

ສ່ວນວາລະທີ 4: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານກ່ຽວກັບຜົນການປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການລົງທຶນບໍ່ແຮ່ ທີ່ລັດຖະບານໄດ້ອະນຸມັດຜ່ານມາ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ຄົ້ນຄວ້າກ່ຽວກັບການນຳໃຊ້ທ່າແຮງຊັບພະຍາກອນແຮ່ທາດ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການແຮ່ທາດ ໃຫ້ຮັດກຸມກວ່າເກົ່າ; ກວດກາຄືນຄຸນນະພາບຂອງບັນດາບໍລິສັດທີ່ໄດ້ຮັບອະນຸຍາດສຳປະທານ ໄດ້ຈັດຕັ້ງປະຕິບັດໂຄງການມີຄວາມຄືບໜ້າແນວໃດ, ຖ້າເຮັດບໍ່ໄດ້ ກໍໃຫ້ຍົກເລີກໂຄງການ, ເດັດຂາດບໍ່ໃຫ້ມີການຈັບຈອງໂຄງການໄວ້ ເພາະເປັນການກົດໜ່ວງຖ່ວງດຶງການພັດທະນາ; ເຂັ້ມງວດ ຄຸ້ມຄອງ ແລະ ກວດກາການຢັ້ງຢືນຄຸນນະພາບ ແລະ ປະລິມານຂອງແຮ່, ເອົາໃຈໃສ່ການຄຸ້ມຄອງຕາຊັ່ງ, ການສົ່ງອອກແຮ່ທາດ ແລະ ຂອດອື່ນໆ ທີ່ຍັງເຫັນວ່າເປັນຊ່ອງວ່າງທີ່ເຮັດໃຫ້ລັດເສຍຜົນປະໂຫຍດ. ພ້ອມນີ້, ໃຫ້ສົມທົບກັບທ້ອງຖິ່ນ ແລະ ຜູ້ສຳປະທານໂຄງການ ເອົາໃຈໃສ່ຕິດຕາມຄຸ້ມຄອງດ້ານສິ່ງແວດລ້ອມໃຫ້ດີ.