ພິທີເຊັນສັນຍາໂຄງການສຳປະທານຂຸດຄົ້ນແຮ່ອ່ອນມາໂບ ຢູ່ເຂດບ້ານຜາແດງ ເມືອງສິງ ລະຫວ່າງ ອົງການປົກຄອງແຂວງ ຫຼວງນໍ້າທາ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ລາວໄອເອັດຈຊີມາຍນິງ ຈໍາກັດຜູ້ດຽວ, ບໍລິສັດ ປີຊາໄຊ ຖືຮຸ້ນຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2023 ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນໍ້າທາ.
ທ່ານ ນັນທະວົງ ນັນທະລາດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫຼວງນໍ້າທາ ໄດ້ຜ່ານບົດສັນຍາວ່າ: ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຳຫຼວດຊອກຄົ້ນ, ສຶກສາຄວາມເປັນໄປໄດ້, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດເຊັນສັນຍາ ແລະ ອອກໃບອະນຸຍາດລົງທຶນໂຄງການຂຸດຄົ້ນແຮ່ຫີນອ່ອນມາໂບ.

ສະນັ້ນ, ສອງຝ່າຍມີ ຄວາມຮັບຮູ້ນຳກັນ ແລະ ຕົກລົງເປັນເອກະພາບກັນ ສ້າງຂຶ້ນເພື່ອກໍານົດສິດ, ພັນທະ, ໜ້າທີ່ ຄວາມຮັບຜິດຊອບຂອງຄູ່ສັນຍາໃນຂໍ້ຜູກພັນການລົງທຶນຂອງທັງສອງຝ່າຍ ເພື່ອແນໃສ່ເຮັດໃຫ້ກິດຈະກຳລົງທຶນດຳເນີນຢ່າງມີປະສິດທິຜົນສູງ, ຮັບປະກັນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮັບປະກັນໃຫ້ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ.
ໂຄງການສຳປະທານຂຸດຄົ້ນແຮ່ຫີນອ່ອນຕັ້ງຢູ່ເຂດບ້ານຜາແດງ ເມືອງສິງ ແຂວງຫຼວງນໍ້າທາ ມີເນື້ອທີ່ 4 ເຮັກຕາກວ່າ ມູນຄ່າການລົງທຶນທັງສອງບໍລິສັດ 1 ລ້ານ 5 ແສນໂດລາສະຫະລັດ, ມູນຄ່າຈົດທະບຽນ 450.000 ໂດລາສະຫະລັດ, ມີອາຍຸສັນຍາ 5 ປີ ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ.

ລົງນາມເຊັນສັນຍາມີຂຶ້ນ ລະຫວ່າງ ທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຄຳພອນ ເດດລໍວົງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ສົມລິດ ພອນປະເສີດ ຮອງເຈົ້າເມືອງສິງ, ທ່ານ ຊືສຽວ ຮອງອຳນວຍການບໍລິສັດລາວໄອເອັດຈຊີມາຍນິງ ຈໍາກັດຜູ້ດຽວ, ທ່ານ ສຸລິສັກ ຍົດສະຫວັດ ຮອງອຳນວຍການ ບໍລິສັດ ປີຊາໄຊ ຖືຮຸ້ນຈໍາກັດຜູ້ດຽວ.