3 ປະເທດຫຼັກ ທີ່ແຮງງານໄປອອກແຮງງານ ໄດ້ແກ່ ໄທ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 2 ປີເຄິ່ງ ລວມທັງໝົດ 90.806 ຄົນ ໃນ 3 ຂະແໜງການ ຄື: ຂະແໜງກະສິກໍາ 9.161 ຄົນ, ອຸດສາຫະກຳ 37.293 ຄົນ ແລະ ຂະແໜງບໍລິການ 44.352 ຄົນ.
ອີງຕາມບົດສະເໜີສະພາບການບໍລິການຈັດຫາງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ການບໍລິການຈັດຫາງານພາຍໃນປະເທດ ( 2021 – ເຄິ່ງປີ 2023 ) ຈໍານວນ 69.066 ຄົນ ( ຍິງ 30.417 ຄົນ ); ໃນນັ້ນ ຂະແໜງກະສິກໍາ 7.758 ຄົນ, ອຸດສາຫະກໍາ 37.449 ຄົນ ແລະ ຂະແໜງບໍລິການ 23.859 ຄົນ.

ການຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາພາຍໃນປະເທດ 15.703 ຄົນ ( ຍິງ 5.902 ຄົນ ), ໃນນັ້ນຂະແໜງກະສິກໍາ 2.317 ຄົນ, ຂະແໜງອຸດສາຫະກຳ 5.887 ຄົນ, ຂະແໜງບໍລິການ 7.499 ຄົນ.
ສ່ວນການບໍລິການຈັດຫາງານໄປຕ່າງປະເທດ ( 2021 – ເຄິ່ງປີ 2023 ) ມີປະເທດໄທ, ສ.ເກົາຫຼີ, ຍີ່ປຸ່ນ ຈໍານວນ 90.806 ຄົນ ( ຍິງ 50.314 ຄົນ ), ໃນນັ້ນ ຂະແໜງກະສິກໍາ 9.161 ຄົນ, ອຸດສາຫະກຳ 37.293 ຄົນ, ຂະແໜງບໍລິການ 44.352 ຄົນ.

ການຂຶ້ນທະບຽນຊອກວຽກເຮັດງານທໍາຢູ່ຕ່າງປະເທດ ( ໄທ, ສ.ເກົາຫຼີ, ຍີ່ປຸ່ນ ) ຈໍານວນ 97.311 ຄົນ ( ຍິງ 51.062 ຄົນ ); ໃນນັ້ນ ຂະແໜງກະສິກໍາ 12.949 ຄົນ, ອຸດສາຫະກຳ 40.777 ຄົນ, ຂະແໜງບໍລິການ 43.585 ຄົນ.
ພ້ອມດຽວກັນນັ້ນ, ອະນຸມັດໂກຕານໍາເຂົ້າແຮງງານຕ່າງປະເທດ ປະຕິບັດໄດ້ຈໍານວນ 145.049 ຄົນ ( ຍິງ 2.303 ຄົນ ); ໃນນີ້ຂະແໜງກະສິກໍາ 16.991 ຄົນ, ຂະແໜງອຸດສາຫະກໍາ 76.090ຄົນ ແລະ ຂະແໜງບໍລິການ ຈໍານວນ 51.968 ຄົນ.
[ ຂໍ້ມູນ ກົມການຈັດຫາງານ ກະຊວງ ຮສສ ]