ໃນວັນທີ 21 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ດຳເນີນກອງປະຊຸມວິສາມັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ບາງວຽກຈຸດສຸມຈຳນວນໜຶ່ງ ດັ່ງນີ້: ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ໂດຍໃຫ້ຮີບຮ້ອນຄົ້ນຄວ້າມາດຕະການແກ້ໄຂໃຫ້ຖືກຈຸດ, ແຂງແຮງຂຶ້ນກ່ວາເກົ່າ, ນໍາໃຊ້ຫຼາຍນະໂຍບາຍ, ຫຼາຍມາດຕະການ, ຫຼາຍວິທີ.

ໃຫ້ກະຊວງ ສຶກສາທິການ ແລະ ກິລາ ເປັນເຈົ້າການ ສົມທົບກັບພາກສ່ວນກ່ຽວ ຂ້ອງ ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່, ລວມທັງການແກ້ໄຂບັນຫາຕ່າງໆ ທີ່ຕິດພັນກັບສະຖາບັນການສຶກສາ.ລ

ຮີບຮ້ອນແກ້ໄຂຜົນກະທົບຈາກຝົນຕົກໜັກໃນ 2 ອາທິດຜ່ານມາ ໂດຍສະເພາະສຸມໃສ່ຟື້ນຟູເຂດພື້ນທີ່ທຳການຜະລິດ, ສ້ອມແປງເສັ້ນທາງທີ່ເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນ ເສັ້ນທາງເລກທີ 8, ເສັ້ນ ທາງເລກທີ 12 ແລະ ເສັ້ນທາງອື່ນໆ ໃຫ້ສາມາດເດີນທາງໄປ-ມາ ເປັນປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍສືບຕໍ່ຕິດຕາມສະພາບການປ່ຽນແປງ ຂອງດິນຟ້າອາກາດ ພ້ອມທັງວາງແຜນປ້ອງກັນ ແລະ ຮັບມື ຕໍ່ກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.
ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ