ໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ) ໄດ້ຈັດກອງປະຊຸມປຶກສາຫາລືບັນຫາບຸລິມະສິດຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ ພາຍໃຕ້ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວ ໂດຍການເປັນປະທານຂອງ ທ່ານ ຈັນທອນ ສິດທິໄຊ ຮອງປະທານ ສຄອຊ, ຫົວໜ້າໜ່ວຍງານປຶກສາຫາລືພາກທຸລະກິດຂອງຂະແໜງການດັ່ງກ່າວ.

ກອງປະຊຸມຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ສິງຫາ 2023 ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸຸດສາຫະກໍາແຫ່ງຊາດລາວ ( ສຄອຊ ).
ທ່່ານ ຈັນທອນ ສິດທິໄຊ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນຂໍ້ຄິດເຫັນ, ປະສົບການສິ່ງທ້າທາຍຕົວຈິງທີ່ຂະແໜງການພວກເຮົາພົບພໍ້ ບັນຫາທີ່ຕິດພັນກັບການດໍາເນີນທຸລະກິດຂອງຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ ເພື່ອກໍານົດເອົາບັນຫາບຸລິມະສິດຂອງຂະແໜງການສະເໜີຕໍ່ພາກລັດ ເພື່ອພິຈາລະນາແກ້ໄຂ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ລວມທັງໝົດມີ 50 ກວ່າທ່ານ ເຊິ່ງມາຈາກຫຼາຍໆພາກສ່ວນ ເຊັ່ນ: ຂົນສົ່ງ, ລົດໄຟ ລາວ – ຈີນ, ນໍາເຂົ້າ – ສົ່ງອອກ, ອັນຍະມະນີ, ຕັດຫຍິບ, ຍານພາຫະນະ ແລະ ອື່ນໆ. ບັນຫາທີ່ໄດ້ຍົກຂຶ້ນ ເພື່ອປຶກສາຫາລືໃນກອງປະຊຸມ ມີ 8 ບັນຫາດັ່ງນີ້:

1. ການອໍານວຍຄວາມສະດວກໃນການບໍລິການ ຢູ່ທ່າບົກທ່ານາແລ້ງ.
2. ການໃຊ້ອັດຕາແລກປ່ຽນ ເພື່ອຮຽກເກັບເງິນ ຍັງມີສ່ວນຕ່າງກັນຫຼາຍກັບທະນາຄານທຸລະກິດ.
3. ການຮັບປະກັນ ແລະ ຄວາມປອດໄພ ໃນການຄ່ຽນຖ່າຍສິນຄ້າ.
4. ຄ່າບໍລິການຍົກຍໍຄ່ຽນຖ່າຍສິນຄ້າ ຍັງມີຄວາມສັບສົນ ແລະ ປະຕິບັດບໍ່ເປັນເອກະພາບ.
5. ການເກັບຄ່າທຳນຽມເພີ່ມ ເມື່ອລົດຂົນສົ່ງເກີນນໍ້າໜັກທີ່ກຳນົດໄວ້.
6. ການສົ່ງອອກສິນຄ້າແຮ່ເຫຼັກ ແມ່ນຕ້ອງໄດ້ນຳສິນຄ້າໄປກວດຢູ່ທ່າບົກທ່ານນາແລ້ງ ( ເຫັນວ່າເປັນການເພີ່ມຕົ້ນທຶນໃນການຂົ່ນສົ່ງ).
7. ການອຳນວຍຄວາມສະດວກໃນການເຮັດໃບຢັ້ງຢືນ Certificate Origin ( CO ) ແລະ ຫັນເປັນ E-CO.
8. ການສົ່ງເສີມສິນຄ້າ ແລະ ຜູ້ຜະລິດພາຍໃນ ( ໂດຍຈຳກັດການຍົກເວັ້ນພາສີການນຳເຂົ້າ ).
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ, ມີລັກສະນະການປຶກສາຫາລືທີ່ສ້າງສັນ ເຊິ່ງບາດກ້າວຕໍ່ໄປໜ່ວຍງານປຶກສາຫາລືຈະມີການສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບຸລິມະສິດ ໃຫ້ກອງເລຂາກອງປະຊຸມທຸລະກິດລາວ ເພື່ອນໍາໄປພິຈາລະນາຄັດຈ້ອນເຂົ້າເປັນບັນຫາບຸລິມະສິດ ໃນການສະເໜີຕໍ່ພາກລັດຖະບານໃນຂັ້ນຕອນຕໍ່ໄປຂອງກອງປະຊຸມທຸລະກິດລາວ ຄັ້ງທີ 15.