ລັດຖະມົນຕີ ຮສສ ລົງຊຸກຍູ້ ການຜະລິດໂຮງງານມັດສຄອດ

24 Aug 2023

ຄລິກແຊຣ໌ 0 Facebook WhatsApp

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດມັດສ ຄອດ ອິນເຕີເນເຊັນນໍ ( ລາວ ) ໂຊນຈຳກັດ ໃນວັນທີ 23 ສິງຫາ 2023 ເພື່ອປຶກສາຫາລື ແລະ ເກັບກຳຂໍ້ມູນກ່ຽວກັບການແຮງງານເຂົ້າສູ່ຕຳແໜ່ງງານໃນການດຳເນີນການຜະລິດ ແລະ ແຜນຄວາມຕ້ອງການແຮງງານ. ໃຫ້ກຽດຕ້ອນຮັບໂດຍ ທ່ານ Mr Bjarke Andersen ຜູ້ອໍານວຍການ ບໍລິສັດມັດສຄອດ ອິນເຕີເນເຊັນນໍ ( ລາວ ) ໂຊນຈຳກັດ ປະຈຳລາວ ແລະ ຫວຽດນາມ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ຜູ້ອໍານວຍການ ບໍລິສັດມັດສ ຄອດ ອິນເຕີເນເຊັນນໍ ( ລາວ ) ລາຍງານວ່າ: ບໍລິສັດ ມັດສ ຄອດ ອິນເຕີເນເຊັນນໍ ( ລາວ ) ໂຊນຈຳກັດ ເປັນບໍລິສັດທີ່ ໃຫຍ່ຂອງປະເທດດານມາກ ເປັນໂຮງງານຜະລິດເຄື່ອງຊຸດເຊັບຕີ ໃສ່ເຮັດວຽກ ແລະ ອຸປະກອນດ້ານຄວາມປອດໄພທີ່ມີຄຸນນະພາບສູງ ໂດຍບໍລິສັດດັ່ງກ່າວໄດ້ເປີດໂຮງງານຢ່າງເປັນທາງການຢູ່ ສປປ ລາວ ໃນປີ 2013 ໃນເຂດອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ( VITA Park ). ຈາກນັ້ນ, ບໍລິສັດໄດ້ຂະຫຍາຍກຳລັງການຜະລິດຢ່າງຕໍ່ເນື່ອງ ແລະ ມາຮອດປັດຈຸບັນໄດ້ມີການລົງທຶນທັງໝົດຢູ່ໃນ ສປປ ລາວ ລວມທັງໝົດ 350 ຕື້ກີບ ໃນໂຮງງານສາມາດບັນຈຸພະນັກງານໄດ້ຮອດ 4.000 ຄົນ ແຕ່ປັດຈຸບັນມີພະນັກງານພຽງແຕ່ 2.000 ກວ່າຄົນ ແລະ ກຳລັງຊອກຫາທີ່ດິນເພື່ອຂະຫຍາຍໂຮງງານໃໝ່ເພີ່ມ. ພ້ອມກັນນັ້ນ, ບໍລິສັດໄດ້ສະໜອງເງິນເດືອນດີ ມີເງິນໂບນັດ ມີການຝຶກອົບຮົມ, ມີລົດຮັບສົ່ງ, ມີເງິນນ້ຳມັນລົດທຽວວຽກຕ່າງໆໃຫ້ແກ່ພະນັກງານ.


ໄປຄຽງຄູ່ກັບການເຕີບໃຫຍ່ ຂະຫຍາຍຕົວຂອງ ບໍລິສັດມັດສ ຄອດ ອິນເຕີເນເຊັນນໍ ( ລາວ ) ໂຊນຈຳກັດ, ມີຄວາມຕ້ອງການພະນັກງານຈຳນວນຫຼາຍອີກດ້ວຍ.
ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນງານຂອງ ບໍລິສັດ ມັດສຄອດ ອິນເຕີເນເຊັນນໍ ( ລາວ ) ໂຊນຈຳກັດ ໃນໄລຍະຜ່ານມາ, ພ້ອມດຽວກັນນັ້ນຍັງສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນຢ່າງຫຼວງຫຼາຍ ພ້ອມນັ້ນກໍໄດ້ເນັ້ນໃຫ້ບໍລິສັດຈົ່ງຄົ້ນຄວ້າພິຈາລະນາການເພີ່ມຄ່າແຮງງານໃຫ້ເໝາະສົມກັບຄ່າຄອງຊີບໃນປັດຈຸບັນ ເພື່ອໃຫ້ການເປັນຢູ່ຂອງພະນັກງານດີຂຶ້ນ ອີກຢ່າງໜຶ່ງເພື່ອດຶງດູດພະນັກງານໄວ້; ຕ້ອງຮ່ວມມືກັບຫຼາຍພາກສ່ວນ ເພື່ອສ້າງທັກສະສີມື, ການຈັດຫາງານຕາມຄວາມຕ້ອງການຂອງບໍລິສັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ