ກຳນົດ 4 ຜະລິດຕະພັນເປົ້າໝາຍ ສົ່ງເສີມການຜະລິດ ແລະ ນໍາໃຊ້ພາຍໃນ

22 Aug 2023

ຄລິກແຊຣ໌ 0 Facebook WhatsApp

ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກຳນົດຜະລິດຕະພັນທີ່ເປັນເປົ້າໝາຍໃນການສົ່ງເສີມ ແລະ ນໍາໃຊ້ຢູ່ພາຍໃນປະເທດໂດຍເບື້ອງຕົ້ນ ໄດ້ເນັ້ນໜັກໃສ່ກຸ່ມວັດສະດຸກໍ່ສ້າງ ເຊັ່ນ: ຊີມັງ, ເຫຼັກເສັ້ນ – ເຫຼັກຮູບປະພັນ, ທໍ່ນ້ຳ ແລະ ນ້ຳສີ.
ທ່ານ ສໍາລີ ບຸດສະດີ ຮັກສາການຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກ່າວໃນກອງປະຊຸມປຶກສາຫາລືກ່ຽວກັບການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ວັນທີ 18 ສິງຫາ 2023 ວ່າ: ເພື່ອປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ ລົງວັນທີ 30 ມິຖຸນາ 2023

ແລະ ຂໍ້ຕົກລົງຂອງນາຍົກ ລັດຖະມົນຕີ ວ່າດ້ວຍການແບ່ງວຽກໃນຄະນະສະເພາະກິດຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 91/ນຍ ລົງວັນທີ 13 ກໍລະກົດ 2023. ກົມອຸດສາຫະກໍາ ແລະ ຫັດຖະກຳ ໄດ້ສັງລວມຂໍ້ມູນລາຍການຜະລິດຕະພັນທີ່ມີເປົ້າໝາຍໃນການສົ່ງເສີມ ແລະ ນໍາໃຊ້ຢູ່ພາຍໃນປະເທດໃນເບື້ອງຕົ້ນ ໂດຍສະເພາະໄດ້ເນັ້ນໜັກໃສ່ກຸ່ມວັດສະດຸກໍ່ສ້າງ ໄດ້ແກ່: ຊີມັງ, ເຫຼັກເສັ້ນ – ເຫຼັກຮູບປະພັນ, ທໍ່ນ້ຳ ແລະ ນ້ຳສີ ທີ່ເຫັນວ່າມີຄວາມສາມາດຕອບສະໜອງການຊົມໃຊ້ຢູ່ພາຍໃນປະເທດໃນລະດັບໃດໜຶ່ງ.

ທ່ານກ່າວຕື່ມວ່າ: ກົມອຸດສາຫະກຳ ແລະ ຫັດຖະກຳ ມີໜ້າທີ່ໃນການສົ່ງເສີມ ແລະ ຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໃນຂອບເຂດທົ່ວປະເທດ ເຊິ່ງມີບັນດາເຄື່ອງມື ແລະ ກົນໄກຕ່າງໆໃນການຈັດຕັ້ງປະຕິບັດ. ໃນນັ້ນ, ການສ້າງແຜນການເຄື່ອນໄຫວປະຈໍາປີຂອງໂຮງງານ ແມ່ນເຄື່ອງມືໜຶ່ງທີ່ໄດ້ກຳນົດໃນຂໍ້ຕົກລົງວ່າດ້ວຍ ໂຮງງານອຸດສາຫະກຳປຸງແຕ່ງ. ແມ່ນການປະເມີນ, ວາງແຜນ ຫຼື ການຄາດຄະເນ ການດຳເນີນການຜະລິດຂອງໂຮງງານອຸດສາຫະກໍາປຸງແຕ່ງ ເພື່ອເປັນການຄຸ້ມຄອງ – ຕິດຕາມ ແລະ ທັງເປັນການຊຸກຍູ້ສົ່ງເສີມການຜະລິດໃຫ້ໂຮງງານອຸດສາຫະກຳປຸງແຕ່ງສາມາດກຳນົດແຜນການຜະລິດ, ແຜນການຈໍາໜ່າຍ, ແຜນຄວາມຕ້ອງການວັດຖຸດິບ, ເຄື່ອງຈັກ, ອຸປະກອນ, ຊິ້ນສ່ວນ – ອາໄຫຼ່, ທາດເຄມີ ແລະ ອື່ນໆ ເພື່ອຮັບໃຊ້ການຜະລິດຢູ່ໂຮງງານຂອງຕົນໄດ້ຢ່າງມີປະສິດທິຜົນ ແລະ ສາມາດກຳນົດຕົ້ນທຶນການຜະລິດຂອງຜະລິດຕະພັນໄດ້ຢ່າງເໝາະສົມ.

ພ້ອມນີ້, ກໍກຳລັງສືບຕໍ່ສຸມໃສ່ ເກັບກຳຂໍ້ມູນລະອຽດ ແລະ ສັງລວມໂຮງງານ, ບັນຊີ ຜະລິດຕະພັນອຸດສາຫະກໍາປຸງແຕ່ງທີ່ສາມາດຜະລິດ ແລະ ສະໜອງໄດ້ຢູ່ພາຍໃນປະເທດ ເພື່ອມີຂໍ້ມູນລະອຽດລາຍງານລັດຖະບານ ກໍານົດນະໂຍບາຍ ແລະ ກົນໄກ ຊຸກຍູ້ສົ່ງເສີມຕາມຄວາມເໝາະສົມ.
ກອງປະຊຸມຄັ້ງນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດເຂົ້າຮ່ວມ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ