ເປີດກອງປະຊຸມລັດຖະມົນຕີພາຄີ ວ່າດ້ວຍສົນທິສັນຍາອາຊຽນ ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນ ຄັ້ງທີ 18

24 Aug 2023

ຄລິກແຊຣ໌ 0 Facebook WhatsApp

 

ກອງປະຊຸມລັດຖະມົນຕີພາຄີ ວ່າດ້ວຍສົນທິສັນຍາອາຊຽນ ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນ ຄັ້ງທີ 18 ຫຼື The 18th Meeting of the Conference of Parties to the Asean Agreement on transboundary Haze Pollution ( COM18 ) ເປີດຂຶ້ນຢ່າງເປັນທາງການທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 23 ສິງຫາ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີລັດຖະມົນຕີສິ່ງແວດລ້ອມບັນດາປະເທດອາຊຽນ ເຈົ້າໜ້າທີ່ອາວຸໂສສິ່ງແວດລ້ອມອາຊຽນ ແລະ ເຈົ້າໜ້າທີ່ກະຊວງກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນໃນການຈັດການກັບມົນລະພິດຈາກໝອກຄວັນ ເພື່ອບັນລຸວິໄສທັດຂອງອາຊຽນ ບໍ່ໃຫ້ມີໝອກຄວັນຂ້າມຜ່ານຊາຍແດນ ໃນປີ 2030. ມົນລະພິດຈາກໝອກຄວັນໃນອະນຸພາກພື້ນລຸ່ມແມ່ນໍ້າຂອງ ຢູ່ໃນລະດັບອັນຕະລາຍ ແລະ ສົ່ງຜົນກະທົບທາງດ້ານສຸຂະພາບທີ່ຮ້າຍແຮງ ເຊິ່ງຈຳເປັນຕ້ອງດຳເນີນການ ແລະ ຫາວິທີແກ້ໄຂຮ່ວມກັນໃນໄລຍະລະດູແລ້ງປີນີ້. ມົນລະພິດໝອກຄວັນທີ່ປົກຄຸມບັນດາປະເທດພວກເຮົາ ສາເຫດແມ່ນເກີດຂຶ້ນຈາກໄຟໄໝ້ລາມປ່າ ເພື່ອຜະລິດກະສິກຳ ເຖິງວ່າຜ່ານມາເຮົາຈະພະຍາຍາມແກ້ໄຂບັນຫາດັ່ງກ່າວແລ້ວ ແຕ່ກໍບໍ່ສາມາດຮັບມືກັບສະຖານະການໄດ້ຢ່າງທັນການ ສາເຫດແມ່ນເກີດຂຶ້ນຍ້ອນປັດໄຈຫຼາຍປະການ ເຊັ່ນ: ການປ່ຽນແປງຂອງສະພາບອາກາດທີ່ຮຸນແຮງຂຶ້ນ ໂດຍສະເພາະລະດູແລ້ງ.


ເພື່ອເພີ່ມຂີດຄວາມສາມາດໃນການປ້ອງກັນ ແລະ ຟື້ນຟູສິ່ງແວດລ້ອມຈາກມົນລະພິດໝອກຄວັນ ພວກເຮົາໄດ້ວາງວິໄສທັດ ປີ 2022 – 2030. ແຜນງານ 2 ສະບັບ ວ່າດ້ວຍການຮ່ວມມືຂອງອາຊຽນ ເພື່ອການຄວບຄຸມມົນລະພິດໝອກຄວັນຂ້າມແດນ ເຊິ່ງສະໜັບສະໜູນໂດຍກອບການລົງທຶນໃໝ່ຂອງອາຊຽນ.

ຈຸດປະສົງຂອງການປະຊຸມສະມັດຊາພາຄີ AATHP ຄັ້ງທີ 18 ( COP 18 ) ແມ່ນຫາລືກ່ຽວກັບສະຖານະການໄຟ ແລະ ໝອກຄວັນໃນໄລຍະລະດູແລ້ງທີ່ຜ່ານມາ ແລະ ທີ່ກຳລັງຈະມາເຖິງ ເພື່ອນຳເອກະສານສຳຄັນກ່ຽວກັບການຈັດການໝອກຄວັນ ມາສະເໜີຕໍ່ກອງປະຊຸມລັດຖະມົນຕີພາຄີ ວ່າດ້ວຍສົນທິສັນຍາອາຊຽນ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຄັ້ງທີ 18 ( COM18 ). ເຊື່ອວ່າກອງປະຊຸມຄັ້ງນີ້ຈະດຳເນີນຫາລືຢ່າງສ້າງສັນ ທີ່ຈະນຳໄປສູ່ວິທີການທີ່ເໝາະສົມທີ່ສຸດ ໃນການເພີ່ມປະສິດທິພາບຄວາມພະຍາຍາມຂອງພວກເຮົາ ຫວັງວ່າຈະສາມາດແກ້ໄຂບັນຫາຕ່າງໆທີ່ເຮົາກັງວົນຮ່ວມກັນ ເພື່ອຜົນປະໂຫຍດຮ່ວມກັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ