ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ວ່າ: ເຄິ່ງສະໄໝຜ່ານມາ ( 2 ປີເຄິ່ງ ) ແຂວງໄຊຍະບູລີ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VII ຂອງແຂວງ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ດ້ວຍຈິດໃຈບຸກທະລຸ ເຊິ່ງເຮັດໃຫ້ເສດຖະກິດຂອງແຂວງ ໄດ້ມີການຟື້ນຕົວ ແລະ ເຕີບໂຕ ສະເລ່ຍໃນລະດັບ 4,9% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 12.339 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 29.470.000 ກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.734 ໂດລາສະຫະລັດ.

ການເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3.198 ຕື້ກີບ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 61,77%; ຄຸ້ມຄອງລາຍຈ່າຍປະຕິບັດໄດ້ 1.159 ຕື້ກີບ ເທົ່າກັບ 38,38%.
ສະເພາະ 6 ເດືອນຕົ້ນປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 954,12 ຕື້ກີບ ເທົ່າກັບ 62,99%, ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 272,92 ຕື້ກີບ ເທົ່າກັບ 54,66%.
ການຜະລິດກະສິກຳ ສືບຕໍ່ເປັນຂະບວນການດີ ສາມາດຄໍ້າປະກັນດ້ານສະບຽງອາຫານໄດ້ຢ່າງພຽງພໍ, ການຜະລິດສິນຄ້າກະສິກໍາສົ່ງອອກ ມີປະລິມານເພີ່ມຂຶ້ນໃນແຕ່ລະປີ, ການລ້ຽງສັດໃຫຍ່ປະເພດ ງົວ, ຄວາຍ ໄດ້ຫັນມາລ້ຽງ ຈາກການລ້ຽງປ່ອຍຕາມທໍາມະຊາດ ມາລ້ຽງໃສ່ຄັງຫຍ້າ, ລ້ຽງເປັນຟາມເພີ່ມຂຶ້ນ, ການເກັບກູ້ຜົນຜະລິດເຂົ້ານາແຊງລະດູຜ່ານມາ ໄດ້ 9.000 ກວ່າໂຕນ, ຜົນຜະລິດພືດເປັນສິນຄ້າລະດູແລ້ງໄດ້ 97.700 ກວ່າໂຕນ; ການຜະລິດພືດລະດູຝົນ ປັດຈຸບັນປະຕິບັດໄດ້ທັງໝົດ 171.166 ເຮັກຕາ ເທົ່າກັບ 103%, ການປູກພືດເປັນສິນຄ້າ ລະດູການຜະລິດປີນີ້ສັງເກດເຫັນວ່າ ປະຊາຊົນຂະຫຍາຍເນື້ອທີ່ປູກມັນຕົ້ນ ເພີ່ມຂຶ້ນເປັນ 80.000 ກວ່າເຮັກຕາ ເທົ່າກັບ 123%, ສົ່ງອອກສິນຄ້າໄປຕ່າງປະເທດມີມູນຄ່າທັງໝົດ 70,05 ລ້ານໂດລາ ເທົ່າກັບ 57,88%, ນໍາເຂົ້າສິນຄ້າຈາກຕ່າງປະເທດມີມູນຄ່າທັງໝົດ 21,77 ລ້ານໂດລາ ເທົ່າກັບ 18,27%.

ດ້ານພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ກໍ່ສ້າງ, ສ້ອມແປງເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ພາຍໃນຫາຕ່າງແຂວງ, ໄປສູ່ເມືອງ, ບ້ານ ແລະ ເຂດຊົນນະບົດ, ສິ່ງທີ່ເປັນປັດໄຈໃໝ່ ແມ່ນການລົງທຶນລະຫວ່າງ ລັດສົມທົບກັບປະຊາຊົນ ແລະ ປະຊາຊົນລົງທຶນເອງໃນການກໍ່ສ້າງພື້ນຖານໂຄງລ່າງທາງຮ່ອມຂອງບ້ານຕົນ; ລະບົບນໍ້າປະປາເທສະບານເມືອງ – ຊຸມຊົນ ໄດ້ຮັບການຂະຫຍາຍຕົວດີຂຶ້ນ; ຈຳນວນບ້ານທີ່ໄດ້ນຳໃຊ້ໄຟຟ້າໃນລະບົບ ກວມ 98,15% ຂອງຈໍານວນຄອບຄົວທັງໝົດທົ່ວແຂວງ.