ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ ອາຊຽນ +3 ( ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ) ຄັ້ງທີ 18 ຫຼື THE 18TH ASEAN PLUS THREE ENVIRONMENT MINISTERS MEETING ( EMM ) ໄຂຂຶ້ນໃນວັນທີ 24 ສິງຫາ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ມີບັນດາລັດຖະມົນຕີສິ່ງແວດລ້ອມບັນດາປະເທດສະມາຊິກອາຊຽນ ກັບ 3 ປະເທດ, ກອງເລຂາທິການອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວບາງຕອນວ່າ: ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງນີ້ ເປັນເວທີສຳຄັນໃນການສົ່ງເສີມຄວາມສຳພັນ ແລະ ການຮ່ວມມືດ້ານສິ່ງແວດລ້ອມ ເຊິ່ງບໍ່ມີພຽງແຕ່ສະເພາະປະເທດອາຊຽນເທົ່ານັ້ນ ແຕ່ຍັງມີປະເທດເພື່ອນມິດອີກດ້ວຍ ເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ບັນຫາສິ່ງແວດລ້ອມມີຜົນກະທົບຕໍ່ການພັດທະນາເສດຖະກິດ – ສັງຄົມ ແລະ ການດຳລົງຊີວິດຂອງມະນຸດໃນພາກພື້ນ ແລະ ສາກົນ. ດັ່ງນັ້ນຄວາມພະຍາຍາມຮ່ວມກັນ ຈຶ່ງເປັນສິ່ງສຳຄັນໃນການແກ້ໄຂບັນຫາດັ່ງກ່າວ, ຂ້າພະເຈົ້າຖືໂອກາດນີ້ຢໍ້າວ່າ ເຮົາມີຄວາມຮັບຜິດຊອບເຕັມທີ່ໃນການປະຕິບັດຕາມເປົ້າໝາຍຂອງກອງປະຊຸມສະຫະປະຊາຊາດ ວ່າດ້ວຍການພັດທະນາທີ່ຍືນຍົງ ທີ່ມີປະເດັນຕ່າງໆທີ່ກ່ຽວຂ້ອງກັບກິດຈະກຳ ພາຍໃຕ້ຂອບອາຊຽນ +3 ເປັນຕົ້ນແມ່ນການຄຸ້ມຄອງສິ່ງແວດລ້ອມເມືອງທີ່ຍືນຍົງ, ສິ່ງແວດລ້ອມໄພພິບັດ ແລະ ການປ່ຽນແປງສະພາບອາກາດ ຄວາມຫຼາກຫຼາຍຊີວະນາໆພັນ.

ການຮ່ວມມືກັບບັນດາປະເທດອ້ອມຂ້າງ ເຊັ່ນ: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ເປັນສິ່ງສຳຄັນໃນການແກ້ບັນຫາ ເຊິ່ງຜົນປະໂຫຍດທີ່ໄດ້ຮັບຈະບໍ່ພຽງແຕ່ປະຊາຊົນ ໃນບັນດາປະເທດອາຊຽນ +3 ແຕ່ລວມເຖິງປະຊາຊົນໃນທົ່ວໂລກອີກດ້ວຍ. ນອກນີ້ການຮ່ວມມືດ້ານນະວັດຕະກຳ ກັບ ປະເທດເພື່ອນມິດ ຈຶ່ງຈຳເປັນຕ້ອງໄດ້ຮັບການປັບປຸງ ເນື່ອງຈາກເປັນແນວທາງສຳຄັນໃນການຊ່ວຍໃຫ້ພວກເຮົາເອົາຊະນະຄວາມທ້າທາຍລະດັບໂລກນີ້ໄດ້.
ການຮ່ວມມືກັນຢ່າງຕໍ່ເນື່ອງກັບ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແມ່ນເປັນກຸນແຈສຳຄັນໃນການບັນລຸການພັດທະນາທີ່ຍືນຍົງ ສຳລັບປະເທດສະມາຊິກອາຊຽນທັງໝົດ.
ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ ເພື່ອຜົນປະໂຫຍດຮ່ວມກັນໃນອະນາຄົດ ເຊິ່ງມີ 2 ປະເດັນ ຄື: ຈະມີໂອກາດຫາລື ກ່ຽວກັບຄວາມຄືບໜ້າຂອງກິດຈະກຳຄວາມຮ່ວມມືດ້ານສິ່ງແວດລ້ອມ ແລະ ການຫາລືກ່ຽວກັບແຜນຄວາມຮ່ວມມືຢ່າງຕໍ່ເນື່ອງ ໃນປີ 2024.
ຂ້າພະເຈົ້າຫວັງວ່າ ເຮົາຈະມີການພິຈາລະນາຢ່າງຮອບຄອບ ທີ່ຈະນຳໄປສູ່ການປັບປຸງສິ່ງແວດລ້ອມ. ສປປ ລາວ ຮ່ວມກັບ ປະເທດສະມາຊິກອາຊຽນ ຂໍໃຊ້ໂອກາດນີ້ສະແດງຄວາມຂອບໃຈຕໍ່ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ທີ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງເຂັ້ມແຂງຕໍ່ອາຊຽນ ແລະ ຂອບໃຈເລຂາທິການອາຊຽນ ສຳລັບການເຮັດວຽກໜັກໃນການຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຮົາ.