ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ ວັນທີ 23 ສິງຫາ 2023 ທີ່ຫໍປະຊຸມແຫ່ງຊາດ ຈຸດປະສົງແມ່ນເພື່ອ ຮ່ວມມືແກ້ໄຂບັນຫາດ້ານສິ່ງແວດລ້ອມໃນຂົງເຂດອາຊຽນ ແລະ ພາກພື້ນ.
ກອງປະຊຸມດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີລັດຖະມົນຕີສິ່ງແວດລ້ອມອາຊຽນ, ເຈົ້າໜ້າທີ່ອາວຸໂສສິ່ງແວດລ້ອມອາຊຽນ ແລະ ປະເທດສັງເກດການເຂົ້າຮ່ວມ.

ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວວ່າ: ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 ( PREP-AAME ) ຖືເປັນເວທີສໍາຄັນໃນການປຶກສາຫາລື ແລະ ຕົກລົງກ່ຽວກັບນະໂຍບາຍ ມາດຕະການ ແລະ ແຜນການລະດັບພາກພື້ນ ເພື່ອສະໜັບສະໜູນໃນການຄຸ້ມຄອງສິ່ງແວດລ້ອມ ແລະ ການພັດທະນາທີ່ຍືນຍົງ ໂດຍຮັບຮູ້ຄວາມຄືບໜ້າ ແລະ ຜົນສໍາເລັດຂອງການຮ່ວມມືອາຊຽນດ້ານສິ່ງແວດລ້ອມ ໂດຍສະເພາະສຸມໃສ່ບັນດາຂົງເຂດທີ່ສໍາຄັນພາຍໃຕ້ປະຊາຄົມວັດທະນະທໍາ – ສັງຄົມອາຊຽນ ແລະ ແຜນແມ່ບົດປີ 2025.
ກອງປະຊຸມໄດ້ລາຍງານ ຄວາມຄືບໜ້າ ແລະ ຜົນສໍາເລັດຂອງ 7 ບຸລິມະສິດຍຸດທະສາດດ້ານສິ່ງແວດລ້ອມຂອງຄະນະປະຕິບັດງານເຈົ້າໜ້າທີ່ອາວຸໂສອາຊຽນສິ່ງແວດລ້ອມ ແລະ ວຽກງານຂອງຄະນະບໍລິຫານງານສູນຊີວະນາໆພັນອາຊຽນ. ພ້ອມນີ້ຍັງໄດ້ພິຈາລະນາ ແລະ ຮອງຮັບແຜນການຮ່ວມມືທີ່ສໍາຄັນໃນຕໍ່ໜ້າ ແລະ ຫາລືວຽກງານສໍາຄັນຕ່າງໆທາງດ້ານສິ່ງແວດລ້ອມ ເພື່ອນໍາໄປສູ່ການປັບປຸງສະພາບແວດລ້ອມ ແລະ ມາດຕະຖານການດໍາລົງຊີວິດຂອງມວນມະນຸດ.

ຕໍ່ກັບແຜນປະຊາຄົມວັດທະນະທໍາ – ສັງຄົມອາຊຽນ ແລະ ແຜນແມ່ບົດປີ 2025 ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາແບບຍືນຍົງ ເພື່ອຮັບປະກັນການເຕີບໂຕຂອງເສດຖະກິດ – ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມໄປພ້ອມໆກັນ ລັດຖະບານໄດ້ພັດທະນາຈັດຕັ້ງປະຕິບັດ ແລະ ປັບປຸງນະໂຍບາຍ ກົນໄກ ເຄື່ອງມືທາງດ້ານກົດໝາຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດການພັດທະນາແບບຍືນຍົງ ໂດຍເນັ້ນໃສ່ມາດຕະການແກ້ໄຂການຄຸ້ມຄອງສິ່ງເສດເຫຼືອ, ມົນລະພິດສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດທີ່ທົດແທນໄດ້.
ດ້ວຍຄວາມພະຍາຍາມຢ່າງສຸດຄວາມສາມາດ ເພື່ອໃຫ້ບັນລຸຄໍາໝັ້ນສັນຍາໃນການຈັດຕັ້ງປະຕິບັດວາລະປີ 2030 ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ສົນທິສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ລັດຖະບານ ສປປ ລາວ ໄດ້ວາງແຜນເພື່ອແກ້ໄຂການປ່ຽນແປງຂອງດິນຟ້າອາກາດໃຫ້ມີປະສິດທິຜົນ ແລະ ກະກຽມຍຸດທະສາດການພັດທະນາການປ່ອຍອາຍພິດຕໍ່າໃນໄລຍະຍາວ ເຊິ່ງຄວາມພະຍາຍາມໃນການປົກປ້ອງຊັບພະຍາກອນທໍາມະຊາດ ແລະ ສະພາບອາກາດໃຫ້ອຸດົມສົມບູນ, ສະນັ້ນຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ມີການຮ່ວມມືຈາກບັນດາປະເທດສະມາຊິກອາຊຽນ ແລະ ພາກພື້ນ.